ການພົວພັນສອງຝ່າຍ ສປປ ລາວ ແລະ ສປປ ເກົາຫລີ
By sonsathit rasavong On 30 Nov, 2018 At 01:11 PM | Categorized As ຂ່າວສຳຄັນ | With 0 Comments

        ໃນວັນທີ 27 ພະຈິກ 2018 ເວລາ 10:30 ໂມງ ທີ່ຫ້ອງຮັບແຂກກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນ ຮັບຄະນະທ່ານ ລີຍົງຊົນ ເອກອັກຄະລັດຖະທູດ ສປປ ເກົາຫລີ ປະຈຳລາວ ຄົນໃໝ່ ໃນໂອກາດທີ່ມາຮັບຕໍາແໜ່ງໃໝ່ ຢູ່ ສປປ ລາວ ໂດຍໃຫ້ກຽດຕ້ອນຮັບ ຄະນະດັ່ງກ່າວທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍບັນດາກົມທີ່ກ່ຽວຂ້ອງ.

IMG_2908

       ທ່ານ ລັດຖະມົນຕີ ແລະ ທ່ານ ເອກອັກຄະລັດຖະທູດ ສປປ ເກົາຫລີ ປະຈຳລາວ ຄົນໃໝ່ຍັງໄດ້ເວົ້າເຖິງການພົວ ພັນສອງ​ຝ່າຍ ສປປ ລາວ ​ແລະ ສປປ ເກົາຫລີ ໃນໄລຍະຜ່ານມາ ​ໄດ້​ລົງ​ນາມ​ໃນສັນຍາ​ການ​ຄ້ານຳ​ກັນ​ໃນ​ວັນ​ທີ 02 ພຶດສະພາ 1997. ສັນຍາ​ດັ່ງກ່າວ​ປະກອບ​ມີ​ 09 ມາດຕາ ທີ່​ເວົ້າ​ເຖິງ​ຄວາມ​ມຸ່ງ​ໝັ້ນ​ຂອງ​ຄູ່​ສັນຍາທີ່​ຈະສຸມ​ທຸກ​ຄວາມ​ສາມາດ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ທາງ​ການ​ຄ້າ, ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ນຳ​ເຂົ້າ-ສົ່ງ​ອອກ​ສິນຄ້າ, ຫລັກການ​ປະຕິບັດ​ແບບ​ຊາດ​ທີ່​ໄດ້​ຮັບ​ອະນຸ​ເຄາະ​ຍິ່ງ (MFN), ການ​ກຳນົດ​ວິທີ​ການ​ຊື້​-ຂາຍ, ການ​ເຂົ້າຮ່ວມ​ງານ​ວາງສະ​ແດງສິນຄ້າ, ການ​ດັດ​ແກ້​ສັນຍາ ​ແລະ ການ​ມີ​ຜົນ​ບັງຄັບ​ໃຊ້.

        ກົນໄກການປະສານງານລະຫວ່າງສອງຟ່າຍແມ່ນຜ່ານກອງປະຊຸມຄະນະກຳມາທິການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ ທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງ ສປປ ລາວ – ສປປ ເກົາຫ ຊຶ່ງ​ຄັ້ງ​ຫຼ້າສຸດ​ແມ່ນ ຄັ້ງ​ທີ 03 ຈັດ​ຂຶ້ນ​ໃນ​ເດືອນ ທັນວາ 2014 ທີ່ນະຄອນຫຼວງ​ວຽງ​ຈັນ, ສປປ ລາວ ຊຶ່ງສາມາດ ຕົກລົງກັນໄດ້ຫຼາຍປະເດັນ ໂດຍສະເພາະປະເດັນທີ່ກ່ຽວກັບ ເສດຖະກິດການຄ້າ (ກອງ​ປະຊຸມ​ຄັ້ງ​ທີ 04 ​ແມ່ນ​ຍັງ​ບໍ່​ສາມາດ​ຈັດ​ໄດ້​ເທື່ອ ​ເນື່ອງ​ຈາກ ສປປ ​ເກົາຫຼີ ຖືກ​ຂ້ວມ​ບາດ​ຈາກ​ນາໆ​ຊາດ).

IMG_2910

        ດ້ານການລົງທຶນປີ 2008-ປະ​ຈຸ​ບັນ ມີນັກລົງທຶນຈາກ ສປປ ເກົາຫລີ ແຈ້ງຂຶ້ນທະບຽນວິສາຫະກິດ ຈໍານວນ 19 ຂະແໜງ ການ ມູນຄ່າທຶນຈົດທະບຽນທັງໝົດ ຈຳນວນ 448,215,200,000 ກີບ. ໃນນັ້ນຂະແໜງການຕົ້ນຕໍທີ່ ສປປ ເກົາຫລີ ມາລົງທຶນແມ່ນ ການ​ສະໜອງ​ໄຟຟ້າ​, ອາຍ​ແກ໋ດ, ອາຍ​ຮ້ອນ ​ແລະ ອາກາດ​ປັບແຕ່ງ; ກະສິກໍາ, ປ່າໄມ້ ແລະ ການປະມົງ; ອຸດສາຫະກຳປຸງແຕ່ງ, ການກໍ່ສ້າງ; ການຄ້າຂາຍຍົກ ແລະ ຂາຍຍ່ອຍ; ສ້ອມແປງລົດຍົນ ແລະ ກົນຈັກ; ອຸດສາຫະກຳ​ປຸງ​ແຕ່ງ; ການ​ເຄື່ອນ​ໄຫວ​ໃຫ້​ທີ່​ພັກ​ເຊົາ ​ແລະ ບໍລິການ​ອາຫານ; ການເຄື່ອນໄຫວກ່ຽວກັບສຸຂະພາບມະນຸດ ແລະ ວຽກງານທາງສັງຄົມ ແລະ ຂະແໜງການອື່ນໆ

         ສຸດທ້າຍ ທ່ານ ລີຍົງຊົນ ເອກອັກຄະລັດຖະທູດ ສປປ ເກົາຫລີ ປະຈຳລາວ ຄົນໃໝ່ ໄດ້ກ່າວຂອບໃຈນໍາທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ໃຫ້ການຕ້ອນຮັບເປັນຢ່າງດີ ແລະ ທ່ານ ລັດຖະມົນຕີ ຍັງໄດ້ກ່າວຂອບໃຈນໍາທ່ານເອກອັກຄະລັດຖະທູດ ສປປ ເກົາຫລີ ປະຈຳລາວ ຄົນໃໝ່ ທີ່ໃຫ້ຄວາມສໍາຄັນວຽກການຄ້າການລົງທຶນໃນ ສປປ ລາວ.

ຂ່າວໂດຍ: ພູຄໍາ ຫຼວງສຸພົນ