ການເຮັດທົດລອງອາຫານຈານດ່ຽວປະເພດເຝີງົວ
By sonsathit rasavong On 22 Feb, 2019 At 03:45 PM | Categorized As ຂ່າວສຳຄັນ | With 0 Comments

           ເວລາປະມານ 11:00 ທີ່ຮ້ານເຝີຕົ້ນສາມສາ, ເຈົ້າເກົ່າ ບ້ານຈອມມະນີ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ, ໄດ້ມີ ພິທີເປີດການເຮັດທົດລອງອາຫານຈານດ່ຽວປະເພດເຝີງົວ, ໂດຍໃຫ້ກຽດເປັນປະທານ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຕາງໜ້າຈາກ ບັນດາກົມ, ສະຖາບັນຄົ້ນຄ້ວາເສດຖະກິດ ອຄ ອ້ອມຂ້າງກະຊວງ ອຸດສາຫະກໍາ ແລະ ການຄ້າ, ຊຶ່ງລວມມີ: ຂະແໜງຖະແຫຼງຂ່າວ. ວັດທະນtທໍາ ແລະ ທ່ອງທ່ຽວ, ຂະແໜງສາທາລະນະສຸກ, ພະແນກອຸດສາ ຫະກໍາ ແລະ ການຄ້ານະຄອນຫຼວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ພ້ອມຜູ້ປະກອບການຂອງ 4 ເມືອງ, ບັນດາພະນັກງານທັງໝົດຂອງກົມການຄ້າພາຍໃນ ແລະ ສື່ມວນຊົນຕ່າງໆ.

        ຈຸດປະສົງໃນການເຊື້ອເຊີນບັນດາແຂກທີ່ເຂົ້າໃນມື້ນີ້ ແມ່ນເພື່ອໃຫ້ມາຊີມອາຫານຈານດ່ຽວປະເພດເຝີງົວ ທີ່ທາງກົມການຄ້າພາຍໃນຮ່ວມກັບຮ້ານເຝີຕົ້ນສາມສາເຈົ້າເກົ່າ, ໄດ້ປຸງແຕ່ງເຝີງົວ ຕາມໂຄງປະກອບລາຄາອາຫານຈານດ່ຽວ ທີ່ລັດກໍານົດ ວ່າມີປະລິມານ, ຄວາມສະອາດ, ຄວາມແຊບ ແລະ ລາຄາບໍ່ເກີນ 15.000 ກີບ/ຖ້ວຍ ເປັນຄືແນວໃດ ເພາະຜ່ານມາທາງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 1310/ຫອຄ.ກຄພນ, ລົງວັນທີ 25 ພຶດສະພາ 2018 ກ່ຽວກັບການເຮັດທົດລອງລາຄາຊີ້ນໍາອາຫານຈານດ່ຽວ ໂດຍມອບໃຫ້ພະແນກ ອຄ ນະຄອນຫຼວງເປັນຜູ້ຈັດຕັ້ງປະ ຕິບັດ ແລະ ໄດ້ກໍານົດໂຄງປະກອບລາຄາອາຫານແຕ່ລະຢ່າງໄວ້ລະອຽດ ເຊັ່ນ: ເຝີ, ເຂົ້າປຽກ, ເຂົ້າລາດໜ້າ, ເຂົ້າຜັດ; ຊຶ່ງແຕ່ລະລາຍການແມ່ນປະກອບມີປະລິມານ ແລະ ລາຄາຂອງອາຫານຈານດ່ຽວສະເພາະຂອງແຕ່ລະຢ່າງ ແລະ ໃນມື້ນີ້ເປັນໂອ ກາດດີທີ່ທາງກົມການຄ້າພາຍໃນພວກເຮົາໄດ້ມີໂອກາດເຮັດທົດລອງເຝີງົວຕາມໂຄງປະກອບລາຄາທີ່ໄດ້ກໍານົດ ເພື່ອໃຫ້ບັນ ດາແຂກທີ່ເຂົ້າຮ່ວມໄດ້ເຫັນປະຈັກຕາ ແລະ ໄດ້ລອງຊີມ.

3ffe9b25-aba9-4766-ab52-8c5cd85d010e

         ຫຼັງຈາກບັນດາແຂກທີ່ເຂົ້າຮ່ວມຮັບປະທານແລ້ວ ແຕ່ລະທ່ານກໍ່ໄດ້ປະກອບຄໍາຄິດເຫັນຢ່າງກົງໄປກົງມາ (ສະແດງຄວາມຄິດຄາເຫັນໃສ່ແບບຟອມ) ຕາມທີ່ທາງຄະນະໄດ້ກະກຽມໄວ້ໃຫ້, ເພື່ອເປັນຂໍ້ມູນ ແລະ ເປັນບ່ອນອີງທີ່ສໍາຄັນໃນການປະກອບ ສ່ວນໃຫ້ແກ່ການເຮັດທົດລອງລາຄາຊີ້ນໍາອາຫານຈານດຽວຕາມແຈ້ງການດັ່ງກ່າວໃນຄັ້ງນີ້ດ້ວຍ.

         ຕອນທ່າຍ ທ່ານ ນາງ ຈັນດອນ ພານຸວົງ ຮອງຫົວໜ້າກົມການຄ້າພາຍໃນໄດ້ຂໍສະແດງຄວາມຂອບໃຈຢ່າງສູງມາຍັງ ທ່ານສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຄ ຜູ້ຊີ້ນໍາວຽກງານການຄ້າພາຍໃນ ແລະ ບັນດາແຂກຜູ້ມີກຽດທັງໝົດ ທີ່ໄດ້ເສຍສະຫຼະເວລາອັນມີຄ່າເຂົ້າຮ່ວມຮັບປະທານເຝີ ຕາມການເຊື້ອເຊີນໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າການປະກອບຄໍາຄິດເຫັນຂອງບັນດາທ່ານຈະເປັນປະໂຫຍດສູງສຸດໃນການສືບຕໍ່ການຈັດຕັ້ງປະຕິບັດການເຮັດທົດລອງລາຄາຊີ້ນໍາອາຫານຈານດ່ຽວ ແລະ ເປັນແຮງຊຸກຍູ້ກ້າວໄປເຖິງການເຮັດຮ້ານຕົວແບບໃຫ້ເກີດຂຶ້ນໃນອະນາຄົດອັນໃກ້ໆນີ້.

                                                                                                                    ຂ່າວໂດຍ: ພູຄໍາ ຫລວງສຸພົນ