ຮອງປະທານຄະນະພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 18-21 ກຸມພາ 2019
By theu vaenvongsod On 22 Feb, 2019 At 02:33 PM | Categorized As ຂ່າວສຳຄັນ | With 0 Comments

     IMG_9640

     ໂດຍຕອບສະໜອງ ການເຊື້ອເຊີນ ຂອງ ຝ່າຍລາວ, ຄະນະຜູ້ແທນ ຄະນະພັດທະນາ ແລະປະຕິຮູບ ແຫ່ງຊາດຈີນ ນຳໂດຍ ທ່ານ ຫນິງ ຈີເຈີ ( Ning Jizhe ) ຮອງປະທານ ຄະນະພັດທະນາ ແລະ ປະຕິຮູບ ແຫ່ງຊາດ ຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 18-21 ກຸມພາ 2019. ຄະນະຜູ້ແທນ ສປ ຈີນ ເດີນທາງມາເຮັດວຽກຢູ່ນະຄອນຫຼວງວຽງຈັນ ໃນຄັ້ງນີ້ປະກອບມີ ຄະນະພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ, ສູນແລກປ່ຽນເສດຖະກິດສາກົນ ສປ ຈີນ, ບໍລິສັດທາງລົດໄຟ ແຫ່ງຊາດຈີນ, ທະນາຄານຂາອອກ-ຂາເຂົ້າ ແຫ່ງຊາດຈີນ, ຄະນະພັດທະນາ ແລະ ປະຕິຮູບແຂວງຢູນນານ ແລະ ກຸ່ມບໍລິສັດວິສາວະກຳກໍ່ສ້າງ ລົງທຶນ ຢູນນານ ສປ ຈີນ.

IMG_9600

      ຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກ ຄັ້ງນີ້ ຕົ້ນຕໍແມ່ນເພື່ອປຶກສາຫາລື ກັບ ຝ່າຍລາວ ກ່ຽວກັບ ແຜນແມ່ບົດການຮ່ວມມືແລວທາງເສດຖະກິດ ລາວ-ຈີນ, ສັນຍາຄວາມອາດສາມາດການຜະລິດ ແລະ ການລົງທຶນ, ຕິດຕາມຊຸກຍູ້ໂຄງການທາງລົດໄຟ ລາວ-ຈີນ ແລະ ວຽກງານຮ່ວມມືດ້ານເສດຖະກິດ, ການຄ້າ-ເຕັກນິກອື່ນໆ. ໃນຄັ້ງນີ້: ແມ່ນເພື່ອມາພົບປະເຮັດວຽກ ກັບ ກະຊວງກ່ຽວຂ້ອງຄື: ກະຊວງແຜນການ ແລະ ການລົງທຶນ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ພົບປະກັບ ຄະນະກຳມະການຮ່ວມມື ລາວ-ຈີນ.

     ຕອນເຊົ້າ ຂອງວັນທີ 19 ກຸມພາ 2019 ຄະນະຜູ້ແທນຈີນ ໄດ້ເຂົ້າພົບປະເຮັດວຽກ ກັບ ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ກ່ຽວກັບ ແຜນຮ່ວມມືແລວທາງເສດຖະກິດ ລາວ-ຈີນ, ສັນຍາຄວາມອາດສາມາດການຜະລິດ ແລະ ການລົງທຶນ ແລະ ປຶກສາຫາລືການຮ່ວມມື ລະຫວ່າງ ກະຊວງ ແຜນການ ແລະ ການລົງທຶນ ສປປ ລາວ ກັບ ຄະນະພັດທະນາ ແລະ ປະຕິຮູບ ແຫ່ງຊາດ ສປ ຈີນ.

IMG_8453 - Copy

IMG_8526

IMG_9494IMG_9503

     ຕອນບ່າຍ ຂອງວັນດຽວກັນ ຄະນະຜູ້ແທນ ໄດ້ເຂົ້າພົບປະເຮັດວຽກ ທ່ານຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ກ່ຽວກັບ ການຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ວຽກງານສໍາຄັນອື່ນໆໃນຂົງເຂດກ່ຽວຂ້ອງ.

IMG_9518

IMG_9516

      ຄະນະໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ປະທານ ຄະນະກຳມະການຮ່ວມມືລາວ-ຈີນ ເພື່ອປຶກສາຫາລື ການກະຕຸກຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ລະຫວ່າງ ສອງປະເທດ. ໄປພ້ອມກັນນັ້ນ ຄະນະຜູ້ແທນ ໄດ້ເດີນທາງໄປຢ້ຽມຢາມ ຫ້ອງການ ພາກສະໜາມ ໂຄງການທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ແລະ ໄປຢ້ຽມຢາມໂຄງການທາງລົດໄຟລາວ-ຈີນ; ໂດຍໄດ້ຢ້ຽມຢາມສໍານັກງານໃຫຍ່-ໂຮງງານຜະລິດຄານທາງລົດໄຟ ແລະ ຈຸດກໍ່ສ້າງທີ່ສໍາຄັນຈໍານວນໜຶ່ງຂອງໂຄງການ. 

IMG_4242IMG_4238IMG_4244

IMG_4254IMG_4260

     ຄະນະໄດ້ເຂົ້າຢ້ຽມຂໍ່ານັບກັບ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ.

IMG_9566

     ສຸດທ້າຍຄະນະຝ່າຍຈີນ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໃນໂອກາດນີ້ ທ່ານ ຫນິງ ຈີເຈີ ກໍ່ໄດ້ລາຍງານ ຜົນການປຶກສາຫາລື ກ່ຽວກັບແຜນແມ່ບົດການຮ່ວມມືແລວທາງເສດຖະກິດ ລາວ-ຈີນ, ສັນຍາຄວາມອາດສາມາດການຜະລິດ ແລະ ການລົງທຶນ, ຕິດຕາມຊຸກຍູ້ໂຄງການທາງລົດໄຟ ລາວ-ຈີນ ແລະ ວຽກງານຮ່ວມມືດ້ານເສດຖະກິດ, ການຄ້າ-ເຕັກນິກອື່ນໆ ແລະ ທ່ານ ນາຍົກລັດຖະມົນຕີກໍ່ເຫັນດີຕໍ່ຜົນການປຶກສາຫາລືດັ່ງກ່າວ.

IMG_9616

ຂ່າວໂດຍ: ນ ບົວແກ້ວ ວົງສາ

ຮູບພາບ ແລະ ຮຽບຮຽງໂດຍ: ນ ຖື ແຫວນວົງສົດ