ລາວເປັນເຈົ້າພາບ ກອງປະຊຸມສົ່ງເສີມການຄ້າແຫ່ງທະວີບອາຊີ 2018
By sonsathit rasavong On 26 Nov, 2018 At 11:47 AM | Categorized As ຂ່າວສຳຄັນ | With 0 Comments

       ກົມ​ສົ່ງ​ເສີມ​ການ​ຄ້າ ຮ່ວມ​​ກັບ​ອົງການ ສົ່ງ​ເສີມ​ການ​ຄ້າ​ຍີ່​ປຸ່ນ, ຈັດກອງປະຊຸມສົ່ງເສີມການຄ້າຂອງບັນດາປະເທດອາຊີຂຶ້ນ ຄັ້ງທຳ​ອິດ​ໃນ ສປປ ລາວ ລະຫວ່າງ​ ວັນທີ 19-21 ພະຈິກ  2018 ທີ່ ນະຄອນຫຼວງວຽງຈັນ. ກ່ອນ​ພິທີ ​ເປີດ​ກອງປະຊຸມ​ສົ່ງ​ເສີມ​ການ​ຄ້າ ລະດັບ​ຜູ້​ບໍລິຫານ ຄັ້ງທີ່ 31, ທ່ານ ອາກາ​ໂຫຊິ, ຮອງ​ຫົວໜ້າອົງການ ​ເຈ​ໂທຼ ​ໄດ້​ເຂົ້າພົບ​ປະຢ້ຽມຢາມ ທ່ານ​ ນາງ ​ເຂັມ​ມະນີ ​ພົນ​ເສນາ, ລັດຖະມົນຕີ​ກະຊວງ​ອຸດສາຫະກໍາ ແລະ ການ​ຄ້າ  ​ໃນ​ເວລາ 13:00, ວັນ​ທີ 19 ພະ​ຈິກ 2018. ທັງ​ສອງ​ຝ່າຍ​ໄດ້​ແລກປ່ຽນ​ແນວທາງ​ການ​ຮ່ວມ​ມື​​ໃນ​ວຽກງານ​ສົ່ງ​ເສີມ​ການ​ຄ້າ​ລະຫວ່າງ ຍີ່ປຸ່ນ ​ແລະ ລາວ​ ໃຫ້ຫຼາຍຂຶ້ນ​ໃນຕໍ່ໜ້າ ​ເພື່ອ​ເປັນ​ການ​ສືບຕໍ່​ເສີມ​ຂະຫຍາຍໝາກຜົນ​ການ​ເຮັດ​ວຽກຢ່າງ​ຕັ້ງໜ້າຂອງ​ສອງປະ​ເທດ.

IMG_2801

      ທ່ານ ພັນ​ທອງ ​ພິດ​ທຸມມາ, ຮອງ​ລັດຖະມົນຕີ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ໃຫ້ກຽດ​ກ່າວ​ພິທີ​ເປີດ ກອງ​ປະຊຸມ. ​​​ເຂົ້າຮ່ວມ​ງານ​ຄັ້ງນີ້, ມີຜູ້​ບໍລິຫານ​ລະດັບ​ສູງ ຈາກສະມາຊິກ​ອົງການ​ສົ່ງ​ເສີມ​ການ​ຄ້າ​ແຫ່ງທະວີບ ອາຊີ  ແລະ ໂອເຊອານີ ທັງໝົດ 46 ທ່ານ ຈາກ 19 ປະ​ເທດ​ສະມາຊິກ.

​​    ໃນ​ຊ່ວງ​ກ່າວ​ພິທີ​ເປີດກອງ​ປະຊຸມ, ທ່ານ ພັນ​ທອງ ພິດ​ທຸມມາ, ຮອງ​ລັດ​ຖະມົນ​ຕີ, ກະຊວງອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ກ່າວ​ວ່າ “ວຽກງານ​ສົ່ງ​ເສີມ​ການ​ຄ້າ​ລາວ​ ມີ​ຄວາມ​ສຳຄັນ​ຫຼາຍຕໍ່ກາ​ນພັດທະນາ​ເສດຖະກິດ ​ແລະ ສັງຄົມ. ວຽກງານ​ຫຼັກຂອງ​ອົງການ​ດັ່ງກ່າວ​ແມ່ນ​ສົ່ງ​ເສີມ​ໃຫ້​ຄົນ​ພາຍໃນ​ປະເທດ ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ຜະລິດ​ສິນຄ້າ ​ເພື່ອ​ຕະຫຼາດພາຍ​ໃນ ​ແລະ ສົ່ງ​ອອກ. ຕໍ່ກັບໜ້າທີ່​ອັນ​ສຳຄັນ​ດັ່ງກ່າວ, ​ໄດ້​ຜັກ​ດັນ​ແນວທາງ​ນະ​ໂຍບາຍ​ການຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ການ​ສ້າງ​ວຽກ​ເຮັດ​ງານ​ທຳ​​ແກ່​ປະຊາຊົນລາວ”

       ນອກນີ້, ທ່ານ ​​ໄຊ​ສົມ​ເພັດ ນໍຣະສິງຫ໌, ຮັກສາ​ການ​ຫົວໜ້າກົມ​ສົ່​ງເສີມການ​ຄ້າລາວ, ​ທັງ​ເປັນ​ປະທານ​ກອງ​ປະຊຸມ ໄດ້​ຂຶ້ນກ່າວ ໃນ​ຫົວ​ຂໍ້ “ ການ​ຄ້າ ​ແລະ ​ເປົ້າໝາຍການ​ພັດທະນາ​ແບບ​ຍືນ​ຍົງ – ​​ໃນ​ກອບ​ການ​ພັດທະນາ ຂອງ ປະ​ເທດ​ລາວ – Trade and Sustainable Economic Development Goals – In the context of Laos” ຜ່ານ​ບົດ​ສະ​ເໜີ, ​ໄດ້​ລວມ​ເອົາ​​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ​ໃຫ້​ຕິດ​ພັນ​ກັບ​ເປົ້າໝາຍການ​ພັດທະນາ​ແບບ​ຍືນ​ຍົງ, ວຽກງານຫຼັກຂອງ​ກົມ​ສົ່ງ​ເສີມ​ການ​ຄ້າ ທີ່​ຊຸກຍູ້​ເປົ້າໝາຍ ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຂົງ​ເຂດ​ທີ່​ຍັງ​ຕ້ອງ​ໄດ້​ປັບປຸງ​ໃນຕໍ່ໜ້າ.

IMG_2807

      ທ່ານ ອາກາ​ໂຫຊິ, ຮອງ​ຫົວໜ້າອົງການ ອົງການ​ສົ່ງ​ເສີມ​ການ​ຄ້າ​ຍີ່ປຸ່ນ,​ ​ໄດ້​​​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ ​ໄດ້​ຂຶ້ນກ່າວ​ໃນ​ຫົວ​ຂໍ້ “ຄວາມ​ຮັບຜິດຊອບ​ຂອງ​ອົງການ​ສົ່ງ​ເສີມ​ການ​ຄ້າ ​ໃນ​ຍຸກ​​ແຫ່ງ​ການ​ພັດທະນາ​​ແບບ​ຍືນ​ຍົງ – TPOs’ Responsibility in SDGs Era” ອົງການ ​ເຈ​ໂທຼ, ​ໄດ້​ສະ​ແດງ​ທັດສະນະ​ສະໜັບສະໜູນວຽກງານ ການ​ພັດທະນາ​ແບບ​ຍືນ​ຍົງ.​ ​ໂດຍ​ຖື​ເອົາ​ການ​ພັດທະນາ​ຕະຫຼາດຮອງ​ຮັບ​ສິນຄ້າ ​ແລະ ການ​ບໍລິການ ​ເປັນ​ເສົາ​ຫຼັກ​ໃນ​ການ​ຂັບ​ເຄື່ອນ​ເສດຖະກິດ ​ໄປ​ຕາມ​ເປົ້າໝາຍຂອງ​ການ​ພັດທະນາ​ແບບ​ຍືນ​ຍົງ. ທາງ​ອົງການ​ໄດ້​ມີຫຼາຍກິດຈະກຳ ການ​ພັດທະນາ ​ເປັນ ຕົ້ນຜັກ​ດັນ​ນະ​ວັດຕະ​ກຳ​ໃໝ່, ຮ່ວມ​ກັບ​ອົງການ​ສົ່ງ​ເສີມ​ການ​ຄ້າທີ່​ມີ​ໃນແຕ່ລະ​ປະ​ເທດ ຄົ້ນຄວ້າຕະ​ຫຼາດທ່າ​ແຮງ, ກົດໝາຍ ​ແລະ ດຳລັດ. ໄດ້​ເຮັດ​ວຽກງານ​ການ​ຈັດ​ພົບປະ​ທຸລະ​ກິດ, ທົດ​ສອບ​ຕະຫຼາດ​ໃໝ່,​ ​ແລະ ຊອກ​ຫາ​ຄູ່​ຄ້າ​ທ່າ​ແຮງ​ທີ່​ຕ່າງປະ​ເທດ. ​ໃນ​ອະນາ​ຄົດ​ຕໍ່ໜ້າ, ທາງ​ອົງການ ​ເຈ​ໂທຼ ຈະ​ມີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ສົ່ງ​ເສີມ​ການ​ຄ້າ ​ໃນ​ການ​ສ້າງ​ນະ​ວັດຕະ​ກຳ​ໃໝ່ ​ເພື່ອ​ໃຫ້​ບັນ​ລຸເປົ້າໝາຍການ​ພັດທະນາ​ແບບ​ຍືນ​ຍົງ ໃນ​ປີ 2030. ​

       ໃນວັນທີ 20 ພະຈິກ 2018, ຈະໄດ້ນຳພາຄະນະເຂົ້າຊົມຫ້ອງພິພິດຕະພັນ ແພງໃໝ, ເພື່ອເບິ່ງຮູບແບບການຜະລິດ ຫັດຖະກຳ ສີມືຄົນລາວ. ນອກນັ້ນ ບັນດາແຂກການນຳອົງການສົ່ງເສີມການຄ້າ ຈະໄດ້ເຂົ້າຊົມສະຖານ ທີ່ທາງວັດ ຖະນະທຳຄື: ວັດ ສີສະເກດ ແລະ ຫໍພະແກ້ວ ​ເພື່ອ​ເປັນ​ການ​ສຶກສາ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ວັດ​ທະນະ​ທຳ​ລາວ ​ແລະ ຮູບ​ແບບ​ຫົວຄິດ​ປະດິດ​ສ້າງ​ຄົນ​ລາວ​ໃນ​ຍຸກ​ໂບຮານ.

     ວຽກງານ​ສົ່ງ​ເສີມ​ການ​ຄ້າ ຖື​ວ່າ​ມີ​ຄວາມ​ສຳຄັນ​ຫຼາຍ ​ແກ່​ເສດຖະກິດ​ຂອງ​ຊາດ. ໃນ​ລະດັບ​ວິຊາ​ການ, ກອງ​ປະຊຸມຄັ້ງນີ້ຖື​ເປັນ​ໂອກາດ​ທີ່ດີໃຫ້​ພະນັກງານ​ສົ່ງ​ເສີມ​ການ​ຄ້າ ​ໄດ້​ມີ​ໂອກາດ ​​ແລກປ່ຽນປະສົບ​ການສູງ ​ແລະ ຮຽນຮູ້ ນຳ​ບັນດາ ອົງການ​ສົ່ງ​ເສີມ​ການ​ຄ້າ​ທີ່​ມີ​ປະສົບ​ການ. ​​ລວມ​ເອົາການສ້າງວຽກເຮັດງານທຳ, ສົ່ງເສີມໃຫ້ຄົນມີຫົວຄິດປະດິດສ້າງ ໃນວຽກງານການຜະ ລິດເພື່ອຕະຫຼາດ ແລະ ສົ່ງອອກ. ການ​ຈັດ​ກອງ​ປະຊຸມຄັ້ງນີ້ ເປັນໂອກາດອັນດີ ​ໃຫ້​ແກ່​ ສປປ ລາວ ເຜີຍແຜ່ນະໂຍບາຍກ່ຽວກັບການພັດທະນາເສດຖະກິດສັງຄົມ, ວັດທະນະທຳ, ການຄ້າ, ການລົງທຶນ ແລະ ທ່ອງທ່ຽວ. ກໍ່ຄືນະໂຍບາຍສົ່ງເສີມການຄ້າແລກປ່ຽນກັບບັນດາປະເທດສະມາຊິກ ຕະຫຼອດເຖິງການສະແດງສາຍພົວພັນການຮ່ວມມື ໃນດ້ານວຽກງາ​ນສົ່ງ​ເສີມ​ການ​ຄ້າ ກັບບັນດາປະເທດໃນອາຊີໃຫ້ຫຼາຍຂຶ້ນກວ່າເກົ່າໃນອະນາຄົດ.

ແຫຼ່ງຂ່າວໂດຍ: ກົມສົງເສີມການຄ້າ.

ຮຽບຮຽງຂ່າວໂດຍ: ພູຄໍາ ຫຼວງສຸພົນ