ພະແນກ ອຄ ແຂວງຄຳມ່ວນ ສືບຕໍ່ຄວບຄຸມລາຄາສິນຄ້າຕາມທ້ອງຕະຫລາດ
By theu vaenvongsod On 4 Dec, 2018 At 03:10 PM | Categorized As ຂ່າວພາຍໃນ | With 0 Comments

0002

     ໃນ​ວັນ​ທີ 28 ພະຈິກ 2018 ພະ​ແນ​ກອຸດສາຫະກຳ ​ແລະ​ ການ​ຄ້າ​ແ​ຂວງ​ຄຳ​ມ່ວນ​ໄດ້​ສົມທົບ​ກັບ​ເຈົ້າຂອງ​ຕະຫລາດລົງ​ເຄືອ​ນ​ໄຫວກວດກາ​ລາຄາ​ສິນຄ້າ​ຕາມ​ທ້ອງ​ຕະຫລາດ​ປະ​ເພດ​ຊີ້ນ,  ​ເຂົ້າ, ປາ ​ແລະ​ ອາຫານ​ແຫ້ງ​ຕ່າງໆ ​ ​ເພື່ອຕິດຕາມສະພາບການເໜັງຕີງຂອງລາຄາສິນຄ້າໃນແຕ່ລະໄລຍະໄດ້ມີການຄວບຄຸມໃນລະດັບທີ່ຜູ້ຊື້ – ຜູ້ຂາຍ ສາ ມາດຈໍລະຈອນສິນຄ້າໄດ້ໃນລະດັບລາຄາຍຸຕິທຳ. ​ເຊິ່ງ​ໄດ້​ລົງເຄື່ອນ​ໄຫວ​ຢູ່ 2 ຈຸດຄື: ຕະຫລາດສຸກສົມບູນ ( ຫລັກ  3 ) ແລະ ຕະຫລາດຫລັກ 2 ໃນເທດສະບານຂອງແຂວງ ເຄື່ອນຕາມ​ຈຸດ​ຕ່າງໆ​ ພາຍໃນຕະຫລາດ. ພາຍຫລັງ​ທີ່​ທາງ​ເຈົ້າໜ້າທີ່​ໄດ້​ລົງ​ເກັບກຳ​ກວດກາສະພາບ​ຄວາມ​ເປັນ​ຈິງ ທ່ານ ບຸນ​ໂຮມ ມຸກດາ​ສັກ ຮອງ​ຫົວໜ້າພະ​ແນ​ກອຸດສາຫະກຳ ​ແລະ ​ການ​ຄ້າ​ແຂວງ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ທ້ອງ​ຖິ່ນ ​ເຊິ່ງ​ເຫັນ​ໄດ້​ວ່າ​ທັງ​ສອງ​ຕະຫລາດ​ແມ່ນ​ໄດ້​ຂາຍ​ສິນຄ້າ​ປະ​ເພດສະບຽງອາຫານ​ຄື : ເຂົ້້າ,​ ຊີ້ນ, ປາ, ອາຫານ​ແຫ້ງ ​ແລະ ອື່ນ​ໆ ​​ໃນປະຈຸ​ບັນແມ່ນ​ປົກກະຕິ, ມີ​ການ​ຕິດ​ປ້າຍ​ລາຄາ​ສິນຄ້າ​ ແລະ​ ຂາຍ​ໃນ​ລາຄາ​ທີ່​ລັດ​ຄວບ​ຄຸມເຊັ່ນ: ລາຄາ​ຊີ້ນງົວ ​ແລະ ຄວາຍ​ປະ​ເພດ 1 : 70.000 ກີບ/​ໂລ, ຊີ້ນງົວ ​ແລ​ະ ຄວຍປະ​ເພດ 2 : 50.000 ກີບ, ລາຄາ​ຊິ້ນໝູພັນ​ປະ​ເພດ 1 ​​: 30.000 ກີບ/​ໂລ, ປະ​ເພດ 2 : 25.000 ກີບ/​ໂລ, ລາຄາ​ປາ​ກະຊັງ 20.000 ກີບ/​ໂລ, ປາດຸກ​ພັນ 18.000 ກີບ​.

0005

        ສ່ວນລາຄາ​ເຂົ້າສານໜຽວປະ​ເພດ 01 ​ແມ່ນ 6.000 ກີບ/​ໂລ, ​ເຂົ້້າສານໜຽວປະ​ເພດ 2 : 5.000 ກີບ/​ໂລ, ​​ເຂົ້າສານ​ຈ້າວປະ​ເພດ 1 : 9.000 ກີບ/​ໂລ, ​ເຂົ້າສານ​ຈ້າວ​ປະ​ເພດ 2 : 8.000 ກີບ/​ໂລ. ພ້ອມ​ດຽວກັນນັ້ນບັນດາຮ້ານ​ຄ້າ,​ ​ບໍລິສັດທີ່​ນຳ​ເຂົ້າ​ ແມ່ນ​​ໄດ້​ຕິດ​ສະຫລາກ​ເປັນ​ພາສາ​ລາວ ​ແລະ ​ຕິດ​ລາຄາ​ເປັນ​ເງິນ​ກີບ ປະຕິບັດ​ຕາມ​ແຈ້ງ​ການ​ທີ່​ພວກ​ເຮົາ​ໄດ້​ເຄື່ອນ​ໄຫວ​ກ່ອນໜ້ານີ້. ໃນ​ການ​ຊື້ – ການຂາຍສິນຄ້າ​ແມ່ນບໍລິການເປັນເງິນກີບທຸກລາຍການ ຕາມບັນຊີ ຂ ທັງ​ນີ້ກໍ່​ເພື່ອສ້າງຄວາມສະດວກໃຫ້ແກ່ຜູ້ຊື້ ແລະ ຜູ້ມາໃຊ້ບໍລິການໄດ້ປຽບທຽບລາຄາ ແລະ ສາມາດຕັດສິນໃຈດ້ວຍຕົນເອງໃນການຊົມໃຊ້. ຮັບປະກັນທາງດ້ານການສະໜອງສິນຄ້າ​ໃຫ້​ໄດ້ທັງປະລິມານ ແລະ ຄຸນນະພາບໃຫ້ພຽງພໍກັບຄວາມຕ້ອງການ ​ແລະ ​ຮັບປະກັນເຮັດໃຫ້ຜູ້ບໍລິໂພກໄດ້ຮັບຄວາມເປັນທໍາດ້ານລາຄາ ປາສະຈາກການເອົາລັດເອົາປຽບເຊິ່ງກັນ ແລະ ກັນ.

00010003

     ສະ​ເພາະ 6 ​ເດືອນ​ຕົ້ນປີ 2018 ຜ່ານ​ມາ​ເຈົ້າໜ້າທີ່​ພວກ​ເຮົາ​ໄດ້​ເຄື່ອນ​ໄຫວ​ຕິດຕາມ​ລາຄາ​ສິນຄ້າຕາມ​ບັນຊີ ຂ ຢ່າງ​ໃກ້ຊິດ ​ໂດຍ​ໄດ້​​ແນະນຳ​ເອກະສານ​ຂໍ້​ຕົກລົງ​​ເລກທີ 0903 /ອຄ,ຄພນ ວ່າ​ດ້ວຍ​ຕະຫລາດ​ໃຫ້​ຄະນະ​ຈັດ​ສັນ​ຕະຫລາດ ​ແລະ ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ໃຈ​ເຖິງ​ພາລະ​ບົດບາດ, ສິດໜ້າທີ່,​ ​ລົງ​ເຜີຍ​ແຜ່​ແຈ້ງ​ການ​ວ່າ​ດ້ວຍ​ການ​ຕິດ​ປ້າຍ​ລາຄາ​ສິນຄ້າ – ຄ່າບໍລິການ ​ແລະ​ ວຽກງານ​ອື່ນໆ ອີກ. ສ່ວນ​ລາຄາ​ປະ​ເພດ​ຊີ້ນ ( ໝູ, ງົວ, ຄວາຍ, ປາ ) ​ແມ່ນ​ເຫັນ​ວ່າ​ຢູ່​ໃນ​ເກນ​ລາຄາ​ທີ່​ລັດ​ຄວບ​ຄຸມ​. ຖ້າຫາກພົບເຫັນການເອົາລັດເອົາປຽບດ້ານລາຄາທ່ານສາມາດແຈ້ງ ຫຼື ໂທລະສັບປະສານງານໄດ້ 24 ຊົ່ວໂມງ ເຊິ່ງປະຊາຊົນສາມາດເຂົ້າຫາໄດ້ເພື່ອຂໍ​ຄວາມ​ເປັນ​ທຳໂດຍສະເພາະແຈ້ງສາຍດ່ວນ 1510  ຫຼື ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ( ຂະແໜງການຄ້າພາຍໃນ ) ໃນເວລາລັດຖະການ ຖ້າມີສະພາບການເກີດຂຶ້ນເພື່ອພ້ອມກັນແກ້ໄຂບັນຫາດັ່ງກ່າວໄດ້ທັນກັບສະພາບການ.

00060004

ແຫຼ່ງຂ່າວ : ນ ມະນີວັນ

ຮຽບ​ຮຽງ​ໂດຍ: ນ ຖື