ພິທີເປີດສູນຮຽນຮູ້ ແລະ ຂໍ້ມູນຂ່າວສານເຕັກໂນໂລຊີ ຊີວະມວນ ໃນວັນທີ 10 ທັນວາ 2018 ທີ່ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ນະຄອນຫຼວງວຽງຈັນ
By theu vaenvongsod On 13 Dec, 2018 At 10:13 AM | Categorized As ຂ່າວພາຍໃນ | With 0 Comments

i and H department

     ໃນຕອນເຊົ້າ ວັນທີ 10 ທັນວາ 2018 ທີ່ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດ ສູນຮຽນຮູ້ ແລະ ຂໍ້ມູນຂ່າວສານເຕັກໂນໂລຊີ ຊີວະມວນ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ຈັນແສງ ພິມມະວົງ ຮອງລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ໃຫ້ກຽດຮ່ວມຕັດແຖບຜ້າ ຂອງທ່ານນາງ ໄມຕີ ວົງຄໍາຊາວ, ຫົວໜ້າສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ມະໂນຮັກ ຣາຊະຈັກ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຈອດຊີ ໂທມັດສ, ຜູ້ຈັດການໂຄງການ, ອົງການສະຫະປະຊາຊາດ ເພື່ອການພັດທະນາອຸດສາຫະກຳ ແລະ ທ່ານ ສົມໝາຍ ຟ້າມິ່ງ, ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາອຸດສາຫະກຳ ປະຈຳ ສປປ ລາວ ແລະ ພ້ອມດ້ວຍພາກສ່ວນອື່ນ ທີ່ກ່ຽວຂ້ອງທັງພາກລັດ ແລະ ພາກເອກະຊົນ ກໍ່ເຂົ້າຮ່ວມພິທີ.

WhatsApp Image 2018-12-13 at 09.51.35

     ການເປີດສູນດັ່ງກ່າວ ແມ່ນນອນໃນກອບວຽກຂອງໂຄງການ ຫຼຸດຜ່ອນທາດອາຍເຮືອນແກ້ວໃນພາກອຸດສາຫະກຳ ໂດຍການນຳໃຊ້ເຕັກໂນໂລຊີອັດເມັດສິ່ງເສດເຫຼືອຊີວະມວນ ສປປ ລາວ ຫຼື Project on Reducing Greenhouse Gas Emission in Industrial Sector through Pelletization Technology Lao PDR ທີ່ຈັດຕັ້ງປະຕິບັດໂດຍກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ອົງການສະຫະປະຊາຊາດເພື່ອການພັດທະນາອຸດສາຫະກຳ (UNIDO), ຊຶ່ງໂຄງການດັ່ງກ່າວ ແມ່ນໄດ້ຮັບທຶນການຊ່ວຍເຫຼືອ ຈາກກອງທຶນສິ່ງແວດລ້ອມໂລກ ຫຼື (GEF).

WhatsApp Image 2018-12-13 at 09.51.37

WhatsApp Image 2018-12-13 at 09.51.38 (2)

WhatsApp Image 2018-12-13 at 09.51.38 (1)

ແຫຼ່ງຂ່າວ: ທ ສີວຽງເງິນ ກົ​ມອຸດສາຫະກຳ ​ແລະ ຫັດຖະ​ກໍາ

ຮຽບຮຽງ​ໂດຍ: ນ ຖື ​ແຫວນ​ວົງ​ສົດ