ພິທີເຊັນບົດບັນທຶກ ການສໍາຫຼວດພາກສະໜາມວຽກງານການສຶກສາຄວາມເປັນໄປໄດ້ ໂຄງການໝູ່ບ້ານຕົວແບບ ໃນການຊ່ວຍເຫຼືອແກ້ໄຂຄວາມທຸກຍາກຢູ່ ສປປ ລາວ
By phaikhame evilay On 11 Apr, 2019 At 09:17 AM | Categorized As ຂ່າວສຳຄັນ | With 0 Comments

IMG_4995.1

        ຕອນບ່າຍ ເວລາ 3: 30 ໂມງ ຂອງວັນທີ 9 ເມສາ 2018 ທີ່ຫ້ອງສ່ອງແສງຊັ້ນ 3 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີພິທີເຊັນບົດບັນທຶກການສໍາຫຼວດພາກສະໜາມວຽກງານການສຶກສາຄວາມເປັນໄປໄດ້ໂຄງການໝູ່ບ້ານຕົວແບບໃນການຊ່ວຍເຫຼືອແກ້ໄຂຄວາມທຸກຍາກຢູ່ ສປປ ລາວ ໂດຍສະເພາະການຈັດຕັ້ງປະຕິບັດ 8 ໂຄງການໃຫ່ຍທີ່ຕິດພັນກັບການປັບປຸງຊິວິດ ກິນຢູ່ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນຢູ່ເຂດຊົນນະບົດຂອງລາວ ທີ່ນໍາໃຊ້ໂຄງການບ່ວງເງິນຊ່ວຍເຫຼືອລ້າ 4 ຕື້ຢວນ, ມີໂຄງການກໍ່ສ້າງສຸກສາລາ, ໂຄງການສະໜອງນໍ້າສະອາດ, ໂຄງການສະໜອງໄຟຟ້າຊົນນະບົດ, ໂຄງການ ໂທລະພາບ ດິຈິຕອນ; ການລົງນາມເຊັນບົດບັນທຶກຄັ້ງນີ້ ມີ ທ່ານ ໄຊຊະນະ ສິດທິພອນ ຫົວໜ້າຫ້ອງການຄະນະກໍາມະ ການຮ່ວມມືລາວ-ຈີນ ແລະ ຕ່າງໜ້າຝ່າຍຈີນ ແມ່ນ ທ່ານ ຫວາງ ສີຮຸ່ຍ ທີ່ປືກສາດ້ານເສດຖະກິດ-ການຄ້າ ສະຖານທູດຈີນ ປະຈໍາ ສປປ ລາວ ເປັນຜູ້ລົງນາມ, ພາຍໃຕ້ການເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດ ສາຫະກໍາ ແລະ ການຄ້າ, ປະທານຄະນະກໍາມະການຮ່ວມມືລາວ-ຈີນ ແລະ ທ່ານ ແຄນທອງ ສີສຸວົງ ຮອງປະທານຄະນະກໍາມະການຮ່ວມມືລາວ-ຈີນ.

IMG_4987.2

     ການເຊັນບົດບັນທຶກຄັ້ງນີ້ ເປັນບາດກ້າວໜຶ່ງທີ່ສໍາຄັນໃນການການຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫຼືອລ້າ ໃນວົງເງິນ 4 ຕື້ຢວນ ທີ່ ທ່ານ ສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ໄດ້ມາຢ້ຽມຢາມບັນດາຜູ້ນໍາຂັ້ນສູງ ແຫ່ງ ສປປ ລາວ ໃນປີ 2017 ແລະ ຈີນປະກາດໃຫ້ການຊ່ວຍເຫຼືອລ້າແກ່ລາວ, ພາຍຫຼັງໂຄງການໄລຍະ 1 ໄດ້ຮັບການຈັດຕັ້ງປະຕິບັດແລ້ວ ຄາດວ່າໄລຍະ 2 ແລະ 3 ຈະທະຍອຍໄດ້ຮັບການຊຸກຍູ້ໃຫ້ຈັດຕັ້ງປະຕິບັດຕໍ່ໄປ.

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ