ໂຄງການສ້າງຄວາມອາດສາມາດໃຫ້ແກ່ຜູ້ປະກອບການຫັດຖະກໍາແຜ່ນແພ ຂອງ ແຂວງຊຽງຂວາງ ແລະ ແຂວງຫົວພັນ
By sonsathit rasavong On 22 Jun, 2018 At 01:42 PM | Categorized As ຂ່າວພາຍໃນ | With 0 Comments

          ໃນລະຫວ່າງວັນ​ທີ 28 ພຶດສະພາ ​ເຖີງ 15 ມີ​ຖຸນາ 2016 ທີ່່ຜ່ານມາ ຫ້ອງການກະຊວງອຸດສະຫະກຳ ແລະ ການຄ້າ(ພະ​ແນກສົ່ງ​ເສີມ​ຄວາມ​ກ້າວໜ້າ​ແມ່ຍິງ ​ແລະ ​ແມ່-​ເດັກ) ​ໄດ້​ປະສານ​ງານ​ຮ່ວມ​ມື​ກັບ ໂຄງການຮ່ວມມືລາວສະຫະລັດອາເມ ລິກາເພື່ອການເຊື່ອມໂຍງສາກົນ ແລະ ອາຊຽນ (USAID LUNA II)  ຈັດ​ຕັ້ງ​ຊຸດຝຶກອົບຮົມກ່ຽວກັບການຍ້ອມສີທຳມະຊາດ ແລະ ການຕະຫຼາດອອນ​ລາຍ ໃຫ້ແກ່ຜູ້ປະກອບການ​ຂະ​ແໜງຫັດຖະກຳ​ແຜ່ນ​ແພຂອງ ແຂວງຊຽງຂວາງ ​​ເປັນ​ເວລາ 09 ວັນມີຜູ້ເຂົ້າຮ່ວມ 25 ທ່ານ, ແມ່ຍິງ 24 ທ່ານ, ຊາຍ 01 ທ່ານ ແລະ ແຂວງຫົວພັນ ​ເປັນ​ເວລາ 09 ວັນ, ມີຜູ້ເຂົ້າຮ່ວມ 25 ທ່ານ, ຍິງ 22 ທ່ານ, ຊາຍ 03 ທ່ານ, ​ໂຄງການດັ່ງກ່າວ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ອົງການ USAID ​ໂດຍ​ມີຈຸດ ປະສົງ​ເພື່ອຍົກ​ລະດັບ​ຄວາມ​ອາດສາ​ມາດ​ໃນ​ການ​ຜະລິດ​ສິນຄ້າ​ຫັດຖະກຳ​ແຜ່ນ​ແພຂອງທ້ອງຖິ່ນໃຫ້ມີຄຸນະພາບ ແລະ ສາ ມາດຂະຫຍາຍຕາໜ່າງການຕະຫຼາດ​ໄປ​ທົ່ວ​ປະ​ເທດ, ​ໄປ​ສູ່​ພາກ​ພື້ນ ​ແລະ ສາກົນ​, ​ເພື່ອສ້າງ​ໂອກາດ​ໃຫ້​ແກ່​ກຸ່ມ​ຜູ້ປະກອບ​ການຫັດຖະກຳ​ແຜ່ນ​ແພ ໄດ້ມີການແລກປ່ຽນບົດຮຽນ ແລະ ປະສົບການ ຊຶ່ງກັນ ​ແລະ ກັນ ກ່ຽວກັບ​ການຜະລິດແຜ່ນແພຍ້ອມ​ສີ​ທຳ​ມະ​ຊາດ​ໃນ​ທ້ອງ​ຖິ່ນ​.

IMG_9867

          ການ​ຝຶກ​ອົບຮົມ​ຄັ້ງ​ນີ້​ຄູ​ຝຶກ​ຈາກ​ສູນ​ພັດທະນາ​ວິຊາ​ຊີບ​ຫ້ວຍ​ຫົງ​ສຳລັບ​ແມ່ຍິງ​ໄດ້​ນຳ​ເອົາ​ຄວາມ​ຮູ້​ດ້ານ​ເຕັກນິກ​ວິຊາ​ຊີບ​ກ່ຽວ​ກັບ​ການ​ຍ້ອມ​ສີ​ທຳ​ມະ​ຊາດ​ແຕ່ລະ​ຂັ້ນຕອນ ​ຖ່າຍ​ຖອດ​ໃຫ້​ແກ່​ຜູ້ເຂົ້າ​ຮ່ວມດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ໃນ​ການ​ປະຕິບັດ​ຕົວ​ຈິງ​​ເຊັ່ນ:

-      ການ​ກະກຽມວັດຖຸ​ດິບ, ອຸປະກອນ ​ແລະ ຝ້າຍ, ​ໄໝ.

-      ການ​ຟອກ ຝ້າຍ​ ​ແລະ ໄໝ ​ໃຫ້ສະອາດກ່ອນ​ການ​ຍ້ອມ.

-      ການ​ຍ້ອມ​ສີ ລວມທັງ​ໝົດ​ມີ 11 ສີ ​ໃນ​ນີ້​ມີ​ສີ​ປະສົມ 3 ສີ.

     ການ​ນຳ​ໃຊ້​ວັດຖຸ​ດິບ​ທີ່ນຳເອົາ​ມາປຸງ​ແຕ່ງ​ເປັນ​ສີ​ແມ່ນ​ສາມາດ​ຫາ​ໄດ້​ງ່າຍ​ຈາກ​ທ້ອງ​ຖິ່ນ​ທົ່ວ​ປະ​ເທດ ຊຶ່ງ​ປາສະຈາກ​ການ​ທຳລາຍສະພາບ​ແວດ​ລ້ອມ ​ແລະ ​ເປັນ​ການນຳ​ໃຊ້​ພູມ​ປັນຍາຂອງຄົນລາວ ​ເຂົ້າ​ໃນ​ການ​ຜະລິດ​ປຸງ​ແຕ່ງ​ໃຫ້​ເປັນ​ຜະລິດ​ຕະພັນ​ທີ່​ມີ​ມູນ​ຄ່າ.

IMG_1990

          ນອກຈາກ​ໄດ້​ຮຽນ​ຮູ້​ການ​ຍ້ອມ​ສີ​ທຳ​ມະ​ຊາດ​ແລ້ວ ທິມງານ​ຄູ​ຝຶກ​ການ​ຕະຫຼາດ​ອອນ​ລາຍ​ ໄດ້​ນຳ​ເອົາ​ຄວາມ​ຮູ້​ກ່ຽວກັບການ​ຂາຍ​ສິນຄ້າ​ຜ່ານ​ເອ​ເລັກ​ໂຕຼນິກ​ເຊັ່ນ: ວ໋ອສ​ແອັບ, ລາຍ, ​ເຟສບຸກ, ​ເພສ ​ແລະ ການສຳລະເງີນຊື້ສິນຄ້າທາງ BCEL One ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມ​ດ້ວຍ​ວິທີ​ປະຕິບັດ​ຕົວ​ຈິງ, ຊຶ່ງ​ບົດຮຽນ​ດັ່ງກ່າວນີ້​ກໍ່​ເປັນ​ທາງ​ເລືອກ​ໜຶ່ງ​ທີ່​ຊ່ວຍ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ແມ່ຍິງ​ຢູ່​​ເຂດ​ຊົນນະບົດ ​ໄດ້​ມີ​ໂອກາດຊື້ຂາຍສິນຄ້າ​ທ້ອງ​ຖິ່ນ​ຂອງ​ຕົນ ຜ່ານ​ສື່ອອນ​ລາຍ​ທີ່​ທັນ​ສະ​ໄໝ ​​​ໃຫ້​ສາມາດ​ເຂົ້າ​ເຖີງຕະຫຼາດ​​ພາຍ​ໃນ ​ແລະ ຕ່າງປະ​ເທດຢ່າງ​ກ້ວາງ​ຂວາງ ​​ເພື່ອຊ່ວຍໃຫ້ການສ້າງ​ເສດຖະກິດຄອບຄົວດີ​ຂຶ້ນ ແລະ​ ພັດທະນາຊີວິດການເປັນຢູ່ໃຫ້ມີຄຸນນະພາບ ພ້ອມ​ກັນ​ຫຼຸດ​ພົ້ນ​ຈາກຄວາມທຸກ​ຍາກ​ເທື່ອລະ​ກ້າວ.

          ​ການ​ຝຶກ​ອົບຮົມ​ໄດ້​ສຳ​ເລັດ​ລົງ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 15 ມີ​ຖຸນາ 2018 ທ່ານ ນາງ ສົມ​ໝາຍ ພົມ​ມຸນີ​ວົງ ​ຫົວໜ້າ​ພະ​ແນກສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ, ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ໃນ​ນາມ​ຜູ້​ຮັບ ຜິດຊອບຈັດ​ຕັ້ງ​ປະຕິບັດກິດຈະກຳຂອງໂຄງການດັ່ງກ່າວໄດ້ຊີ້ແຈງ​ໃຫ້ຊາບວ່າ: ພາຍ​ຫຼັງ​ສຳ​ເລັດ​ການ​ຝຶກ​ອົບຮົມ​ແລ້ວ​ຈະ​ໄດ້​ມີ​ການ​ສ້າງ​ປຶ້​ມຄູ່​ມື ​ແລະ ​ແຜນ​ດີ​ວີ​ດີ ກ່ຽວກັບ​ການສາທິດວິທີຍ້ອມສີ​ທຳ​ມະ​ຊາດ ​ເພື່ອ​ເປັນ​ການ​ອານຸລັກ ພູມ​ປັນຍາ ​ແລະ ວັດ ທະນະທຳ ​ຂອງ​ຊາວລາວ​ໄວ້​ໃຫ້​ແກ່​ລຸ້ນສືບ​ທອດ​​​ໄດ້ນຳ​ໃຊ້​ຢ່າງມີ​ປະສິດທິ​ຜົນ ​ແລະ ມີ​ຄວາມ​ຍືນ​ຍົງ​ຕະຫຼອດ​ໄປ.

ແຫຼ່ງຂໍ້ມູນໂດຍ: ທ່ານ ນາງ ສົມຫມາຍ ພົມ​ມຸນີ​ວົງ ​ຫົວໜ້າ​ພະ​ແນກສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ, ຫ້ອງການກະຊວງອຸດສາຫະກໍາແລະ ການຄ້າ

ຂ່າວໂດຍ ພູຄໍາ ຫລວງສຸພົນ