ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ລາວ – ຈີນ
By sonsathit rasavong On 12 Dec, 2018 At 10:07 AM | Categorized As ຂ່າວສຳຄັນ | With 0 Comments

        ໃນວັນທີ 10 ທັນວາ 2018 ເວລາ 5:00 ໂມງ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຫ້ອງປະຊຸມຊັ້ນ 01 ໄດ້ຈັດພິທີເຊັນບົດບັນທຶກລະຫວ່າງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກົມໃຫຍ່ຕິດຕາມກວດກາ ແລະ ຄຸ້ມຄອງຕະຫລາດແຫ່ງຊາດ ແຫ່ງ ສາທານະລັດ ປະຊາຊົນ ຈີນ ໂດຍ ການເປັນປະທານຝ່າຍລາວ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ປະທານຝ່າຍຈີນ ທ່ານ ຈາງ ໝາວ (Zhang Mao) ລັດຖະມົນຕີ, ກົມໃຫຍ່ຕິດຕາມກວດກາ ແລະ ຄຸ້ມຄອງຕະຫລາດແຫ່ງຊາດຈີນ (the State Administration for Market Regulation of the People’s Republic of China), ມີຜູ້ເຂົ້າຮ່ວມທັງສອງຝ່າຍ ປະມານ 20 ກ່ວາທ່ານ.

IMG_3175

      ຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈສະບັບນີ້ (ບົດບັນທຶກຄວາມເຂົ້າໃຈ) ແມ່ນເພຶ່ອກຳນົດຂອບເຂດການຮ່ວມມື ສໍຳລັບການຮ່ວມມືສອງຝ່າຍລະຫວ່າງ ຄູ່ຮ່ວມໃນຂົງເຂດການອຳນວຍຄວາມສະດວກໃນການຈົດທະບຽນວິສາຫະກິດ, ການບໍລິການຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ, ການປົກປ້ອງຜູ້ຊົມໃຊ້ ແລະ ການຄ້າທາງອີເລັກໂຕຣນິກ. ເພື່ອອໍານວຍຄວາມສະດວກໃນການຈົດທະບຽນວິສາຫະກິດ, ການບໍລິການຈຸນລະວິສາ ຫະກິດ ແລະ ວິສາຫະກິດຂະໜາດນ້ອຍ, ການປົກປ້ອງຜູ້ບໍລິໂພກ ຖືເປັນວຽກງານທີ່ສໍາຄັນ ໃນການສົ່ງເສີມການພັດ ທະນາເສດຖະກິດ ເຊັ່ນດຽວກັນກັບ ການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ສປ ຈີນ.

IMG_3102

            ຂອບເຂດການຮ່ວມມື ມີຄວາມມຸ້ງຫວັງທີ່ຈະຊຸກຍູ້ໃນການປະສານສົມທົບຮ່ວມກັນ ເພື່ອສົ່ງເສີມການຮ່ວມມືໃນຂົງເຂດການຈົດທະບຽນວິສາຫະກິດ, ການບໍລິການຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ, ການປົກປ້ອງຜູ້ຊົມໃຊ້ ແລະ ການຄ້າທາງອີເລັກໂຕຣນິກ ຜ່ານກິດຈະກໍາ.

IMG_3131

         ການແລກປ່ຽນຂໍ້ມູນທີ່ຕິດພັນກັບຂອບຮ່ວມມືລະຫວ່າງສະຖາບັນ, ນິຕິກຳ ແລະ ລະບຽບການ, ຂັ້ນຕອນການຄຸ້ມຄອງ ເຊັ່ນດຽວກັນກັບນະໂຍບາຍສົ່ງເສີມມາດຕະການ ແລະ ຮູບແບບຂອງການສະຫນັບສະຫນູນ, ອຳນວຍຄວາມສະດວກໃນການຈັດປະຊຸມຮ່ວມ ລະຫວ່າງຄະນະນຳທັງສອງຝ່າຍ, ສົ່ງເສີມການຈັດຝຶກອົບຮົມ ແລະ ກອງປະຊຸມ ເພື່ອປຶກສາຫາລືກ່ຽວກັບບັນຫາສະເພາະ ລວມທັງການປະຕິບັດທີ່ດີ ທີ່ມີຜົນປະໂຫຍດຮ່ວມກັນ, ສົ່ງເສີມການແລກປ່ຽນການຢ້ຽມຢາມຂອງພະນັກງານວິຊາການ, ກິດຈະກໍາອື່ນໆ ທີ່ມີຄວາມສົນໃຈຮ່ວມກັນ, ໄດ້ຕົກລົງກຳນົດກົມທີ່ຈະເປັນຈຸດປະສານງານ ເພື່ອແຕ່ງຕັ້ງພະນັກງານຂອງຕົນເຮັດໜ້າທີ່ໃນການປະສານງານ ແລະ ຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈສະບັບນີ້ ແລະ ຮັບປະກັນການປະສານງານເປັນປະຈຳ ລະຫວ່າງຄູ່ຮ່ວມ.

ຂ່າວໂດຍ: ພູຄໍາ ຫລວງສຸພົນ