ຊຸດຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທະນາຄານ ພາຍໃຕ້ຂອບຂອງໂຄງການເຂົ້າເຖິງແຫລ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ
By sme pr On 22 Oct, 2018 At 09:49 AM | Categorized As ຂ່າວພາຍໃນ | With 0 Comments

IMG_0221

ໃນ​ວັນ​ທີ 17 ຕຸລາ 2018, ທີ່​ສະພາ​ການ​ຄ້າ ​ແລະ ອຸດສາຫະກໍາ​ແຫ່ງ​ຊາດ​ລາວ, ກົມ​ສົ່ງ​ເສີມ​ວິສາຫະກິດ​ຂະໜາດນ້ອຍ ​ແລະ ກາງ, ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ຮ່ວມກັບບໍລິສັດທີ່ປຶກສາກະສິກໍາ ແລະ ການເງິນ ແລະ ສູນບໍລິການ SME ​ໄດ້​ຈັດ​ຊຸດ​ຝຶກ​ອົບຮົມ ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ທະນາຄານ​ ພາຍ​ໃຕ້​ຂອບ​ຂອງ​ໂຄງການ​ເຂົ້າ​ເຖິງ​ແຫຼ່ງທຶນ​ຂອງ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ ​ໃນ​ຫົວ​ຂໍ້ “ການ​ປະ​ເມີນ​ຕະຫຼາດ SME, ການ​ພັດທະນາ​ຜະລິດ​ຕະພັນ​ການ​ເງິນ, ການ​ວິ​ເຄາະ​ຜູ້​ກູ້​ຢືມ ​ແລະ ຄວາມ​ສ່ຽງສິນ​ເຊື່ອ, ການ​ບໍລິຫານ​ຄວາມ​ສ່ຽງສິນ​ເຊື່ອ ​ແລະ ​ການ​ຫລຸດຜ່ອນຄວາມ​ສ່ຽງໜີ້ຊັກ​ຊ້າ”. ພິທີເປີດການຝຶກອົບຮົມດໍາເນີນໄປ ​ໂດຍການເປັນປະທານຂອງທ່ານ ສົມດີ ອິນມີໄຊ, ຜູ້ຊ່ວຍວຽກງານຄະນະນຳກະຊວງ, ຜູ້ອຳນວຍ ການກອງທຶນສົ່ງເສີມ SME, ກະຊວງອຸດສາຫະກຳ ແລະ ການຄ້າ ​ມີ​ຜູ້​ເຂົ້າ​ຮ່ວມ​ທັງໝົດ 23 ທ່ານ ທີ່​ມາຈາກ 5 ທະນາຄານຄື: ທະນາຄານລາວຈີນ, ທະນາຄານເອັສທີ, ທະນາຄານຊາຄອມແບັງລາວ, ທະນາຄານຮ່ວມທຸລະກິດລາວຫວຽດ ແລະ ທະນາຄານແຄນນາເດຍລາວ. ຊຸດ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້​ໄດ້​ດຳ​ເນີນ​ໄປ​ເປັນ​ເວລາ 3 ວັນ ​ແລະ ປິດ​ລົງ​​ໃນ​ວັນ​ທີ 19 ຕຸລາ 2018.

ສໍາລັບ​ການຈັດ​ຊຸດ​ຝຶກ​ອົບຮົມ​ຄັ້ງ​ນີ້​ແມ່ນ​ເປັນ​ຄັ້ງ​ທີ 5 ​​ແລ້ວ ເຊິ່ງຊຸດ​ 1-3 ທີ່​ຜ່ານ​ມາ​ແມ່ນ​ຝຶກ​ອົບຮົມ​ໃຫ້​ແກ່​ບັນດາ​ທະນາຄານ​ທີ່​ເຂົ້າ​ຮ່ວມ​ໂຄງການ​ເຊັ່ນ: ທະນາຄານລາວ​ຈີນ, ທະນາຄານ​ເອັສທີ, ທະນາຄານຊາ​ຄອມ​ແບັງ ລາວ ​ແລະ ທະນາຄານ​ຮ່ວມ​ທຸລະ​ກິດລາວ​ຫວຽດ ແລະ ຄັ້ງທີ 4 ແມ່ນຝຶກໃຫ້ບັນດາທະນາຄານທີ່ຍັງບໍ່ໄດ້ເຂົ້າຮ່ວມໂຄງການ.

ຂາວໂດຍ: ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ

About -