ບົດຄວາມດັ່ງກ່າວນີ້ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ໃຫ້ແກ່ທຸກພາກສ່ວນໃນສັງຄົມ ເປັນຕົ້ນແມ່ນ: ຜູ້ຊົມໃຊ້, ຜູ້ປະກອບການທຸລະກິດ ແລະ ພາກລັດທຸກຂະແໜງການທີ່ກ່ຽວຂ້ອງ ຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ, ໃຫ້ມີສ່ວນຮ່ວມໃນການປະຕິບັດໜ້າທີ່ການເມືອງ ແລະ ການພັດທະນາເສດຖະກິດ-ສັງຄົມ ກໍຄືການປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດຖະບານວາງອອກໃນແຕ່ລະໄລຍະ ໃຫ້ໄດ້ຮັບປະສິດທິຜົນດີ ທັງເປັນການຊຸກຍູ້ ແລະ ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມຢູ່ປະເທດເຮົາໃຫ້ນັບມື້ນັບຫຼາຍຂຶ້ນ ເພື່ອສ້າງລາຍຮັບໃຫ້ປະຊາຊົນ ແລະ ປະເທດຊາດສູງຂຶ້ນ ແລະ ທັງເປັນການສ້າງພາບພົດທາງດ້ານການບໍລິການທີ່ດີ ໃຫ້ແກ່ປະເທດຊາດ.
ຄືດັ່ງທີ່ພວກເຮົາໄດ້ຮັບຮູ້ແລ້ວວ່າ, ສະພາບອາຫານ ແລະ ເຄື່ອງດື່ມ ທີ່ມີລາຄາແພງ ຢູ່ບ້ານເຮົາໃນປັດຈຸບັນແມ່ນ ເປັນບັນຫາທີ່ພົ້ນເດັ່ນ ແລະ ຖືກຍົກຂຶ້ນມາຕັ້ງເປັນຄໍາຖາມກັນຢູ່ໃນສັງຄົມມາເປັນເວລາດົນນານ ເປັນຕົ້ນແມ່ນ: ພະນັກງານ, ທະຫານ, ຕໍາຫຼວດ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນ ຜູ້ທີ່ມີລາຍຮັບຕໍ່າ ຫາ ປານກາງ, ຕະຫຼອດຮອດຊາວຕ່າງປະເທດ ທີ່ເຂົ້າມາທ່ອງທ່ຽວ ແລະ ມາເຮັດວຽກຢູ່ປະເທດເຮົາ ທີ່ຕ້ອງໄດ້ແບກຫາບຄ່າໃຊ້ຈ່າຍ ເຂົ້າໃນການຊົມໃຊ້ຄ່າບໍລິການດັ່ງກ່າວໃນຊີວິດປະຈໍາວັນທີ່ຂາດບໍ່ໄດ້ ແລະ ບັນຫາດັ່ງກ່າວແມ່ນຍັງບໍ່ທັນໄດ້ມີຫນ່ວຍງານ ຫລື ພາກສ່ວນໃດເຂົ້າມາຮັບຜິດຊອບ ແລະ ແກ້ໄຂໃຫ້ດີຂຶ້ນ; ສະນັ້ນຈຶ່ງເຮັດໃຫ້ມີປະຊາຊົນ ໄດ້ໂທລະສັບສາຍດ່ວນໄປສອບຖາມໃນກອງປະຊຸມສະພາແຫ່ງຊາດ ກໍຄືກອງປະຊຸມລັດຖະບານ ໃນໄລຍະທີ່ຜ່ານມາ ແລະ ນອກນັ້ນ, ກໍໄດ້ມີສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ພາກັນຍົກເປັນບັນຫາຂຶ້ນມາຊັກຖາມວ່າ: ອາຫານ ຢູ່ ສປປ ລາວ ມີລາຄາແພງຫຼາຍ ເມື່ອທຽບກັບລາຍຮັບຂອງປະຊາຊົນ ແລະ ທຽບໃສ່ລາຄາຢູ່ບັນດາປະເທດໃກ້ຄຽງ ໂດຍສະເພາະແມ່ນ ປະເທດໄທ.
ສະນັ້ນ, ໂດຍປະຕິບັດຕາມກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ເລກທີ 02/ສພຊ, ລົງວັນທີ 30 ມິຖຸນາ 2010; ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ສະບັບເລກທີ 474/ນຍ; ລົງວັນທີ 18 ພະຈິກ 2010 ແລະ ແຈ້ງການເລກທີ 898/ຫສນຍ.ກລຂ, ລົງວັນທີ 22/6/2017 ວ່າດ້ວຍການຮອງຮັບ ກ່ຽວກັບ ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ແລະ ມາດຕະການແກ້ໄຂ ເພື່ອຫຼຸດຜ່ອນຜົນກະທົບ ຕໍ່ການຜະລິດ ແລະ ການດໍາລົງຊີວິດຂອງປະຊາຊົນ. ກະຊວງອຸດສາຫະກໍາ ແລະ ການຄ້າ (ກົມການຄ້າພາຍໃນ) ຖານະທີ່ເປັນຜູ້ຮັບຜິດຊອບກ່ຽວກັບວຽກງານຄຸ້ມຄອງລາຄາ, ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ເພື່ອສຶກສາ ຄົ້ນຄວ້າ ແລະ ກໍານົດໂຄງປະກອບລາຄາ ກ່ຽວກັບອາຫານຈານດ່ຽວປະເພດດັ່ງກ່າວຢ່າງລະອຽດ, ໂດຍການເກັບກໍາຂໍ້ມູນຈາກແຫຼ່ງຕ່າງໆ ເຊັ່ນ: ຮ້ານອາຫານທົ່ວໄປ, ຮ້ານອາຫານຢູ່ຫ້າງຊັບພະສິນຄ້າ, ສະຖາບັນການສຶກສາ ຢູ່ນະຄອນຫຼວງວຽງຈັນ ແລະ ນອກນັ້ນ ຍັງໄດ້ສຶກສາ ຄົ້ນຄວ້າ ເກັບກໍາຂໍ້ມູນ ແລະ ສົມທຽບລາຄາອາຫານຈານດ່ຽວ ລະຫວ່າງ ຢູ່ບ້ານເຮົາກັບປະເທດໃກ້ຄຽງ ເຊັ່ນ: ຣາຊະອານາຈັກໄທ, ຊຶ່ງສັງເກດເຫັນໄດ້ວ່າ ລາຄາອາຫານປະເພດດັ່ງກ່າວຢູ່ບ້ານເຮົາແມ່ນສູງກວ່າຫລາຍ ຕົວຢ່າງ: ລາຄາເຝີຢູ່ຮ້ານທົ່ວໄປ ໃນນະຄອນຫຼວງວຽງຈັນ ແມ່ນ 15.000 ກີບ/ຖ້ວຍ; ຢູ່ປະເທດໄທ ແມ່ນ 35 ບາດ ຫຼື ເທົ່າກັບ 8.750 ກີບ/ຖ້ວຍ (ຄິດໄລ່ໃນເວລາອັດຕາແລກປ່ຽນ 250 ກີບ/ບາດ). ສະນັ້ນ, ເຫັນວ່າຢູ່ລາວ ມີລາຄາສູງກວ່າເຖິງ 71,43 % (ນີ້ແມ່ນຂໍ້ມູນທາງດ້ານລາຄາ/ຖ້ວຍ ຍັງບໍ່ໄດ້ສົມທຽບທາງດ້ານປະລິມານ) ແລະ ເມື່ອສົມທຽບລາຄາກັບຫຼາຍລາຍການແລ້ວ ຍັງມີລາຍລະອຽດທີ່ແຕກຕ່າງກັນ ດັ່ງນີ້:
ສົມທຽບລາຄາອາຫານຈານດ່ຽວບາງລາຍການ ທີ່ມີລັກສະນະຄ້າຍຄືກັນ ລະຫວ່າງ ຢູ່ ສປປ ລາວ(ນວ) ແລະ ຢູ່ ຣາຊະອານາຈັກໄທ ປີ 2017.
1) ລາຄາຢູ່ ສປປ ລາວ (ນວ):
+ ລາຄາຕົ້ນທຶນ + ລາຄາຂາຍເພື່ອການບໍລິໂພກ
- ເຂົ້າຜັດໝູ 10.550 ກີບ/ຈານ; 15.000 ກີບ/ຈານ
- ເຂົ້າລາດໜ້າຜັດຜັກ 7.300 ກີບ/ຈານ; 10.000 ກີບ/ຈານ
- ເຝີໝູ,ໄກ່ 9.850 ກີບ/ຖ້ວຍ; 15.000 ກີບ/ຖ້ວຍ
- ເຂົ້າປຽກໄກ່ 7.950 ກີບ/ຖ້ວຍ; 12.000 ກີບ/ຖ້ວຍ
2) ລາຄາຢູ່ຣາຊະອານາຈັກໄທ:
+ ລາຄາຕົ້ນທຶນ + ລາຄາຂາຍເພື່ອການບໍລິໂພກ
1. ເຂົ້າໄຂ່ຈຽວ 15-20 ບາດ ຫລື 5.000 ກີບ/ຈານ; 25 ບາດ ຫລື 6.250 ກີບ/ຈານ
2. ເຂົ້າໄຂ່ຈຽວໝູສັບ 20-25 ບາດ ຫລື 6.250 ກີບ/ຈານ; 30 ບາດ ຫລື 7.500 ກີບ/ຈານ
3. ເຂົ້າຜັດໝູ 20-25 ບາດ ຫລື 6.250 ກີບ/ຈານ; 30 ບາດ ຫລື 7.500 ກີບ/ຖ້ວຍ
4. ເຝີ 25-30 ບາດ ຫລື 7.500 ກີບ/ຖ້ວຍ; 30-35 ບາດ ຫລື 8.750 ກີບ/ຖ້ວຍ
(ອັດຕາແລກປ່ຽນ 250 ກີບ/ບາດ)
ໂດຍລວມເຫັນວ່າລາຄາຢູ່ ສປປ ລາວ ຈະແພງກ່ວາຢູ່ໄທຫຼາຍ ເຊັ່ນ: ລາຄາຕົ້ນທຶນເຝີຢູ່ລາວແພງກວ່າຢູ່ໄທປະມານ 31,33 % ແລະ ລາຄາຂາຍເພື່ອການບໍລິໂພກແພງກວ່າຢູ່ໄທປະມານ 71,43% (ເປັນພຽງຂໍ້ມູນທາງດ້ານລາຄາ/ຖ້ວຍ ຍັງບໍ່ໄດ້ສົມທຽບໃສ່ທາງດ້ານປະລິມານ).
ຜ່ານການຄົ້ນຄວ້າ ເຫັນໄດ້ສາເຫດຕົ້ນຕໍ ທີ່ເຮັດໃຫ້ລາຄາອາຫານຢູ່ລາວ ແພງກວ່າປະເທດເພື່ອນບ້ານ ໂດຍສະ ເພາະແມ່ນປະເທດໄທ ເກີດຈາກບັນດາປັດໃຈ ດັ່ງນີ້:
1- ລາຄາວັດຖຸດິບທີ່ນໍາມາປຸງແຕ່ງອາຫານລ້ວນແຕ່ໄດ້ນໍາເຂົ້າມາຈາກໄທ ເຊັ່ນ: ແປ້ງນົວ, ນໍ້າປາ, ນໍ້າຕານ, ສະອີວ, ຊ໊ອສ໌, ພິກໄທ ແລະ ອື່ນໆ;
2- ສ່ວນສິນຄ້າພາຍໃນ ທີ່ເຮົາສາມາດຜະລິດໄດ້ ເປັນຕົ້ນແມ່ນ ເຂົ້າ, ຊີ້ນ, ໄຂ່, ຜັກ…ກໍລ້ວນແຕ່ມີລາຄາແພງກວ່າຢູ່ໄທປະມານ 1-30%, ຊຶ່ງສາເຫດຂອງລາຄາສິນຄ້າທີ່ຜະລິດຢູ່ລາວແພງກວ່າໄທ ເປັນຍ້ອນປັດໃຈການຜະລິດເກືອບທັງໝົດ ກໍແມ່ນນໍາເຂົ້າມາຈາກຕ່າງປະເທດ;
3- ນອກນັ້ນ, ຄ່າເຊົ່າສະຖານທີ່, ອາຍແກສ໌ຫຸງຕົ້ມ, ຄ່ານໍ້າປະປາ, ຄ່າໄຟຟ້າ ກໍລ້ວນແຕ່ແພງກວ່າ ແລະ ເໜືອໄປກວ່ານັ້ນຢູ່ລາວເຮົາຍັງມີຄ່າໃຊ້ຈ່າຍຕ່າງໆທາງສັງຄົມເພີ່ມນໍາອີກ;
4- ລາຄາອາຫານ ຢູ່ ສປປ ລາວ ຖືກກໍານົດໂດຍຜູ້ປະກອບການເປັນຫຼັກ, ຊຶ່ງບໍ່ທັນເຂົ້າສູ່ຂະບວນການຄິດໄລ່ ກໍານົດໂຄງປະກອບລາຄາຢ່າງເປັນລະບົບ;
5- ການຄຸ້ມຄອງຮ້ານອາຫານ ກໍຄືລາຄາອາຫານຈານດ່ຽວ ຢູ່ ສປປ ລາວ ເວົ້າລວມ, ເວົ້າສະເພາະຢູ່ນະຄອນຫຼວງວຽງຈັນ ຍັງບໍ່ທັນມີພາກສ່ວນໃດຮັບຜິດຊອບຈັດຕັ້ງປະຕິບັດ ເມື່ອອີງໃສ່ ດໍາລັດ 474/ນຍ, ລົງວັນທີ 18 ພະຈິກ 2010.
ສະນັ້ນ, ເພື່ອເປັນການແບ່ງເບົາພາລະຄ່າໃຊ້ຈ່າຍຂອງພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນ ຜູ້ມີລາຍຮັບຕໍ່າ ຫາປານກາງ ໃຫ້ນັບມື້ດີຂຶ້ນ, ທັງເປັນການຮອງຮັບໃຫ້ແກ່ປີທ່ອງທ່ຽວ ລາວ-ຈີນ ຢູ່ ສປປ ລາວ ນີ້; ຄະນະນໍາກະຊວງ ອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ມີທິດຊີ້ນໍາໃຫ້ຈັດກອງປະຊຸມປຶກສາຫາລື ແລກປ່ຽນຄວາມຄິດເຫັນກັນ ລະຫວ່າງພາກລັດທີ່ກ່ຽວຂ້ອງ ແລະ ຜູ້ປະກອບການ ເພື່ອຄວາມເປັນເອກະພາບ ໃນການກໍານົດລາຄາຊີ້ນໍາ ອາຫານຈານດ່ຽວ, ວິທີການຈັດຕັ້ງປະຕິບັດ ແລະ ການຄຸ້ມຄອງວຽກງານດັ່ງກ່າວ ຕາມດໍາລັດ 474/ນຍ ຂຶ້ນ ເພື່ອຄົ້ນຄວ້າ ປຶກສາຫາລື ແລະ ແກ້ໄຂບັນຫາດັ່ງກ່າວ ໃຫ້ຮອບດ້ານ, ຊຶ່ງກອງປະຊຸມ ກໍໄດ້ເປັນເອກະພາບທາງດ້ານເນື້ອໃນ ແລະ ໃຫ້ເຮັດເປັນການທົດລອງຢູ່ນະຄອນຫຼວງວຽງຈັນກ່ອນ ແລ້ວຈຶ່ງຖອດຖອນບົດຮຽນໄປສູ່ແຂວງອື່ນໃນຂອບເຂດທົ່ວປະເທດ ໃນຂັ້ນຕໍ່ໄປ.
ດັ່ງນັ້ນ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກ ແຈ້ງການເລກທີ 1310/ຫອຄ.ກຄພນ ລົງວັນທີ 25 ພຶດສະພາ 2018 ເພື່ອຈັດຕັ້ງປະຕິບັດການເຮັດທົດລອງລາຄາຊີ້ນໍາອາຫານຈານດ່ຽວຢູ່ນະຄອນຫຼວງວຽງຈັນ ປະເພດ: ເຝີ, ເຂົ້າປຽກ, ເຂົ້າຜັດ ແລະ ເຂົ້າລາດໜ້າ ທີ່ມີລາຄາສົມເຫດສົມຜົນ, ແນໃສ່ໃຫ້ໄດ້ 03 ຜົນປະໂຫຍດ ເຊັ່ນ: ຜູ້ຊົມໃຊ້ສາມາດບໍລິໂພກອາຫານທີ່ມີຄຸນນະພາບໃນລາຄາທີ່ເໝາະສົມ ເພື່ອເປັນການຊ່ວຍການແບ່ງເບົາຄ່າຄອງຊີບຂອງປະຊາຊົນໃຫ້ຫຼຸດລົງ; ຜູ້ດໍາເນີນທຸລະກິດສາມາດມີກໍາໄລ ແລະ ລັດຖະບານກໍສາມາດເກັບພັນທະໄດ້ສະດວກ ທັງສ້າງພາບພົດທີ່ດີໃຫ້ແກ່ປະເທດຊາດ ເພື່ອຮອງຮັບປີການທ່ອງທ່ຽວ ລາວ-ຈີນ 2019 ແລະ ໃນປີຕໍ່ໆໄປ.
ພາຍຫຼັງທີ່ໄດ້ອອກແຈ້ງການແລ້ວ, ກະຊວງອຸດສາຫະກໍາ ແລະ ການຄ້າ(ກົມການຄ້າພາຍໃນ) ກໍໄດ້ຊີ້ນໍາພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ໃຫ້ເປັນເຈົ້າການຈັດຕັ້ງຜັນຂະຫຍາຍ ແຈ້ງການສະບັບດັ່ງກ່າວໃຫ້ໄດ້ຮັບຜົນດີ, ໂດຍສົມທົບກັບຂະແໜງການກ່ຽວຂ້ອງ ເຊັ່ນ: ພະແນກສາທາລະນະສຸກ, ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອປຶກສາຫາລື ແລະ ເປັນເອກະພາບກັນທາງດ້ານການຈັດຕັ້ງປະຕິບັດ ແລະ ມອບໃຫ້ຫ້ອງການອຸດສາຫະກໍາ ແລະ ການຄ້າ 09 ຕົວເມືອງ ໃນນະ
ຄອນຫຼວງວຽງຈັນ ເປັນເຈົ້າການໃນການຈັດຕັ້ງປະຕິບັດ, ຊຶ່ງຈະເປັນການເຮັດທົດລອງໃນໄລຍະ 03 ເດຶອນ ນັບແຕ່ມື້ອອກແຈ້ງການເປັນຕົ້ນໄປ ແລະ ຈາກນັ້ນກໍຈະໄດ້ມີການຕີລາຄາ ປະເມີນຜົນ ແລະ ຖອດຖອນບົດຮຽນ ດ້ານດີ ແລະ ຂໍ້ຄົງຄ້າງ ເພື່ອມີທິດທາງແກ້ໄຂ ເຮັດໃຫ້ວຽກງານດັ່ງກ່າວ ດໍາເນີນໄປໄດ້ສະດວກ ແລະ ມີພັດທະນາການດີຂຶ້ນ.
ພາຍຫຼັງທີ່ໄດ້ລົງຈັດກອງປະຊຸມເຜີຍແຜ່ແຈ້ງການດັ່ງກ່າວຢູ່ແຕ່ລະເມືອງ ພາຍໃຕ້ການເປັນປະທານຂອງທ່ານຮອງເຈົ້າເມືອງຜູ້ຊີ້ນໍາວຽກງານເສດຖະກິດ ໂດຍມີຂະແໜງການທີ່ກ່ຽວຂ້ອງ ແລະ ຜູ້ປະກອບການຮ້ານອາຫານຈານດ່ຽວພາຍໃນເມືອງເຂົ້າຮ່ວມ, ຊຶ່ງຜູ້ປະກອບການສ່ວນຫລາຍກໍ່ມີຄວາມເຂົ້າໃຈ ແລະ ໃຫ້ຄວາມຮ່ວມມື, ຫລັງຈາກນັ້ນກໍ່ໄດ້ລົງເກັບ ກໍາຂໍ້ມູນຮ້ານອາຫານຈານດ່ຽວປະເພດ: ເຝີ, ເຂົ້າປຽກ, ເຂົ້າຜັດ ແລະ ເຂົ້າລາດໜ້າ ສໍາເລັດແລ້ວ 08 ຕົວເມືອງ ( ຍັງເມືອງຈັນທະບູລີ) ມີທັງໝົດ 325 ຮ້ານ , ໃນນີ້ມີ 284 ຮ້ານທີ່ຂາຍໃນລາຄາ 8.000-15.000 ບໍ່ເກີນລາຄາທີ່ກໍານົດ ກວມເອົາ 87,4% ຂອງຈໍານວນຮ້ານທັງໝົດທີ່ໄດ້ເກັບກໍາ, ຊຶ່ງລາຄາດັ່ງກ່າວ ສາມາດເຫັນໄດ້ຢູ່ຕາມສູນການຄ້າຕ່າງໆ ເຊັ່ນ: ວຽງຈັນເຊັນເຕີ, ໄອເຕັກເກົ່າ ແລະ ໃໝ່, ຕະຫຼາດເຊົ້າມໍ, ສູນອາຫານໃນໂຮງໝໍ 103 ແລະ ໂຮງໝໍອື່ນໆ, ຮ້ານອາຫານທົ່ວໄປຢູ່ຕາມຕະຫຼາດ ແລະ ຕາມຄຸ້ມບ້ານ ຫຼື ແຄມທາງຕ່າງໆ ນັ້ນກໍເຫັນວ່າປະຕິບັດໄດ້ຕາມລາຄາທີ່ລັດຊີ້ນໍາຢູ່ແລ້ວ ນັບທັງຄຸນນະພາບ ແລະ ປະລິມານ ກໍເຫັນວ່າເໝາະສົມ; ແຕ່ໃນນັ້ນຍັງມີ 41 ຮ້ານທີ່ຂາຍເກີນລາຄາ 15.000 ກີບ/ຖ້ວຍ/ຈານ. ສາເຫດຂອງການຂາຍເກີນ ແມ່ນມາຈາກຫລາຍປັດໃຈ ເຊັ່ນ: ຄ່າເຊົ່າສະຖານທີ່ແພງ, ຫ້ອງອາຫານຕິດແອ, ຄ່າໄຟຟ້າສູງ, ຄ່ານໍ້າປະປາສູງ, ຄ່າຈ້າງແຮງງານ, ປະລິມານອາຫານມີຫຼາຍ, ນໍາໃຊ້ວັດຖຸດິບທີ່ມີລາຄາແພງກວ່າຮ້ານທົ່ວໄປ ແລະ ເສຽພັນທະໃຫ້ລັດ ເຊັ່ນ ອາກອນຕ່າງໆສູງກວ່າ.
ຜ່ານການຈັດຕັ້ງປະຕິບັດຕາມແຈ້ງການສະບັບດັ່ງກ່າວ, ມາຮອດປັດຈຸບັນເຫັນວ່າຍັງມີກຸ່ມຄົນສ່ວນຫລາຍບໍ່ທັນເຂົ້າໃຈຕໍ່ການກໍານົດລາຄາຂາຍອາຫານປະເພດດັ່ງກ່າວຕາມໂຄງປະກອບລາຄາ; ຕາມຄວາມເປັນຈິງແລ້ວ, ກະຊວງອຸດສາຫະກໍາ ແລະ ການຄ້າ (ກົມການຄ້າພາຍໃນ) ໄດ້ອອກແຈ້ງການກໍານົດລາຄາຂາຍອາຫານຈານດ່ຽວປະເພດດັ່ງກ່າວ ແມ່ນເພື່ອເປັນການເຮັດທົດລອງ ໃນລາຄາຊີ້ນໍາ ທີ່ມີປະລິມານຕາມການກໍານົດຢູ່ໃນໂຄງປະກອບລາຄາ ແລະ ໄດ້ກໍານົດສະຖານທີ່ຂາຍຕ່າງໆໄວ້ລະອຽດໃນແຈ້ງການ ສະເພາະຢູ່ນະຄອນຫຼວງວຽງຈັນ ເທົ່ານັ້ນ.
ໂຄງປະກອບລາຄາອາຫານຈານດ່ຽວຂອງ ສປປ ລາວ, ປະກອບດ້ວຍວັດຖຸດິບທີ່ນໍາມາປຸງແຕ່ງອາຫານແຕ່ລະຊະນິດຄົບຖ້ວນ, ມີປະລິມານທີ່ຖືກຕ້ອງຕາມຫຼັກໂພສະນາການ ກໍຄືຄົບສານອາຫານທັງ 5 ໝູ່ ທີ່ຄົນຜູ້ໜຶ່ງຕ້ອງການ; ນອກ ນັ້ນ ກໍຍັງມີຄ່າໃຊ້ຈ່າຍຕ່າງໆທີ່ປິ່ນອ້ອມ ເຊັ່ນ: ຄ່າແຮງງານ, ຄ່າສິ້ນເປືອງອື່ນໆ(ຂີ້ເຫຍື້ອ, ໄຟຟ້າ, ນໍ້າປະປາ, ອາຍແກສ໌ຫຸງຕົ້ມ ແລະ …..), ຄ່າເຊົ່າສະຖານທີ່ ແລະ ຄ່າເສຽພັນທະໃຫ້ລັດ(ອາກອນ); ສະນັ້ນ, ຈຶ່ງເຫັນວ່າການກໍານົດລາຄາດັ່ງກ່າວ ໄດ້ຜ່ານການເກັບກໍາຂໍ້ມູນລະອຽດ ເພື່ອນໍາມາຄົ້ນຄວ້າ ວິເຄາະ ວິໄຈ ແລະ ຄິດໄລ່ ຖືກຕ້ອງຕາມຫຼັກວິຊາການ ກໍຄືສະພາບຄວາມເປັນຈິງໃນປະຈຸບັນ ຄືດັ່ງນີ້:
ລາຄາຊີ້ນໍາອາຫານຈານດ່ຽວ
ຫົວໜ່ວຍ: ກີບ
ລ/ດ |
ລາຍການ |
ຮ້ານທົ່ວໄປ/ສູນ |
ຮ້ານອາຫານໃນຫ້າງຊັບພະສິນຄ້າ/ |
ອາຫານໃນສໍານັກງານ |
ສູນການຄ້າ/ຍ່ານທຸລະກິດທົ່ວໄປ |
||
01 |
ເຂົ້າຜັດໝູ |
13.000 |
14.500 |
02 |
ເຂົ້າລາດໜ້າຜັດຜັກ |
10.000 |
11.500 |
03 |
ເຂົ້າລາດໜ້າກະເພົາໝູ |
10.000 |
11.500 |
04 |
ເຂົ້າລາດໜ້າ 2 ເຍື່ອງ(ຜັດຜັກ+ກະເພົາໝູ) |
11.500 |
13.000 |
05 |
ເຝີໝູ |
12.000 |
13.500 |
06 |
ເຝີໄກ່ |
12.000 |
13.500 |
07 |
ເຝີງົວ |
14.000 |
15.000 |
08 |
ເຂົ້າປຽກໄກ່ |
10.500 |
12.000 |
09 |
ເຂົ້າປຽກໝູ |
10.500 |
12.000 |
ຂຽນໂດຍ: ພະແນກຄຸ້ມຄອງລາຄາ, ກົມການຄ້າພາຍໃນ
ຮຽບຮຽງໂດຍ: ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ກົມແຜນການ ແລະ ການຮ່ວມມື