ກອງປະຊຸມປຶກສາຫາລື ທາບທາມຄວາມເຫັນຂອງນັກທຸລະກິດ ທັງພາກລັດ ແລະ ເອກະຊົນ ເພື່ອປະກອບຄໍາເຫັນ ໃສ່ເນື້ອໃນຮ່າງມະຕິ ສູນກາງພັກຄັ້ງທີ່ 7 ສະໄໝທີ່ X
By phaikhame evilay On 14 Sep, 2018 At 02:42 PM | Categorized As ຂ່າວສຳຄັນ | With 0 Comments

2357.3

        ຕອນບ່າຍ ເວລາ 2:00 ໂມງ ຂອງວັນທີ 13 ກັນຍາ 2018  ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 ກະຊວງອຸດຫະກໍາ ແລະ ການຄ້າ ໄດ້ໄຂກອງປະຊຸມປຶກສາຫາລືທາບທາມຄວາມເຫັນຂອງນັກທຸລະກິດທັງພາກລັດ ແລະ ເອກະຊົນ ເພື່ອປະກອບຄໍາເຫັນໃສ່ເນື້ອໃນຮ່າງມະຕິສູນກາງພັກຄັ້ງທີ່ 7 ສະໄໝທີ່ X ຂອງພັກໄດ້ມີການປັບປຸງອົງກອນຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ ໂດຍແມ່ນຫ້ອງວ່າການສູນກາງພັກເປັນອົງການຊ່ວຍວຽກໃຫ້ກົມການເມືອງສູນກາງພັກ ແລະ ມີຜູ້ເຂົ້າຮ່ວມທັງໝົດປະມານ 150 ກວ່າທ່ານ.

2354.2

          ກອງປະຊຸມຄັ້ງນີ້ໂດຍໃຫ້ກຽດເປັນປະທານຮ່ວມ ​ຂອງ ທ່ານ ສຈ. ປອ. ຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ, ລັດຖະມົນຕີປະຈໍາສໍານັກງານນາຍົກ ທ່ານໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອເຜີຍແຜ່ປຶກສາຫາລືທາບທາມຄວາມເຫັນຂອງນັກທຸລະກິດທັງພາກລັດ ແລະ ເອກະຊົນ ເພື່ອປະກອບຄໍາເຫັນໃສ່ເນື້ອໃນຮ່າງມະຕິ; ຮ່າງມະຕິນີ້ກວມເອົາ 4 ເນື້ອໃນຕົ້ນຕໍ: ດ້ານການເມືອງ, ດ້ານເສດຖະກິດ, ດ້ານວັດທະນາທໍາ-ສັງຄົມ, ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

2332.1

         ກອງປະຊຸມ​ໄດ້ຮັບຟັງ ການປະກອບຄໍາເຫັນໃສ່ຮ່າງມະຕິ ຈາກນັກທຸລະກິດພາກລັດ ແລະ ເອກະຊົນ ຕໍ່ທີ່ມີການຄຸ້ມຄອງພາລະບົດບາດໜ້າທີ່ແບບແຜນວິທີການເຄື່ອນໄຫວຂອງບັນດາອົງການຈັດຕັ້ງໃນລະບົບການເມືອງ ໃຫ້ສອດຄ່ອງກັບຈຸດພິເສດຂອງແຕ່ລະປະເພດຮາກຖານ,  ເປັນປັດໃຈນໍາພາ ແລະ ປະຕິບັດໜ້າທີການເມືອງຂອງຮາກຖານ ຢ່າງມີປະສິດທິຜົນສູງ.

      ຕອນທ້າຍ ທ່ານ ສຈ. ປອ. ຈະເລີນ ເຢຍປາວເຮີ ໄດ້ສະເໜີໃຫ້ກອງປະຊຸມຄະນະພັກຮາກຖານເອົາໃຈໃສ່ຕິດຕາມ, ຊີ້ນໍາ, ນໍາພານັກທຸລະກິດທັງພາກລັດ ແລະ ເອກະຊົນ ໃນການຄຸ້ມຄ່ອງຄຸນທາດການເມືອງໃຫ້ປະກົດຜົນເປັນຈິ່ງ.

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ