ພິທີມອບ-ຮັບວຽກງານຊັບສິນທາງປັນຍາ, ວຽກງານມາດຕະຖານ ແລະ ວັດແທກ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ກະຊວງ ອຸດສາຫະກຳ ແລະ ການຄ້າ
By admin On 28 Apr, 2021 At 12:25 PM | Categorized As ຂ່າວສຳຄັນ | With 0 Comments

IMG_5071

           ຕອນເຊົ້າ ເວລາ 9: 00 ໂມງ ຂອງວັນທີ 28 ເມ​ສາ 2021 ທີ່ ກະຊວງ ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ໄດ້ຈັດພິທີມອບ-ຮັບວຽກງານຊັບສິນທາງປັນຍາ, ວຽກງານມາດຕະຖານ ແລະ ວັດແທກ ລະຫວ່າງ ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ​ແລະ ກະ​ຊວງ ອຸດ​ສາ​ຫະ​ກຳ ແລະ​ ການ​ຄ້າ ໃຫ້ກຽດເຂົ້າຮ່ວມມີ​ ທ່ານ ບັນດິດ ສຈ. ບໍ່​ວຽງ​ຄຳ ວົງ​ດາ​ລາ ລັດ​ຖະ​ມົນ​ຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ປອ. ຄຳແພງ ໄຊ​ສົມ​ແພງ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ​ທ່ານ ປອ. ​ທອງ​ຈັນ ມະ​ນີ​ໄຊ ລັດ​ຖະ​ມົນ​ຕີກະ​ຊວງ​ພາຍ​ໃນ, ພ້ອມດ້ວຍ​ຮອງລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງ​ການ,  ຫົວ​ໜ້າ​ກົມ​ຈັດ​ຕັ້ງ ແລະ ພະ​ນັກ​ງານ ເຂົ້າ​ຮ່ວມປະມານ 16 ກວ່າທ່ານ.

IMG_5029

         ໂອກາດນີ້ ​ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດ​ຖະ​ມົນ​ຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຂື້ນ​ອ່ານ​ຜ່ານ​ມະ​ຕີ​ຕົກ​ລົງ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ສະ​ບັບ​ເລກ​ທີ 06 ກມ​ສ​ພ, ລົງ​ວັນ​ທີ 25/2/2021  ແລະ ຂໍ້​ຕົກ​ລົງ​ຂອງ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ບັບ​ເລກ​ທີ 17/ນຍ, ລົງ​ວັນ​ທີ 11/03/2021 ໂດຍມອບວຽກງານຊັບສິນທາງປັນຍາ, ວຽກງານມາດຕະຖານ ແລະ ວັດແທກ ພ້ອມດ້ວຍການຍົກຍ້າຍພະນັກງານຈຳນວນ 208 ທ່ານ​ ບັນ​ຈຸ​ເຂົ້າກົງຈັກ ຂອງ ກະຊວງອຸດສາຫະກຳ ແລະ ການຄ້າ.

IMG_5003

         ທ່ານ ປອ. ຄຳແພງ ໄຊ​ສົມ​ແພງ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ສະແດງຄວາມຍິນດີຮັບ​ເອົາ​ວຽກງານດັ່ງກ່າວ ພ້ອມທັງຈະປະຕິບັດໜ້າທີ່​ການ​ເມືອງທີ​ໄດ້​ຮັບ​ມອບ​ໝາຍນີ້ໃຫ້​ປະ​ກົດ​ຜົນ​ເປັນ​ຈິງໃນແຕ່ໄລຍະ ແລະ ຈະ ປະ​ກອບ​ສວ່ນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ພະ​ລະ​ກິດ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້ ນັບ​ຈະ​ເລີນ ຮຸ່ງ​ເຮືອງ​ຕະຫຼອດ​ໄປ.

ພາບ-ຂ່າວ: ໄພ​ຄຳ​ອີ ວິ​ໄລ​ຄຳ

ສູນ​ສະ​ຖິ​ຕິ ແລະ ຂໍ້​ມູນ ຂ່າວ​ສານ

About -