ຫົວໜ້າພະແນກການຄ້າ ແຂວງ Hu nan ສປ ຈີນ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By phaikhame evilay On 29 Nov, 2018 At 09:10 AM | Categorized As ຂ່າວສຳຄັນ | With 0 Comments

IMG_2863.1

       ຕອນເຊົ້າ ເວລາ 9: 30 ໂມງ ຂອງວັນທີ 27 ພະຈິກ 2018 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ   ອຸດສາຫະກໍາ ແລະ ການຄ້າ ໄດ້ມີການຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Xu Xiangping, ຫົວໜ້າ​ພະ​ແນ​ກການ​ຄ້າ ​ແຂວງ Hu nan ສປ ຈີນ   ພ້ອມດ້ວຍນັກທຸລະກິດ ເນື່ອງໃນໂອກາດທີ່ເດີນທາງຢ້ຽມຢາມ ສປປ ລາວ ​ແລະ ຖື​ໂອກາດ​ນີ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ເຂັມມະນີ ພົນເສນາ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ​ແຫ່ງ ສປປ ລາວ. ມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມ ຈໍານວນ  25 ​ທ່ານ.

IMG_2856.2

ໃນໂອກາດນີ້ ສອງຝ່າຍໄດ້ປຶກສາຫາລື ​ແລະ  ມີຄວາມເຂົ້າໃຈຮ່ວມກັນຫຼາຍດ້ານ ຄື: ດ້ານການຄ້າ, ການຮ່ວມມື, ການລົງທຶນ ແລະ ບັນດາໂຄງການທີ່ຢາກຈະມາລົງທຶນຢູ່ ສປປ ລາວ ແລະ ສ້າງຄວາມເຂົ້າໃຈ ລະຫ່ວາງ ສປປ ລາວ ກັບ ແຂວງ Hu nan, ນອກນັ້ນຍັງໄດ້ປຶກສາຫາລືຄວາມເປັນໄປໄດ້ຕໍ່ກັບນັກທຸລະກິດ ແຂວງ Hu nan, ທີ່​ຈະ​ມາລົງທຶນ​ເຮັດ​ທຸລະ​ກິດຢູ່ ລາວ ​ໃນວຽກງານຫຼາຍດ້ານທີ່ປິ່ນອ້ອມເປັນພື້ນຖານໂຄງລ່າງ.

IMG_2877.3

        ໃນຕອນທ້າຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ  ສະແດງຄວາມຍິນດີ ຕໍ່ທ່ານ ຫົວໜ້າພະແນກການຄ້າ ແລະ ນັກທຸລະກິດ ແຂວງ Hu nan, ໃນການໃຫ້ຄວາມຮ່ວມມືເປັນຢ່າງດີ ​ແລະ ທ່ານ Xu Xiangping  ກໍ່ສະແດງຄວາມຂອບໃຈມາຍັງ ທ່ານ ລັດຖະມົນຕີ ກະຊວງ ອຄ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິດຕະພາບແລະ ພ້ອມ​ທັງໃຫ້ຄວາມສະດວກ​​ແກ່​ຄະນະຝ່າຍ​ຈີນ.

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ