ເອກອັກຄະລັດຖະທູດຜູ້ມີອໍາເຕັມແຫ່ງ ສປ ຈີນ ປະຈໍາລາວ ເຂົ້າຢ້ຽມອໍາລາ ທ່ານ ລັດຖະມົນຕີ ກະຊວງ ອຄ
By phaikhame evilay On 8 Oct, 2018 At 10:30 AM | Categorized As ຂ່າວສຳຄັນ | With 0 Comments

     Copy of IMG_2527.1

      ຕອນບາ່ຍເວລາ 3: 30 ໂມງ ຂອງວັນທີ 4/10/2018 ທີ່ຫ້ອງຮັບແຂກໃຫ່ຍຊັ້ນ4 ກະຊວງອຸດຫະກໍາ ແລະ ການຄ້າ ໃນໂອກາດການ ທ່ານ ຫວັງ ເວີນທຽນ (Wang Wentian) ການທູດຜູ້ມີອໍານາດເຕັ້ມປະຈໍາລາວ ເຂົ້າອໍາລາ ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ໃນໂອກາດການເຂົ້າຢ້ຽມອໍາລາຄັ້ງນີ້ ເປັນການໝົດວະລະທີ່ມາປະຈໍາຢູ່ ສປປ ລາວ  ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 15 ກ່ວາທ່ານ.

IMG_2544.3

         ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ແດງຄວາມຍີນດີຍ້ອງຍໍຊົມເຊີຍ ຕໍ່ ທ່ານ ຫວັງ ເວີນທຽນ ທີ່ມີຜົນງານປະກອບສ່ວນຫຼາຍດ້ານໃຫ້ແກ່ລາວ ເປັນຕົ້ນການຮ່ວມມືທັງດ້ານການຄ້າ ການລົງທຶນໂຄງການໃຫຍ່ທີ່ປິ່ນອ້ອມໃຫ້ແກ່ເສດຖະກິດຂອງລາວ ໂຄງການຊ່ວຍເຫຼືອມີຫຼາຍດ້ານ ເປັນຕົ້ນເສັ້ນທາງລົດໄຟ ລາວ-ຈີນ  ແລະ ໂຄງການໜຶ່ງແລວທາງໜຶ່ງເສັ້ນທາງ ແລະ ໂຄງການແລກປ່ຽນອື່ນໆ ລວມເຖີງການທີ່ໄດ້ຊ່ວຍເຫຼືອ ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມຢູ່ເມືອງສະຫນາມໄຊ ແຂວງອັດຕາປື ໃນໄລຍະຜ່ານມາ ນອກນັ້ນຍັງເປັນຄູ່ຮ່ວມຍຸດທະສາດຮອບດ້ານ. ທັງສອງຝ່າຍໃຫ້ຄໍາໜັ້ນສັນຍາຈະສຶບຕໍ່ຜັນຂະຫຍາຍຍຸດທະສາດຮັກສາມູນເຊື້ອ ແລະ ສຶບຕໍ່ຮ່ວມພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານອື່ນໃນຕໍ່ໜ້າໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

IMG_2553.5

        ທ່ານ ຫວັງ ເວີນທຽນ (Wang Wentian) ກໍ່ສະແດງຄວາມຂອບໃຈມາຍັງທ່ານລັດຖະມົນຕີ ໃນໄລຍະທີ່ ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດປະຈໍາ ສປປ ລາວ ທີ່ອໍານວຍຄວາມສະດວກໃຫ້ແກ່ຂ້າເຈົ້າ.

        ຕອນທ້າຍ ທ່ານ ລັດຖະມົນຕີ ຍັງອວຍພອນໃຫ້ທ່ານທູດຈົ່ງເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ ແລະ ສົ່ງເສີມສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ດີຂື້ນເລືອຍໆ.

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ