ພິທີ ມອບ – ຮັບ ປຶ້ມຄູ່ມືການຍ້ອມສີທໍາມະຊາດ
By sonsathit rasavong On 13 Dec, 2018 At 10:16 AM | Categorized As ຂ່າວພາຍໃນ, ອື່ນໆ | With 0 Comments

         ໃນວັນທີ 11 ທັນວາ 2018 ເວລາ 9:00 ໂມງ, ທີ່ ໂຮງແຮມ ຊາລານາ, ນະຄອນຫຼວງວຽງຈັນ ໄດ້ມີພິທີມອບຮັບ – ປຶ້ມຄູ່ມືການຍ້ອມສີທໍາມະຊາດ, ໂດຍໃຫ້ກຽດເປັນປະທານທ່ານ ນາງ ບານສະຕິ ເທບພະວົງ ຫົວໜ້າຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ ອາ​ເລັກ​ຊານ​ເດຍ ຮູ​ເອຕາ (Alexandria Huerta) ຜູ້ອຳນວຍ ການ ອົງການ USAID ປະຈຳ ສປປ ລາວ, ພ້ອມດ້ວຍທ່ານ ແດນຽວ ຟິດສ໌ແພັດທຼິກ (Daniel Fitzpatrick) ຫົວໜ້າ​ໂຄງການ USAID LUNA II ແລະ ຕົວແທນຜູ້ປະກອບການຂອງແຂວງຊໍາເໜືອ, ແຂວງຊຽງຂວາງ, ບັນດາກົມອ້ອມຂ້າງກະຊວງ ແລະ ພະນັກງານຮັບຜິດຊອບໂຄງການ ກໍ່ໃຫ້ກຽດເຂົ້າຮ່ວມ.

IMG_3225

 ​         ພິທີ​ດັ່ງກ່າວ​ ​ແມ່ນ–ສະໄດ້​ຫຼຸບຄືນຜົນສຳ​ເລັດ​ການຈັດ​ຕັ້ງ​ປະຕິບັດ ​ກິດຈະກຳຂອງ​ໂຄງການສົ່ງເສີມຜູ້ປະກອບກິດຈະການເພດຍິງ ດ້ານຫັດຖະກຳແຜ່ນ​ແພ, ໂດຍສະເພາະແມ່ນພາກເໜືອຂອງລາວ ໃຫ້ມີຄວາມສາມາດສົ່ງອອກ, ຊຶ່ງຜົນສຳ​ເລັດ​​ນັ້ນມັນໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຕົວ​ຊີ້​ວັດ ທີ່​ໄດ້ບັນລຸຄາດໝາຍ​ຂອງ​ໂຄງການ, ​​ສະ​ນັ້ນ ເພື່ອ​ໃຫ້​ບັນດາ​ທ່ານ​ໄດ້​ຮັບ​ຮູ້​ຄວາມ​ເປັນ​ມາ​ຂອງ​ຜົນສຳ​ເລັດນີ້​,  ​​ຕົວ​ແທນ​ຂອງ​ຜູ້​ປະກອບ​ການຈາກ ​ແຂວງ​ຊຽງ​ຂວາງ ​ແລະ ​ແຂວງຫົວພັນ ໄດ້​ເຖິງຜົນ​ໄດ້​ຮັບຂອງ​​ການ​ເຂົ້າ​ຮ່ວມ​ກິດຈະກຳ​​ການ​ຝຶກ​ອົບຮົມ “ການ​ຍ້ອມ​ສີ​ທຳ​ມະ​ຊາດ ແລະ ການ​ຕະຫຼາດອອນ​ລາຍ”​ ຊຶ່ງໄດ້​ຮັບ​ການ​ສະໜັບສະໜູນ​ຈາກ ໂຄງການ USAID LUNA II.

IMG_3265

           ນອກ​ນີ້​ຄະນະ​ຮັບຜິດຊອບ​ໂຄງການ​ຍັງ​ໄດ້​ສ້າງ​ປຶ້​ມຄູ່​ມື​ການ​ຍ້ອມ​ສີ​ທຳ​ມະ​ຊາດ ​ແລະ ​ຈັດ​ພິ​ມ ຈຳນວນ 1,500 ເຫຼັ້ມ ​ເພື່ອ​​ແຈກ​ຢາຍ​ໃຫ້​ແກ່​ກຸ່ມ​ຜູ້​ຜະລິດ. ສະ​ນັ້ນ, ​ເຫັນ​ວ່າ​ກິດຈະກຳ​ດັ່ງກ່າວ​ມີ​ປະສິດທິ​ຜົນຫຼາຍໃນການສົ່ງ​ເສີມການຜະລິດສິນຄ້າຫັດຖະກຳແຜ່ນແພ ໃຫ້ມີຄຸນນະພາບ ແລະ ສາມາດເຂົ້າຫາຕະຫຼາດໄດ້ຢ່າງກ້ວາງຂວາງ ເທື່ອລະກ້າວ.

IMG_3275

           ພິ​ເສດ ທ່ານ ຫົວໜ້າຫ້ອງການ ໄດ້ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ ທ່ານ ແດນຽວ ຟິດສ໌ແພັດທຼິກ ຫົວໜ້າ​ໂຄງການ ແລະ ທ່ານ ນາງ ອາ​ເລັກ​ຊານ​ເດຍ ຮູ​ເອຕາ (Alexandria  Huerta) ຜູ້ອຳນວຍການອົງການ USAID ປະຈຳ ສປປ ລາວ, ທີ່ໄດ້​ໃຫ້​ການ​ຮ່ວມ​ມື, ໃຫ້ຄວາມຄິດເຫັນ, ຄຳປຶກສາຫາລື​ຢ່າງ​ໃກ້​ສິດກັບ ຫ້ອງການກະຊວງ ອຸດສາຫະກໍາ ແລະ ການຄ້າ ຈັດ​ຕັ້ງປະຕິບັດກິດຈະກຳ​ໂຄງການ​ຈົນ​ໄດ້​ຮັບ​ຜົນສຳ​ເລັດ, ພ້ອມທັງໄປ​ຍັງໂຄງການ USAID LUNA II ທີ່​ໄດ້​ໃຫ້ການ​ສະໜັບສະໜູນ ​ແຕ່​ເລີ້ມ​ຕົ້ນ​ຈົນ​ສຳ​ເລັດພາລະ​ກິດ ແລະ ຫວັງຢ່າງຍິ່ງວ່າໃນຕໍ່ຫນ້າທາງກະຊວງອຸດສາຫະກໍາ ແລະ ການຄ້າ ຈະໄດ້ຮ່ວມມືກັບໂຄງການ USAID LUNA II ເພື່ອເຮັດໂຄງການທີ່ດີຕໍ່ສັງຄົມນີ່ອີກ.

6666

           ສຸດທ້າຍທ່ານ ນາງ ອາ​ເລັກ​ຊານ​ເດຍ ຮູ​ເອຕາ (Alexandria Huerta) ຜູ້ອຳນວຍ ການອົງການ USAID ປະຈຳ ສປປ ລາວ ໄດ້ກ່າວວ່າ ​ຜົນສຳ​ເລັດດັ່ງກ່າວໃນຄັ້ງນີ້ ກໍ່ຄືປື້ມຄູມືການຍ້ອມສີທໍາມະຊາດ ຈະໄດ້ສະໜອງໃຫ້ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ ທີ່​ນຳ​ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ໃຫ້​​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດຕໍ່ສັງຄົມລາວ ​ແລະ ມີຄວາມ​ຍືນ​ຍົງໃນ​ອະນາ​ຄົດ.

 ຂ່າວໂດຍ: ພູຄໍາ ຫລວງສຸພົນ