ພະແນກອຸດສະຫະກຳ ແລະ ການຄ້າແຂວງອຸດົມໄຊ ສະຫຼຸບຜົນງານການເຄື່ອນໄຫວ 1 ປີຜ່ານມາ
By theu vaenvongsod On 5 Mar, 2019 At 01:58 PM | Categorized As ຂ່າວພາຍໃນ | With 0 Comments

IMG_0552

       ໃນຕອນເຊົ້າເວລາ 8:30 ມ ຂອງວັນທີ 1 ມີນາ 2019 ນີ້ ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງແຂວງອຸດົມໄຊ ໄດ້ເປີດກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານຂອງພະແນກອຸດສາຫະກຳ ແລະ ການຄ້າ ປະຈຳປີ 2018 ແລະ ວາງທິດທາງແຜນການ ປີ 2019 ໂດຍການເປັນປະທານຂອງທ່ານ ສົມຈິດ ປັນຍາສັກ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆອຸດົມໄຊ, ມີທ່ານ ຄຳເພົ້າ ສີລິສຸກ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ຕາງໜ້າຈາກສະພາປະຊາຊົນແຂວງ, ບັນດາຫົວໜ້າ- ຮອງຫົວໜ້າພະແນກທີ່ກ່ຽວຂ້ອງ, ຮອງເຈົ້າເມືອງ 7 ເມືອງ, ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ 7 ເມືອງ, ຫົວໜ້າ-ຮອງຂະແໜງ ພ້ອມດ້ວຍວິຊາການຈາກພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ແລະ ເມືອງເຂົ້າຮ່ວມຈໍານວນ 71 ທ່ານ, ຍິງ 12 ທ່ານ.

IMG_0559

        ກອງປະຊຸມຄັ້ງນີ້ ທ່ານຄຳເພົ້າ ສີລິສຸກ ຫົວໜ້າພະແນກ ອຄ ໄດ້ຜ່ານ ບົດສະຫຼຸບລາຍງານການເຄື່ອນໄຫວວຽກງານຮອບດ້ານຂອງ ພະແນກອຸດສາຫະກຳ ແລະ ການຄ້າ ປະຈຳປີ 2018 ແລະ ວາງທິດທາງແຜນການ ປີ 2019 ໂດຍສະເພາະແມ່ນການຕີລາຄາການຈັດຕັ້ງປະຕິບັດ 1 ປີຜ່ານມາເປັນຕົ້ນ ດ້ານການເມືອງແນວຄິດ, ວຽກງານບໍລິຫານ-ຈັດຕັ້ງ, ວຽກງານການຄ້າພາຍໃນ, ວຽກງານການນຳເຂົ້າ – ສົ່ງອອກ, ວຽກງານທະບຽນ ແລະ ຄຸ້ມຄອງວິສາຫະກິດ, ວຽກງານອຸດສາຫະກໍາ ແລະ ຫັດຖະກຳ, ວຽກງານອຸດສາຫະກໍາ ແລະ ຫັດຖະກຳ, ວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ ແລະ ການຄ້າ, ວຽກງານແຜນການ ແລະ ການຮ່ວມມື, ວຽກງານກວດກາລັດ, ວຽກງານສາມສ້າງ.  ພ້ອມທັງຍົກໃຫ້ເຫັນດ້ານດີ,  ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ.

IMG_0561

     ໃນໂອກາດທີ່ທ່ານ ສົມຈິດ ປັນຍາສັກ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆອຸດົມໄຊ,ກ່າວເປີດກອງປະຊຸມ ແລະ ໄດ້ໃຫ້ການໂອ້ລົມຕໍ່ ກອງປະຊຸມຄັ້ງນີ້ວ່າ ການສະຫຼຸບລາຍງານວຽກງານຮອບດ້ານຂອງ ພະແນກ ອຄ ໄລຍະ ໜຶ່ງປີຜ່ານມາ, ສຸດທີ່ມີຄວາມໝາຍຄວາມສຳຄັນຫຼາຍຕໍ່ກັບການຈັດຕັ້ງປະຕິບັດວຽກງານເສດຖະກິດຂອງຊາດກໍ່ຄືການຈັດຕັ້ງປະຕິບັດຂົງເຂດເສດຖະກິດແຂວງອຸດົມໄຊ ທີ່ມີການຂະຫຍາຍຕົວດີ ແລະ ເປັນການສ້າງສາພັດທະນາປະເທດຊາດດ້ວຍການຂະຫຍາຍຕາໜ່າງທາງດ້ານອຸດສາຫະກໍາ ແລະ ການຄ້າ, ເຊິ່ງມັນໄດ້ເຮັດໃຫ້ປະຊາຊົນບັນດາເຜົ່າໄດ້ມີວິຊາອາຊີບ, ມີວຽກເຮັດງານທໍາ ແລະ ມີບ່ອນຊື້-ຂາຍແລກປ່ຽນສິນຄ້າເຊິ່ງກັນ ແລະ ກັນ .

IMG_0563

 

     ໃນກອງປະຊຸມກໍ່ໄດ້ມີການປະກອບຄໍາຄິດ, ຄຳເຫັນແລກປ່ຽນສົນທະນາຕໍ່ບົດສະຫຼຸບການຈັດຕັ້ງປະຕິບັດ ໃນໄລຍະໜຶ່ງປີຜ່ານມາ ພ້ອມທິດທາງແຜນການໃນຕໍ່ໜ້າ ຈາກບັນດາທ່ານຜູ້ເຂົ້າຮ່ວມດ້ວຍບັນຍາກາດອັນຟົດຟື້ນ, ໃນຕອນທ້າຍກອງປະຊຸມ ທ່ານ ຄໍາເພົ້າ ສີລິສຸກ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ກໍ່ໄດ້ສະເໜີມາດຕະການແກ້ໄຂ ຕໍ່ຂໍ້ສະເໜີຈາກຜູ້ເຂົ້າຮ່ວມ ແລະ ຈະນໍາເອົາເນື້ອໃນດັ່ງກ່າວໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

IMG_0568

     ກອງປະຊຸມໄດ້ດໍາເນີນຈົນຮອດເວລາ 17:00 ໂມງຂອງວັນດຽວກັນ, ພ້ອມດຽວກັນນີ້ ທ່ານ ຄໍາເພົ້າ ສີລິສຸກ ຫົວໜ້າພະແນກ ອຄ ກໍ່ໄດ້ສະຫຼຸບ ແລະ ກ່າວປິດກອງປະຊຸມລົງດ້ວຍຜົນສໍາເລັດອັນຈົບງາມ.

IMG_0572

ຂຽນໂດຍ: ຄໍາຝັ້ນ ພາວິວົງກອນ

ຮຽບຮຽງ​ໂດຍ: ນ ຖື ​ແຫວນ​ວົງ​ສົດ