ກະຊວງ ອຸດສາຫະກໍາ ແລະ ການຄ້າ ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ 01 ມິຖຸນາ 2019 ຫຼື ວັນສົນທິສັນຍາສິດທິເດັກ (1989-2019) ຄົບຮອບ 30 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ
By phaikhame evilay On 31 May, 2019 At 03:22 PM | Categorized As ຂ່າວພາຍໃນ | With 0 Comments

IMG_5309.1

           ຕອນເຊົ້າ ເວລາ 10: 30 ໂມງ ຂອງ ວັນທີ 31 ພຶດສະພາ 2019 ທີ່ຫ້ອງສ່ອງແສງ ຊັ້ນ III ກະຊວງອຸດສາຫະກໍາ ແລະ ການຄ້າ, ​ໄດ້​ຈັດ​ພິທີ​ມອບ​-ຮັບ​ຂອງຂວັນ​ ​ໃຫ້​ແກ່​ສະຫະພັນ​ແມ່ຍິງ​ກະຊວງ ​ເພື່ອສະ​ເຫຼີມສະຫຼອງວັນ​ເດັກນ້ອຍ​ສາກົນ 01 ມິ​ຖຸນາ 2019 ພ້ອມທັງ​ເປັນ​ການສະໜັບສະໜູນໃຫ້ແກ່ການສ້າງຂະບວນການສະເຫຼີມສະຫຼອງວັນດັ່ງກ່າວ ​ໂດຍອີງໃສ່ຄໍາແນະນໍາຂອງຄະນະກໍາມະການທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ, ສະບັບເລກທີ 144/ຄຊກມດ, ລົງວັນທີ 07 ພຶດສະພາ 2019 ແລະ ສະບັບເລກທີ 0584/ອຄ.ກຈພງ, ລົງວັນທີ 29 ພຶດສະພາ 2019 ວ່າດ້ວຍການອະນຸມັດຈັດຕັ້ງ ສະເຫຼີມສະຫຼອງວັນເດັກນ້ອຍສາກົນຕິດພັນກັບຂະບວນການ ສະເຫຼີມສະຫຼອງວັນສົນທິສັນຍາສິດທິເດັກຄົບຮອບ 30 ປີ ນັບແຕ່ປີ (1989-2019).

IMG_5302.2

       ​ໂດຍມີຜູ້ເຂົ້າຮ່ວມຈາກຄະນະບໍລິຫານງານພັກກະຊວງ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ອໍານວຍການ-ຮອງຜູ້ອໍານວຍການຈາກລັດວິສາຫະກິດ ແລະ ບໍລິສັດ, ຕາງໜ້າ​ຈາກສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ, ຕາງໜ້າ​ຈາກອົງການຈັດຕັ້ງ ສະຫະພັນແມ່ຍິງ, ກໍາມະບານ ແລະ ຊາວໜຸ່ມ ຂອງ​ກະຊວງ ອຄ.

IMG_5298.3

​     ເພື່ອ​ເຮັດໃຫ້ວັນ​ດັ່ງກ່າວມີຄວາມໝາຍສໍາຄັນນັ້ນ ຄະນະພັກ, ຄະນະນໍາກະຊວງ ແລະ ອົງການຈັດຕັ້ງກ່ຽວຂ້ອງທຸກພາກສ່ວນພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ພ້ອມກັນຈັດຕັ້ງພິທີແບບກະທັດຮັດ​ໂດຍ​ການ ມອບຂອງຂວັນ ເພື່ອຝາກໄປແຈກຢາຍ ໃຫ້ແກ່ລູກຫຼານພະນັກງານພາຍໃນກະຊວງ ອຄ ຈໍານວນ 447 ຄົນ, ຍິງ 220 ຄົນ, ຊຶ່ງມັນສະແດງ​ເຖິງ ຄວາມເປັນຫ່ວງເປັນໄຍ ຂອງຄະນະນໍາກະຊວງ ອຄ ແລະ ທັງເປັນການຝາກຄວາມຢື້ຢາມຖາມຂ່າວເຖິງລູກຫຼານຂອງພະນັກງານພາຍໃນກະຊວງ ອຄ.  ສະນັ້ນ, ອີງ​ຕາມ​ການ​ມອບ​ໝາຍ​ຈາກ​ຄະນະ​ນໍາ​ກະຊວງ ​ໂດຍ​ມອບ​ໃຫ້ ທ່ານ ສີລິສໍາພັນ ວໍຣະຈິດ ຄະນະບໍລິຫານງານພັກກະຊວງ ຕາງໜ້າໃຫ້ຄະນະນໍາກະຊວງ ຂຶ້ນມອບຂອງຂວັນວັນເດັກ ແລະ ກ່າວຮັບໂດຍ ທ່ານ ນາງຈັນສຸກ ແສງພະຈັນ ປະທານສະຫະພັນແມ່ຍິງກະຊວງ ອຄ,  ຂຶ້ນຮັບຂອງຂວັນເພື່ອນໍາໄປແຈກຢາຍໃຫ້ເດັກນ້ອຍທີ່​ເປັນລູກຫຼານພະນັກງານຂອງກະຊວງ ອຄ.

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ