ຊຸດຝຶກ​ອົບຮົມ ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ທະນາຄານ ພາຍ​ໃຕ້ຂອບ​ຂອງໂຄງການ​ເຂົ້າ​ເຖິງ​ແຫລ່ງທຶນ​ຂອງ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ
By sme pr On 15 Oct, 2018 At 01:32 PM | Categorized As ອື່ນໆ | With 0 Comments

ໃນ​ວັນ​ທີ 09 ຕຸລາ 2018, ທີ່​ສະພາ​ການ​ຄ້າ ​ແລະ ອຸດສາຫະກໍາ​ແຫ່ງ​ຊາດ​ລາວ, ກົມ​ສົ່ງ​ເສີມ​ວິສາຫະກິດ​ຂະໜາດນ້ອຍ ​ແລະ ກາງ, ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ຮ່ວມກັບບໍລິສັດທີ່ປຶກສາກະສິກໍາ ແລະ ການເງິນ (AFC) ແລະ ສູນບໍລິການ SME ​ໄດ້​ຈັດ​ຊຸດ​ຝຶກ​ອົບຮົມ ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ທະນາຄານ​ ພາຍ​ໃຕ້​ຂອບ​ຂອງ​ໂຄງການ​ເຂົ້າ​ເຖິງ​ແຫຼ່ງທຶນ​ຂອງ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ ​ໃນ​ຫົວ​ຂໍ້ “ການ​ປະ​ເມີນ​ຕະຫຼາດ SME, ການ​ພັດທະນາ​ຜະລິດ​ຕະພັນ​ການ​ເງິນ, ການ​ວິ​ເຄາະ​ຜູ້​ກູ້​ຢືມ ​ແລະ ຄວາມ​ສ່ຽງສິນ​ເຊື່ອ, ການ​ບໍລິຫານ​ຄວາມ​ສ່ຽງສິນ​ເຊື່ອ ​ແລະ ​ການ​ຫລຸດຜ່ອນຄວາມ​ສ່ຽງໜີ້ຊັກ​ຊ້າ”. ພິທີເປີດການຝຶກອົບຮົມດໍາເນີນໄປ ​ໂດຍການເປັນປະທານຂອງທ່ານ ສົມດີ ອິນມີໄຊ, ຜູ້ຊ່ວຍວຽກງານຄະນະນຳກະຊວງ, ຜູ້ອຳນວຍ ການກອງທຶນສົ່ງເສີມ SME, ກະຊວງອຸດສາຫະກຳ ແລະ ການຄ້າ ​ມີ​ຜູ້​ເຂົ້າ​ຮ່ວມ​ທັງໝົດ 23 ທ່ານ ທີ່​ມາຈາກ 10 ທະນາຄານຄື: ທະນາຄານ​ການ​ຄ້າ​ຕ່າງປະ​ເທດລາວ, ທະນາຄານ​ພັດທະນາ​ລາວ, ທະນາຄານ​ສົ່ງ​ເສີມ​ກະສິກຳ, ທະນາຄານ​ເອຊີ​ລີ​ດາ, ທະນາຄານຮ່ວມ​ພັດທະນາ, ທະນາຄານລາວ-​ຝຣັ່ງ, ທະນາຄານ​ອິນ​ໂດ​ຈີນ, ທະນາຄານ​ບີ​ໄອ​ຊີ​ລາວ, ທະນາຄານ​ພົງ​ສະຫວັນ ​ແລະ ທະນາຄານ ຫວຽດຕິນ ຊຸດ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້​ໄດ້​ດຳ​ເນີນ​ໄປ​ເປັນ​ເວລາ 3 ວັນ ​ແລະ ປິດ​ລົງ​​ໃນ​ວັນ​ທີ 11 ຕຸລາ 2018.

Mr. Bounthern

ສໍາລັບ​ການຈັດ​ຊຸດ​ຝຶກ​ອົບຮົມ​ຄັ້ງ​ນີ້​ແມ່ນ​ເປັນ​ຄັ້ງ​ທີ 4 ​​ແລ້ວ ເຊິ່ງ 3 ຊຸດ​ທີ່​ຜ່ານ​ມາ​ແມ່ນ​ຝຶກ​ອົບຮົມ​ໃຫ້​ແກ່​ບັນດາ​ທະນາຄານ​ທີ່​ເຂົ້າ​ຮ່ວມ​ໂຄງການ​ເຊັ່ນ: ທະນາຄານລາວ​ຈີນ, ທະນາຄານ​ເອັສທີ, ທະນາຄານ ຊາ​ຄອມ​ແບັງ ລາວ ​ແລະ ທະນາຄານ​ຮ່ວມ​ທຸລະ​ກິດ ລາວ​ຫວຽດ.

 

About -