ກອງປະຊຸມວິຊາການ ກະກຽມແຜນຍຸດທະສາດພັດທະນາສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ແລະ ສິນຄ້າທ່າແຮງ ຢູ່ແຂວງຫຼວງພະບາງ
By theu vaenvongsod On 27 Mar, 2019 At 11:38 AM | Categorized As ຂ່າວສຳຄັນ | With 0 Comments

than panthong

       ກົົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງພະບາງ ຈັດກອງປະຊຸມວິຊາການ ກະກຽມແຜນຍຸດທະສາດພັດທະນາສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ແລະ ສິນຄ້າທ່າແຮງ ຂຶ້ນລະຫວ່າງ ວັນທີ 26-28 ມີນາ 2019 ທີ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ.

wholes participants

       ໂດຍໃຫ້ກຽດເປັນປະທານ ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ມີ ທ່ານ ຄຳຕັນ ສົມພັນວິໄລ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງພະບາງ, ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຜູ້ຕາງໜ້າພະແນກອຸດສາຫະກຳ ແລະ ການຄ້າ 9 ແຂວງ ແລະ ນະຄອນຫຼວງວຽງຈັນ ມີບັນດາຫົວໜ່ວຍ ໂອດັອບ (ODOP) ໄດ້ນຳເອົາສິນຄ້າໂອດັອບ ມາວາງສະແດງ ແລະ ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ,  ​ແຂກເຂົ້້າຮ່ວມທັງໝົດ 41 ທ່ານ.

products Luangpabangpotential bokeopotential huapanpotential luangnamthaproducts luangnamthaproducts xayyaburyoudomxay potential

       ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລືແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຜະລິດຕະພັນໂອດັອບ ພ້ອມທັງເຜີຍແຜ່ນິຕິກຳໂອດັອບແຫ່ງຊາດ, ຍຸດທະສາດການພັດທະນາສິນຄ້າ, ຜົນການລົງປະເມີນຫົວໜ່ວຍໂອດັອບແຫ່ງຊາດ ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ການພັດທະນາສິນຄ້າ, ການຫຸ້ມຫໍ່, ການອອກແບບ ແລະ ການຕິດສະຫຼາກສິນຄ້າ, ການພັດທະນາສິນຄ້າໃຫ້ເຂົ້າຕະຫຼາດຜ່ານອີເລັກໂຕນິກ (ຕະຫຼາດອອນລາຍ) ​ແລະນະໂຍບາຍການເຂົ້າຫາແຫຼ່ງທຶນ. ນອກຈາກ​ນີ້ ຍັງມີການສົນທະນາຖາມ-ຕອບ ແລະ ນຳສະເໜີຜົນຂອງການເຮັດວຽກເປັນກຸ່ມ ຂອງ​ຜູ້​ເຂົ້າຮ່ວມ ຊຶ່ງກອງປະຊຸມຈະດຳເນີນເປັນເວລາ 3 ວັນ.

BokeoOdop bokeoodop huapan

       ພາຍຫຼັງ ສິ້ນສຸດ​ກອງ​ປະຊຸມ​ໃນ​ມື້​ທໍາ​ອິດ ທ່ານ​ພັນ​ທອງ ພິດ​ທຸມມາ ຮອງ​ລັດຖະມົນຕີ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ພ້ອມ​ດ້ວຍ​ຜູ້​ເຂົ້າຮ່ວມ​ກອງ​ປະຊຸມ ​ໄດ້​ຢ້ຽມ​ຊົມ​ສິນຄ້າ ​ໂອ​ດັອບ ​ແລະ ສິນຄ້າ​ທ່າແຮງ ຂອງ​ 7 ​ແຂວງພາກ​ເໜືອ​ທີ່​ນໍາ​ມາ​ວາງສະ​ແດງ ຢູ່​ພະ​ແນ​ກ ອຄ ​ແຂວງ​ຫຼວງພະ​ບາງ.

odop Luangphabangodop oudomxayodop other province

ພາບ ແລະ ຂ່າວໂດຍ: ທ ແສງວິລັດ ຍົດສະຫວັດ ພະ​ແນ​ກ ອຄ ຫຼວງພະ​ບາງ

ຮຽບຮຽງ​ໂດຍ: ນ ຖື ​ແຫວນ​ວົງ​ສົດ  ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ ກຜຮ