ເປີດສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ແຂວງຫຼວງພະບາງ
By sme pr On 1 Mar, 2019 At 09:40 PM | Categorized As ຂ່າວສຳຄັນ | With 0 Comments

LPB

ໃນວັນທີ 28 ກຸມພາ 2019 ໄດ້ມີພິທີເປີດ ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ (ຫຼື ສູນບໍລິການ SME ) ຢູ່ແຂວງຫຼວງພະບາງ ໂດຍການເປັນປະທານພິທີເປີດຂອງ ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ທ່ານ Norbert Barthle ເລຂາທິການລັດຖະສະພາ, ຮອງລັດຖະມົນຕີກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ  ປະເທດເຢຍລະມັນ, ທ່ານ Jens Lutkenherm ເອກອັກຄະລັດຖະທູດ ປະເທດເຢຍລະມັນ ປະຈໍາ ສປປ ລາວ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ພ້ອມທັງບັນດາຜູ້ແທນຈາກ ປະເທດເຢຍລະມັນ, ບັນດາຜູ້ຕາງໜ້າຈາກພາກລັດ, ພາກທຸລະກິດ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມຈໍານວນ 150 ທ່ານ.

 

ການເປີດສູນບໍລິການ SME ຢູ່ແຂວງຫຼວງພະບາງ ໃນຄັ້ງນີ້ ເປັນໝາກຜົນຂອງການຮ່ວມມືລະຫວ່າງປະເທດເຢຍລະມັນ ແລະ ສປປ ລາວ ພາຍໃຕ້ໂຄງການເຊື່ອມໂຍງເສດຖະກິດອາຊຽນຂອງ ສປປ ລາວ ເພື່ອການພັດທະນາດ້ານທຸລະກິດ ແລະ ການຄ້າ. ສູນດັ່ງກ່າວຈະຊ່ວຍກະຈາຍການບໍລິການໃຫ້ຄໍາປຶກສາ ແລະ ການສະໜອງຂໍ້ມູນຂ່າວສານ ເປັນຕົ້ນແມ່ນ ການເຂົ້າຫາແຫຼ່ງທຶນ, ການສ້າງແຜນທຸລະກິດ, ການບໍລິຫານທຸລະກິດ ແລະ ອື່ນໆ ໃຫ້ SME ຢູ່ພາຍໃນແຂວງຫຼວງພະບາງ ແລະ ບັນດາແຂວງໃກ້ຄຽງ.

 

ທ່ານນາງ ເຂັມມະນີ ພົນເສນາ ໄດ້ກ່າວວ່າ: ການສ້າງສູນບໍລິການໃຫ້ SME ຢູ່ແຂວງຫຼວງພະບາງ ເປັນມາດຕະການໜຶ່ງຂອງນະໂຍບາຍສົ່ງເສີມໃຫ້ພາກທຸລະກິດ ຕາມທີ່ກໍານົດໄວ້ໃນແຜນພັດທະນາ SME 2016 – 2020 ຂອງລັດຖະບານ, ແນໃສ່ຍົກລະດັບຄວາມສາມາດໃນດ້ານຕ່າງໆ ເພື່ອໃຫ້ SME ໄດ້ຮັບການພັດທະນາ, ເຕີບໃຫຍ່ຂະຫຍາຍຕົວ ແລະ ສາມາດແຂ່ງຂັນໄດ້ ທັງຢູ່ພາຍໃນປະເທດ, ພາກພື້ນ ແລະ ສາກົນ.

 

ທ່ານນາງ ເຂັມມະນີ ພົນເສນາ ຍັງໄດ້ເນັ້ນຕື່ມອີກວ່າ: ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ສໍາເລັດການສ້າງສູນບໍລິການໃຫ້ SME ຢູ່ນະຄອນຫຼວງວຽງຈັນ ແລະ ໄດ້ເປີດສູນບໍລິການ SME ຢ່າງເປັນທາງການຢູ່ແຂວງຫຼວງພະບາງ ສ່ວນແຜນໃນຕໍ່ໜ້າ ແມ່ນຈະໄດ້ກະກຽມ ແລະ ເປີດສູນບໍລິການ SME ຢູ່ແຂວງ ຈໍາປາສັກ ພາຍໃນເວລາອັນໃກ້ນີ້ ແລ້ວຈະຂະຫຍາຍໄປແຂວງອື່ນໆທີ່ມີເງື່ອນໄຂ. ທ່ານຍັງໄດ້ກ່າວຂອບໃຈມາຍັງ ກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ ກໍ່ຄືລັດຖະບານປະເທດເຢຍລະມັນ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການສ້າງສູນ ບໍລິການ SME ກໍ່ຄືການສະໜັບສະໜູນພາກທຸລະກິດຂອງ ສປປ ລາວ ໂດຍຜ່ານໂຄງການ GIZ-RELATED.

ຂຽນຂ່າວໂດຍ: ທ. ວິລະສັກ ວັນນະເດດ

About -