ການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນບໍລິສັດ ອ່ານຮຸ່ຍ ວິສະວະກໍາດ້ານໂທລະຄົມມະນາຄົມ ຈໍາກັດ ແຫ່ງ ສປ ຈີນ
By theu vaenvongsod On 30 Nov, 2018 At 02:20 PM | Categorized As ຂ່າວສຳຄັນ | With 0 Comments

    WhatsApp Image 2018-11-30 at 13.55.17

      ໃນເວລາ 15:30 ໂມງຂອງວັນທີ 29 ພະຈິກ 2018  ທີ່ຫ້ອງຮັບແຂກ ຊັ້ນ 4 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບຄະນະຜູ້​ແທນ​ບໍລິສັດ ອ່ານ​ຮຸ່ຍ ວິສະວະກຳ​ດ້ານໂທລະ​ຄົມມະນາຄົມ ຈໍາກັດ ​ແຫ່ງ ສປ ຈີນ ຊຶ່ງ​ນຳພາ​ໂດຍ​ທ່ານ Xie Zhaokai ສະມາຊິກຂອງຄະນະກໍາມະການພັກ, ເລຂາທິການຄະນະກໍາມະການລະບຽບວິໄນ, ຮອງຜູ້ອໍານວຍການບໍລິສັດ ທີ່ເຂົ້າຢ້ຽມ​ຂໍ່ານັບລັດຖະລັດມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ​ແຫ່ງ ສປປ ລາວ ໂດຍ​ໄດ້​ຮັບການຕ້ອນຮັບຈາກທ່ານ ນ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້​ອມດ້ວຍ ທ່ານ​ຮອງ​ຫົວໜ້າຫ້ອງການ, ທ່ານ​ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ວິຊາ​ການທີ່ກ່ຽວຂ້ອງ ຈາກ​ຝ່າຍ​ລາວ ​ແລະ ຝ່າຍຈີນ ຈໍານວນທັງໝົດ 13 ທ່ານ.

WhatsApp Image 2018-11-30 at 13.55.19

      ຈຸດປະສົງຂອງການເຂົ້າຢ້ຽມ​ຂໍ່ານັບໃນຄັ້ງນີ້ ແມ່ນເພື່ອລາຍ​ງານຫຍໍ້​ສະພາບ​ການ​ເຮັດ​ວຽກ ຂອງ​ຄະນະ​ຊ່ຽວຊານ IT ຝ່າຍ​ຈີນ​ທີ່​ໄດ້​ຮ່ວມ​ເຮັດ​ວຽກ​ນຳ​ຄະນະ​ວິຊາ​ການຝ່າຍ​ລາວ ​ເປັນ​ເວລາ 15 ວັນ ຢູ່​ກົມ​ແຜນ​ການ ​ແລະ ການ​ຮ່ວມ​ມື, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໃນ​ໂຄງການລັດຖະບານ ກໍ່​ຄື​ກະຊວງ​ການ​ຄ້າ ​ແຫ່ງ​ສປ ​ຈີນ ​ໃຫ້ການ​ຊ່ວຍ​ເຫຼືອລາວ ​ໃນ​ການປັບປຸງລະບົບ IT ຂອງ​ກະຊວງ ອຄ ມູນຄ່າ 8 ລ້ານໂດລາສະຫະລັດ, ພ້ອມ​ທັງ​ປຶກສາ​ຫາລື ​​ຂັ້ນຕອນ​ໃນການ​ເຮັດ​ວຽກ​ຮ່ວມ​ກັນດ້ານ​ເຕັກນິກ​ວິຊາ​ການຕໍ່​ໜ້າ ແລະ ສະເໜີຕໍ່ຝ່າຍຈີນສຶກສາຄວາມເປັນໄປໄດ້ໃນການຫຍໍ້ໄລຍະເວລາ ຂອງໂຄງການໃຫ້ກະທັດຮັດຕື່ມ ຊຶ່ງແຜນກໍານົດໄວ້ເບື້ອງຕົ້ນແມ່ນຈະສໍາເລັດໃນປີ 2021 ແລະ ພໍດີກົງກັບໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຄາດກະຈະສໍາເລັດພາຍໃນປີນັ້ນເຊັ່ນກັນ;

WhatsApp Image 2018-11-30 at 13.55.18

       ພ້ອມດຽວກັນນີ້, ທ່ານ Xie Zhaokai ພ້ອມ​ຄະນະ ​ໄດ້​ກ່າວ​ຄຳ​ຂອບ​ໃຈ​ມາ​ຍັງ​ທ່ານ​ລັດຖະມົນຕີ ກະຊວງ ອຄ ທີ່​ໄດ້​​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ​ແລະ ມອບ​​ເຄື່ອງ​ທີ່​ລະນຶກ ທີ່​ເປັນ​ເອກ​ກະ​ລັກ​ຂອງ​ແຂວງ​ອ່ານ​ຮຸ່ຍ ​ແລະ ກະຕ່າ​ດອກ​ໄມ້;

WhatsApp Image 2018-11-30 at 13.55.22

       ຕອນ​ທ້າຍ, ທ່ານ ລັດຖະມົນຕີກະຊວງ ອຄ ຍັງໄດ້ກ່າວຂອບ​ໃຈ ຕໍ່​ທ່ານ Xie Zhaokai ພ້ອມ​ຄະນະ​ທີ່​ໄດ້​ມາ​ຮ່ວມ​ເຮັດ​ວຽກ​ນໍາ​ໂຄງການ​ປັບປຸງ​ລະບົບ IT ຂອງ​ກະຊວງ ອຄ ແລະ ຄວາມເປັນມິດຕະພາບລະຫວ່າງ ລາວ-ຈີນ ຈະຄົງຢູ່ຕະຫຼອດໄປ.

ຂ່າວໂດຍ: ນ ຖື ແຫວນວົງສົດ