ເອກອັກຄະລັດຖະທູດ ແຫ່ງຣາຊະອານາຈັກ ໄທ ຄົນໃໝ່ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By phaikhame evilay On 5 Jul, 2018 At 02:00 PM | Categorized As ຂ່າວສຳຄັນ | With 0 Comments

     1

          ຕອນເຊົ້າ ເວລາ 10: 00 ໂມງ ຂອງວັນທີ 4 ກໍລະກົດ 2018 ທີ່ຫ້ອງຮັບແຂກຊັ້ນ 4 ຂອງກະຊວງອຸດຫະກໍາ ແລະ ການຄ້າ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ  ລັດຖະມົນຕີ​ ກະ​ຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ​ ໄດ້​ຕ້ອນຮັບ​​ການ​ຢ້ຽມຂໍ່ານັບ​ ​ທ່ານ H.E. Mr.  Kiattikhun Charprse,  ​ເອກ​ອັກຄະ​ລັດຖະທູດ​ຜູ້​ມີ​ອຳນາດ​ເຕັມ ແຫ່ງຣາຊະອານາຈັກໄທ ຄົນໃໝ່ ປະຈໍາ ສປປ ລາວ;​ ໂດຍມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມ, ຈໍານວນ 8 ​ທ່ານ;

       ການ​ເຂົ້າຢ້ຽມ​ຂໍ່ານັບໃນ​ຄັ້ງນີ້ ເປັນ​ການມາແຈ້ງທີ່ທ່ານໄດ້ມາຮັບໜ້າທີ່ຕໍາແໜ່ງທາງການທູດຢູ່ ສປປ ລາວ ທັງເປັນການເສີມຂະຫຍາຍການພົວພັນ ລະຫວ່າງ ສປປ ລາວ – ກັບ ແຫ່ງ ຣາຊະອານາຈັກໄທ ພ້ອມທັງປຶກສາຫາລືຄວາມເຂົ້າໃຈການຮ່ວມມືດ້ານການຄ້າ, ການລົງທຶນ ເປັນຕົ້ນແມ່ນການຄ້າສອງຝ່າຍ ທີ່ມີມູນເຊື້ອອັນດີງາມຕະຫຼອດມາ.

2

         ນອກ​ນີ້ ທ່ານ ລັດຖະມົນຕີ ກະຊວງ​ອຸດສາຫະກໍາ ​​ແລະ ການ​ຄ້າ​ ສະ​ເໜີ​ໃຫ້ທ່ານ​ເອກ​ອັກຄະ​ລັດຖະທູດ ແຫ່ງ ຣາຊະອານາຈັກໄທ ສືບຕໍ່​ໃຫ້ການ​ຊ່ວຍ​ເຫຼືອລາວ ​ໂດຍ​ສະ​ເພາະ​ແມ່ນ​ວຽກງານ​ ການ​ດໍາ​ເນີນ​ທຸລະ​ກິດ​​ ພ້ອມ​ທັງ​ສະໜັບສະໜູນໃຫ້​ນັກ​ລົງທຶນຈ​າກ ແຫ່ງ ຣາຊະ​ອານາຈັກໄທ ມາລົງທຶນຢູ່ ສປປ ລາວ ຫຼາຍຂຶ້ນ.

ຕອນ​ທ້າຍ ທ່ານ ນ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ  ຍັງ​ຂອບ​​ໃຈມາ​ຍັງ​ທ່ານ​​ເອກ​ອັກຄະ​ລັດຖະທູດ​ ແຫ່ງຣາຊະອານາຈັກໄທ ​ປະ​ຈໍາ ສປປ ລາວ ຄົນ​ໃໝ່ ​ທີ່ໄດ້ໃຫ້ການປຶກ​ສາຫາລືເປັນຢ່າງດີ.

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ