ເອກອັກຄະລັດຖະທູດ ແຫ່ງປະເທດ ອົດສະຕຣາລີ ປະຈໍາ ສປປ ລາວ ເຂົ້າພົບປະກັບ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງສປປ ລາວ
By phaikhame evilay On 27 Aug, 2018 At 10:42 AM | Categorized As ຂ່າວສຳຄັນ | With 0 Comments

23.2

       ໃນຕອນເຊົ້າ ເວລາ 10: 30 ນາທີ  ຂອງວັນທີ 23 ສິງຫາ  2018 ທີ່ຫ້ອງຮັບແຂກຊັ້ນ 4 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ​ ກະ​ຊວງ​ ອຄ ໄດ້​ຕ້ອນຮັບ​​ການເຂົ້າພົບປະ​ ຂອງ ທ່ານ Jean-Bernard Carrasco, ເອກອັກຄະລັດຖະທູດ ແຫ່ງປະເທດອົດສະຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ແລະ  ມີຜູ້ຕາງໜ້າຈາກກົມກ່ຽວຂ້ອງຂອງກະຊວງ ອຄ ລວມທັງໝົດ 13 ທ່ານ.

      ການ​​ພົບປະໃນ​ຄັ້ງນີ້ ແມ່ນເພື່່ອປຶກສາຫາລື ກ່ຽວກັບການເດີນທາງຂອງ ທ່ານ ຮອງລັດຖະມົນຕີ ກະຊວງ ອຄ ພ້ອມຄະນະ ເຂົ້າຮ່ວມກອງປະຊຸມ East Asia Conference on Competition Law and Policy ແລະ ກອງປະຊຸມໂຕະມົນ ASEAN-Australia-New Zealand Free Trade Area (AANZFTA) ເຊິ່ງຈະຈັດຂຶ້ນ ໃນລະຫວ່າງວັນທີ 28-31 ສິງຫາ 2018 ທີ່ ນະຄອນຊິດນີ້, ປະເທດອົດສະຕຣາລີ.

23.3

   ນອກຈາກນີ້ ທ່ານ ສົມຈິດ ອິນທະມິດ ຍັງໄດ້ສະແດງຄວາມຂອບໃຈທີ່ ທ່ານເອກອັກຄະລັດຖະທູດ ແຫ່ງ

ປະເທດອົດສະຕາລີ ຕອບຮັບການເປັນປະທານຮ່ວມ ໃນກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຮ່ວມກັບກະຊວງ ອຄ ແລະ ສຳນັກງານຜູ້ຕາງໜ້າ ອີຢູ ປະຈຳສປປ ລາວ ພາຍໃຕ້ກອງປະຊຸມໂຕະມົນ ແລະ ສະແດງຄວາມຂອບໃຈທີ່ລັດຖະບານອົດສະຕາລີ ໃຫ້ການສະໜັບສະໜູບ ກະຊວງ ອຄ ນັບຕັ້ງແຕ່ການເຈລະຈາເຂົ້າເປັນສະມາຊິກ ອົງການ ການຄ້າໂລກຂອງລາວ ແລະ ຈະສືບຕໍ່ໃຫ້ການສະໜັບສະໜູນແຜນພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ ຂອງ ສປປ ລາວ.

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ