ກະຊວງ ອຄ ຈັດສຳມະນາເຜີຍເເຜ່ວຽກງານການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ແລະ ເຜີຍແຜ່ວຽກງານສູນຂໍ້ມູນຂ່າວສານທາງດ້ານການຄ້າດ້ານບໍລິການ
By sonsathit rasavong On 18 Jun, 2018 At 04:19 PM | Categorized As ຂ່າວພາຍໃນ | With 0 Comments

ໃນຕອນເຊົ້າ ຂອງວັນທີ 15 ມິຖຸນາ 2018 ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດສຳມະນາເຜີຍເເຜ່ວຽກງານການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ແລະ ເຜີຍແຜ່ວຽກງານສູນຂໍ້ມູນຂ່າວສານທາງດ້ານການຄ້າດ້ານບໍລິການ ຢູ່ທີ່ ສະໂມສອນໃຫ່ຍມະຫາວິທະຍາໄລສຸພານຸວົງ, ນະຄອນຫຼວງພະບາງ. ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ພູນສະ, ຮອງຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ສີອານຸວົງ ສະຫວັດວົງ, ຮອງອະທິການບໍດີ, ມະຫາວິທະຍາໄລສຸພານຸວົງ.

IMG_7738

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່ວຽກງານການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນຂອງ ສປປ ລາວ ໃນຂອບອົງການການຄ້າໂລກ, ການເຂົ້າເປັນປະຊາຄົມເສດຖະກິດອາຊຽນ ແລະ ການພົວພັນຮ່ວມມືດ້ານການຄ້າໃນຂອບອື່ນໆ ແລະ ວິທີການເຂົ້າເຖິງ ສູນຂໍ້ມູນຂ່າວສານ ທາງດ້ານການຄ້າ ດ້ານບໍລິການ ທີ່ສ້າງຂື້ນມາເພື່ອ ອໍານວຍຄວາມສະດວກໃຫ້ແກ່ ບັນດາຜູ້ປະກອບການ ແລະ  ນັກລົງທຶນທັງພາຍໃນ  ແລະ  ຕ່າງປະເທດ  ໃນການຊອກຫາຂໍ້ມູນຂ່າວສານ, ບັນດາຂໍ້ກໍານົດ, ກົດໝາຍ  ແລະ  ລະບຽບການຕ່າງໆທີ່ຈໍາເປັນສໍາລັບ ການດຳເນີນທຸລະກິດ ແລະ ການລົງທຶນ ດ້ານບໍລິການໃນ ສປປ ລາວ.

ກອງປະຊຸມຄັ້ງນີ້ມີຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມຫຼາຍກວ່າ 150 ທ່ານ ແລະ ໄດ້ສ້າງຄວາມສົນໃຈໃຫ້ເເກ່ຜູ້ເຂົ້າຮ່ວມເປັນຍ່າງຍິງ ແລະ ໄດ້ມີການເຮັດກິດຈະກຳ ຖາມຕອບຄຳຖາມ, ເພື່ອໃຫ້ມີຄວາມ​ຮັບ​ຮູ້​-ເຂົ້າໃຈຢ່າງຈະເເຈ້ງກ່ຽວກັບຄວາມຮູ້ພື້ນຖານຂອງວຽກງານການເຊື່ອມໂຍງເສດຖະກິດ ແລະ  ວິທີການເຂົ້າເຖິງ ຂໍ້ມູນທາງການຄ້າທີ່ຈຳເປັນໂດຍຜ່ານ ສູນຂໍ້ມູນຂ່າວສານ ທາງດ້ານການຄ້າ ດ້ານບໍລິການ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ເກີດຜົນປະ​​ໂຫຍ​ດສູງສຸດ.

IMG_7934

IMG_7912

IMG_7951

ພາບ ແລະ ບົດຂ່າວ: ກົມນະໂຍບາຍການຄ້າຕ່າງປະເທດ

ກະຊວງອຸດສາຫະກຳ ແລະ ການຄ້າ