ງານສະເຫຼີມສະຫຼອງວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ 27 ມິຖຸນາ ຈັດຂຶ້ນວັນທີ 2 ກໍລະກົດ 2019, ທີ່ໂຮງແຮມ ດອນຈັນ ພາເລດ, ນະຄອນຫຼວງວຽງຈັນ
By theu vaenvongsod On 3 Jul, 2019 At 09:49 AM | Categorized As ຂ່າວສຳຄັນ | With 0 Comments

     

IMG-20190702-WA0030

     ໂດຍ​ອີງ​ຕາມ​ຍັດຕິ​ຂອງ​ສະມັດຊາ​ໃຫຍ່ສະຫະປະຊາຊາດ ສະບັບເລກທີ A/RES/71/276 ລົງວັນທີ 11 ເມສາ 2017 ໄດ້ກຳນົດເອົາວັນທີ 27 ມິຖຸນາ ຂອງທຸກໆປີ ເປັນວັນສາກົນວ່າດ້ວຍ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ວັນ ຈວນກ ສາກົນ) ຫລີື International MSME DAY ແລະ ໄດ້ເຊີນຊວນໃຫ້ບັນດາ ປະເທດສະມາຊິກສະເຫຼີມສະຫຼອງຕາມເຫັນສົມຄວນ. ສປປ ລາວ ໄດ້ຈັດງານສະເຫຼີມສະຫຼອງວັນດັ່ງກ່າວໃນປີ 2018 ເປັນຄັ້ງທໍາອິດ ພາຍໃຕ້ຫົວຂໍ້ ຍຸກສະໄໝຂອງຊາວໜຸ່ມ (The Youth Dimension) ທີ່ກໍານົດໂດຍອົງການສະຫະປະຊາຊາດ. ປີ 2019 ນີ້ ສະມັດຊາໃຫຍ່ແຫ່ງອົງການສະຫະປະຊາຊາດ ໄດ້ຈັດສະເຫຼີມສະຫຼອງ ຢູ່ທີ່ນິວຢອກ, ສະຫະ ລັດ ອາເມລິກາ ໂດຍມີຕາງໜ້າຈາກບັນດາປະເທດທີ່ເປັນສະມາຊິກຂອງ ອົງການສະຫະປະຊາຊາດ ທັງພາກລັດ ແລະ ທຸລະກິດ ເຂົ້າຮ່ວມຢ່າງຟົດຟື້ນ ພາຍໃຕ້ຫົວຂໍ້ ປົດລັອກທ່າແຮງຂອງ ຈວນກ ໃນການປະກອບສ່ວນເຂົ້າໃນເປົ້າໝາຍການພັດທະນາແບບຍືນຍົງ ຫລືUnlocking the Potential of MSMEs to Contribute to the SDGs’.

 

IMG-20190702-WA0031

       ສຳລັບ ສປປ ລາວ ໃນປີ 2019 ໄດ້ຈັດງານສະເຫຼີມສະຫຼອງ ວັນ ຈວນກ ສາກົນ ຂຶ້ນໃນວັນທີ 02 ກໍລະກົດ 2019 ພາຍໃຕ້ຫົວຂໍ້ການຫັນເປັນດີຈີຕອນ ຂອງ ຈວນກ’’ ຫລື Embracing Digitalization of MSME ເພື່ອໃຫ້ສອດຄ່ອງຍຸກສະໄໝ ແລະ ຫົວຂໍ້ການເປັນປະທານອາຊຽນ 2019 ຂອງປະເທດໄທ, ທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ ໂດຍການຮ່ວມມືກັນລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.

     ຈຸດປະສົງ : ​ແມ່ນ​ໝູນໃຊ້ວັນ MSME DAY ເປັນມີື້ສ້າງຄວາມເຂົ້າໃຈໃຫ້ແກ່ສັງຄົມ ກ່ຽວກັບຄວາມສຳຄັນ ຂອງ MSME ໃນການບັນລຸເປົ້າໝາຍການພັດທະນາແບບຢືນຍົງ ໂດຍສະເພາະເພີື່ອເປັນການສົ່ງເສີມນະວັດຕະກຳ, ຫົວຄິດປະດິດສ້າງ ແລະ ຜົນງານຂອງ ຈວນກ ໃນຍຸກສະໄໝຂອງການຫັນເປັນທັນສະໄໝທາງດ້ານດີຈີຕອນ. ພ້ອມທັງ ເປັນການຮັບຮູ້ເຖິງຄວາມສໍາຄັນຂອງ ຈວນກ ທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແຫ່ງຊາດ, ການສ້າງວຽກເຮັດງານທຳ ແລະ ສ້າງລາຍໄດ້ໃຫ້ແກ່ປະຊາຊົນໃນຊາດ,​ ພາກພື້ນ ແລະ ສາກົນ. ສໍາຄັນທີ່ສຸດ, ງານສະເຫຼີມສະຫຼອງວັນ ຈວນກ ໃນມື້ນີ້ ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກທົ່ວປວງຊົນລາວທັງຊາດ ກຳລັງຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ທີ່ເນັ້ນໃຫ້ສ້າງເງື່ອນໄຂ ພັດທະນາ ແລະ ຊຸກຍູ້ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ເປັນຜູ້ສ້າງຖານລາຍຮັບໃໝ່ແກ່ປະເທດຊາດ ຢ່າງເປັນຮູບປະທຳ.

IMG-20190702-WA0022IMG-20190702-WA0020

     ງານສະເຫລີມສະຫລອງວັນ ຈວນກ ສາກົນ ປີ 2019 ຈັດຂຶ້ນເປັນເວລາໜຶ່ງວັນເຕັມ ພາຍໃຕ້ຫົວຂໍ້ ການຫັນເປັນດີຈີຕອນ ຂອງ ຈວນກ  ແມ່ນສອດຄ່ອງກັບທ່າອ່ຽງຂອງໂລກ ແລະ ພາກພື້ນ ທີ່ຫັນໄປສູ່ເສດຖະກິດ ດີຈີຕອນ ໂດຍມີການນຳໃຊ້ເຄື່ອງມື ICT ທີ່ທັນສະໄໝເຂົ້າໃນການບໍລິຫານຈັດການຂອງພາກລັດ ແລະ ການດຳເນີນທຸລະກິດຂອງຜູ້ປະກອບກິດຈະການ. ງານສະເຫລີມສະຫລອງ ວັນ ຈວນກ ສາກົນ ປີ 2019 ໄດ້ຮັບກຽດກ່າວເປີດ ໂດຍ ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ປອ ທັນສະໄໝ ກົມມະສິດ, ລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໂດຍມີຜູ້ເຂົ້າຮ່ວມທັງໝົດ 200 ກວ່າທ່ານ ທີ່ຕາງໜ້າຈາກທັງພາກລັດ ແລະ ທຸລະກິດ, ສະຖານເອກອັກຄະລັດຖະທູດ ປະຈຳ ສປປ ລາວ, ສະຖາບັນການສຶກສາຕ່າງໆ. ນອກຈາກ ພິທີກ່າວເປີດຢ່າງເປັນທາງການແລ້ວ ງານສະເຫລີມສະຫລອງ ວັນ ຈວນກ ສາກົນ ປີ 2019 ຍັງມີ 02 ກິດຈະກໍາຕົ້ນຕໍຄື: ການຈັດສໍາມະນາ ແລະ ການຈັດໂຕະວາງສະແດງຂໍ້ມູນຂ່າວສານ. ການຈັດສໍາມະນາແມ່ນມີສອງຫົວຂໍ້ຄື: ຄວາມສຳຄັນ ແລະ ການກຽມຄວາມພ້ອມນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳ ຂອງ ຈວນກ ໃນຍຸກດີຈີຕອນ”,ແລະ ໂອກາດ ແລະ ສິ່ງທ້າທາຍຂອງການນຳໃຊ້ການຄ້າທາງເອເລັກໂຕຣນິກ (e-commerce) ເຂົ້າໃນການດຳເນີນທຸລະກິດຂອງ ຈວນກ’’. ການສຳມະນາໃນສອງຫົວຂໍ້ດັ່ງກ່າວ ແມ່ນຈັດໃນຮູບແບບການສົນທະນາ ທີ່ມີນັກວິທະຍາກອນຈາກທັງພາກລັດ ແລະ ທຸລະກິດ ມາແລກປ່ຽນຂໍ້ມູນ-ຂ່າວສານ ຂໍ້ຄິດເຫັນ ແລະ ບົດຮຽນຕົວຈິງ, ແລະ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມຮັບຟັງແລກປ່ຽນຂໍ້ຄິດເຫັນ ແລະ ຖາມຕອບ ຢ່າງກົງໄປກົງມາ. ມີການຈັດໂຕະວາງສະແດງຂໍ້ມູນຂ່າວສານຈໍານວນ 37 ບູດ ຂອງຜູ້ປະກອບກິດຈະການທີ່ມີບົດຮຽນ ແລະ ປະສົບການໃນການນຳໃຊ້ດີຈີຕອນ ເຂົ້າໃນການດຳເນີນທຸລະກິດຂອງຕົນ, ບັນດາທະນາຄານທຸລະກິດທີ່ມີການປ່ອຍສິນເຊື່ອໃຫ້ແກ່ ຈວນກ, ແລະ ໜ່ວຍງານລັດທີ່ກ່ຽວຂ້ອງຈຳນວນຫນຶ່ງ. ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການໂຄສະນາເຊີນຊວນ ຜູ້ປະກອບກິດຈະການ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມສອງກິດຈະກໍາດັ່ງກ່າວນັ້ນ ຢ່າງເປີດກວ້າງ ເພື່ອເປັນສ່ວນຫນຶ່ງໃນພາລະກິດການຊຸກຍູ້ສ້າງຜູ້ປະກອບກິດຈະການໃໝ່ ແລະ ພັດທະນາຜູ້ປະກອບກິດຈະການເກົ່າໃຫ້ມີຄວາມກ້າວໜ້າ. 

IMG-20190702-WA0025

     ງານສະເຫລີມສະຫລອງ ວັນ ຈວນກ ສາກົນ ປີ 2019 ຖືວ່າເປັນຂີດໝາຍອັນສຳຄັນ ໃນການເຕົ້າໂຮມຄວາມສາມັກຄີ ຮ່ວມແຮງ ຮ່ວມໃຈ ຂອງທຸກພາກສ່ວນ ເຂົ້າໃນການຊຸກຍູ້ສົ່ງເສີມ ຈວນກ ໃຫ້ມີການເຕີບໃຫຍ່ ຂະຫຍາຍຕົວ ແລະ ປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍພັດທະນາແບບຍືນຍົງ (SDG) ໃນປີ 2030 ກໍຄື ເປົ້າໝາຍນຳພາປະເທດຊາດໃຫ້ຫລຸດພົ້ນອອກຈາກຄວາມເປັນປະເທດດ້ອຍພັດທະນາ.

IMG-20190702-WA0037

​ແຫຼ່ງຂ່າວ: ນ ພິມ​ພອນ ສາຍ​ສູນ​ທອນ ພະແນກຜະລິດຕະພາບ ກົມສົ່ງເສີ່ມວິສາຫະກິດຂະໜາດນ້ອຍ ແລະ ກາງ

ຮຽບຮຽງ​ໂດຍ: ນ ຖື ​ແຫວນ​ວົງ​ສົດ ສູນ​ສະຖິຕິ ​ແລະ ຂໍ້​ມູນ​ຂ່າວສານ ກົມ​ແຜນການ ​ແລະ ການ​ຮ່ວມ​ມື