ກອງປະຊຸມກ່ຽວກັບການຄວບຄຸມຜະລິດຕະພັນຢາສູບ ການກໍານົດລາຄາຂາຍຍ່ອຍ ແລະ ຂາຍຍົກ
By phaikhame evilay On 7 Jan, 2019 At 02:13 PM | Categorized As ຂ່າວສຳຄັນ | With 0 Comments

IMG_3552.1

        ເຊົ້າເວລາ 9:00 ໂມງ ຂອງວັນທີ 04 ມັງກອນ 2019 ທີ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດກອງປະຊຸມເຜີຍແຜ່ ແລະ ແນະນໍາ ຄໍາ​ສັ່ງ ຂອງ​ທ່ານ​ລັດຖະມົນຕີ​ກະຊວງ ອຸດສາຫະກໍາ ​ແລະ ການ​ຄ້າ, ສະບັບ​ເລກທີ 1791/ອຄ.ກຄພນ, ລົງ​ວັນ​ທີ 18 ທັນວາ 2018 ​ໂດຍ​ອີງ​ໃສ່​ເນື້ອ​ໃນ ດໍາລັດຂອງທ່ານນາຍົກລັດຖະມົນຕີ ວ່າ​ດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ສະບັບເລກທີ 474/ນຍ, ລົງວັນທີ 18 ພະຈິກ 2010 ; ແລະ ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບເລກທີ 1022/ຫສນຍ.ກຄສ, ລົງວັນທີ 31 ຕຸລາ 2018 ກ່ຽວກັບການສະເໜີບາງຄໍາເຫັນ ເພື່ອພິຈາລະນາກ່ຽວກັບການກໍານົດລາຄາຢາສູບຂາຍຍ່ອຍ ແລະ ຂາຍຍົກ ​ໃນ​ການ​ຜັນ​ຂະຫຍາຍ ​ແລະ ​ເຄື່ອນ​ໄຫວຈັດຕັ້ງປະຕິບັດ.ກອງປະຊຸມມີຜູ້ຕາງໜ້າບໍລິສັດຢາສູບ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງກະຊວງເຂົ້າຮ່ວມປະມານ 45 ກ່ວາທ່ານ.

IMG_3563.3

          ກອງປະຊຸມຄັ້ງນີ້ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ປະທານຮ່ວມທ່ານ ບນທຽນ ແກ້ວສີພາ ຫົວໜ້າກົມການຄ້າພາຍໃນໄດ້ຂຶ້ນເຜີຍແຜ່ ​ເນື້ອ​ໃນຄໍາສັ່ງ ຂອງທ່ານລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 1791/ອຄ.ກຄພນ, ລົງວັນທີ 18 ທັນວາ 2018 ໂດຍມີຈຸດປະສົງ ແນໃສ່ປັບປຸງແກ້ໄຂການກໍານົດລາຄາຂາຍຍ່ອຍ  ຜະລິດຕະພັນ ຢາສູບທີ່ຜະລິດຢູ່ພາຍໃນ ແລະ ຜະລິດຕະພັນຢາສູບທີ່ນໍາເຂົ້າຈາກຕ່າງປະເທດ ເພື່ອຈໍາໜ່າຍຢູ່ ສປປ ລາວ ຕໍ່າສຸດບໍ່ໃຫ້ຫຼຸດ 4.000 ກີບ ຕໍ່ຊອງ. ການກໍານົດລາຄາຂາຍຍ່ອຍຜະລິດຕະພັນຢາສູບ ສໍາລັບຜູ້ຜະລິດ, ຜູ້ນໍາເຂົ້າ ແລະ ຕົວແທນຈໍາໜ່າຍຜະລິດຕະພັນຢາສູບ ບໍ່ໃຫ້ຫຼຸດ 30.000 ກີບຕໍ່ຕຸດ.

          ຄໍາສັ່ງສະບັບນີ້ມອບໃຫ້ບັນດາພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງ ແລະ ແຂວງ ຂອບເຂດທົ່ວປະເທດ ສົມທົບ ກັບບັນດາ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ,  ລົງເຜີຍແຜ່ ແລະ ແນະນໍາ ຄໍາສັ່ງສະບັບນີ້ໃຫ້ບັນດາໂຮງງານຜະລິດຢາສູບ, ຕົວແທນຈໍາໜ່າຍ, ຕະຫຼາດ ແລະ ຫ້າງຮ້ານ ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

IMG_3567.2

ຕອນທ້າຍ ທ່ານ ສົມຈິດ ອິນທະມິດ  ຮອງລັດຖະມົນຕີ ກະຊວງ ອຄ ໄດ້​ໃຫ້ການ​ໂອ້​ລົມ​ ແລະ ທິດຊີ້ນໍາ ໃຫ້ແກ່ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງນໍາເອົາເນື້ອໃນຄໍາສັ່ງສະບັບນີ້ ນໍາໄປເຜີຍແຜ່ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມເຂົ້າໃຈ ແລະ ນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

 ຂ່າວໂດຍ: ໄພຄໍາອີ ວິໄລຄໍາ