ເພື່ອກະກຽມການເຂົ້າເປັນພາຄີຂອງສົນທິສັນຍາ ວ່າດ້ວຍການປົກປ້ອງພັນພືດໃໝ່ຂອງ ສປປ ລາວ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດ ວຽກງານການປົກປ້ອງພັນພືດໃໝ່ UPOV, ໃນວັນທີ 4 ສິງຫາ 2023 ທີ່ຫ້ອງປະຊຸມ ກະຊວງອຸດສາຫະກໍາ ແລະ ການຄ້າ, ແບບເຊິ່ງໜ້າ ແລະ ອອນລາຍ, ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງ ອຸດສາຫະກໍາ ແລະ ການຄ້າ.
ໃນກອງປະຊຸມຄັ້ງນີ້ ມີທ່ານ ນາງ Akiko Nagano, ຮອງຫົວໜ້າພະແນກຊັບສິນທາງປັນຍາ, ຫ້ອງການສົ່ງອອກ ແລະ ພົວພັນຕ່າງປະເທດ, ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ (MAFF) ແຫ່ງ ປະເທດ ຍີ່ປຸ່ນ ແລະ ທ່ານ Petter Button, ຮອງເລຂາທິການ, ສະຫະພັນສາກົນເພື່ອການປົກປ້ອງພັນພືດໃໝ່ (UPOV), ມີທ່ານ ມາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ, ຜູ້ຊ່ຽວຊານຈາກ ສສ. ຫວຽດນາມ, ຜູ້ຕາງໜ້າຈາກ ກົມ, ສະຖາບັນ ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງການຕ່າງປະເທດ, ກະຊວງຍຸຕິທໍາ, ກະຊວງ ອຄ, ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRE, MOAF), ສະຖາບັນການສຶກສາທີ່ກ່ຽວຂ້ອງ ແລະ ພະນັກງານຂອງ ກົມຊັບສິນທາງປັນຍາ ເຂົ້າຮ່ວມ 50 ກວ່າທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ປະສົບການໃນການຈັດຕັ້ງປະຕິບັດວຽກງານການປົກປ້ອງພັນພືດໃໝ່, ນະໂຍບາຍ, ການຈັດຕັ້ງປະຕິບັດການກະກຽມ ແລະ ການຮ່ວມມື ສຳລັບການກວດສອບຄວາມແຕກຕ່າງ, ຄວາມສຳໝໍ່າສະເໝີ ແລະ ຄວາມຄົງຕົວ (DUS testing), ປະສົບການທີດີຂອງໜ່ວຍງານທີ່ຮັບຜິດຊອບວຽກງານດັ່ງກ່າວ. ເພື່ອເປັນບົດຮຽນໃນການກະກຽມເຂົ້າເປັນພາຄີຂອງສົນທິສັນຍາ ວ່າດ້ວຍການປົກປ້ອງພັນພືດໃໝ່ຂອງ ສປປ ລາວ.
ໃນກອງປະຊຸມ ໄດ້ມີການແລກປ່ຽນບົດຮຽນທາງດ້ານວິຊາການ ຢ່າງກົງໄປກົງມາ ກັບຊ່ຽວຊານຜູ້ທີ່ມີບົດຮຽນ ແລະ ປະສົບການຈາກ ສສ.ຫວຽດນາມ ແລະ ຍີ່ປຸ່ນ, ໂດຍສະເພາະ ສະຖາບັນການຈັດຕັ້ງທີ່ຕິດພັນກັບວຽກງານການປົກປ້ອງພັນພືດໃໝ່. ປັດຈຸບັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຊຶ່ງເປັນໜ່ວຍງານຮັບຜິດຊອບການຈົດທະບຽນ ແລະ ອອກໃບຢັ້ງຢືນສິດໃຫ້ແກ່ ນັກປັບປຸງພັນພືດ (ທີ່ເປັນບຸກຄົນ ຫຼື ນິຕິບຸກຄົນ) ໂດຍອີງຕາມກົດໝາຍ ວ່າດ້ວຍຊັບສິນທາງປັນຍາ. ສຳລັບການທົດສອບ DUS (ຄວາມແຕກຕ່າງ, ຄວາມສະໝໍ່ສະເໝີ, ຄວາມຄົງຕົວ) ຂອງພັນພືດ ເຫັນວ່າ ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້, ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ແລະ ສູນຕ່າງໆ ຂອງ ກະຊວງກະສິກໍາ ແລະ ປ່າໄມ້, ແມ່ນເຮັດບົດບາດທັງເປັນຜູ້ປັບປຸງພັນພືດ ແລະ ໃນບາງຄັ້ງກໍເປັນຜູ້ທົດສອບ DUS ຊຶ່ງທັງສອງບົດບາດຈຳເປັນຕ້ອງໄດ້ສ້າງຄວາມຈະແຈ້ງ ໃນດ້ານສິດອຳນາດໃນການຕັດສິນໃຈ ເພື່ອຫຼີກເວັ້ນ ຂໍ້ຂັດແຍ້ງທາງດ້ານຜົນປະໂຫຍດ (conflict of interests) ໃນອະນາຄົດ. ພ້ອມນັ້ນ ໃນກອງປະຊຸມ ຍັງໄດ້ສະເໜີໃຫ້ມີການແຍກໜ່ວຍງານຂອງ ສະຖາບັນຄົ້ນຄວ້າ-ວິໄຈ (ຜູ້ປັບປຸງພັນພືດ) ກັບ ສະຖາບັນທີ່ເຮັດການທົດສອບ DUS ແລະ ອອກໃບຢັ້ງຢືນ, ອອກເປັນສອງໜ່ວຍງານ, ພ້ອມທັງສະເໜີ ໃຫ້ມີການພິຈາລະນາການສ້າງຕັ້ງກົນໄກ ຫຼື ໜ່ວຍງານຄຸ້ມຄອງບໍລິຫານຊັບສິນທາງປັນຍາ ທີ່ເປັນຜົນໄດ້ຮັບຈາກການຄົ້ນຄວ້າ-ວິໄຈ ເພື່ອຫັນເປັນເສດຖະກິດ ແລະ ສ້າງລາຍຮັບເຂົ້າງົບປະມານ ຫຼື ສະໜັບສະໜູນການຄົ້ນຄວ້າ-ວິໄຈ ຕໍ່ໄປ.
ລະບົບການປົກປ້ອງພັນພືດໃໝ່ພາຍໃຕ້ສົນທິສັນຍາ UPOV ແມ່ນສົ່ງເສີມການຄົ້ນຄວ້າການປັບປຸງພັນພືດໃໝ່ໆ ເພື່ອຮັບໃຊ້ສັງຄົມ ແນໃສ່ ເພື່ອຄວາມໝັ້ນຄົງທາງດ້ານສະບຽງອາຫານ, ສະມັດຖະພາບຂອງການຜະລິດທີ່ເພີ່ມຂຶ້ນ, ຕອບສະໜອງຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ການເພີ່ມຂຶ້ນຂອງປະຊາກອນ; ແລະ ການເຂົ້າເປັນພາຄີດັ່ງກ່າວ ຍັງເປັນສົ່ງເສີມການຮ່ວມມື ລະຫວ່າງ ລັດທີ່ເປັນພາຄີ ໃນການແລກປ່ຽນຂໍ້ມູນທີ່ຕິດພັນກັບພັນພືດໃໝ່ ທີ່ໄດ້ຮັບການຈົດທະບຽນ, ຂໍ້ມູນ ຫຼື ບົດລາຍງານການກວດສອບ DUS ເພື່ອຫຼຸດຜ່ອນຕົ້ນທຶນການຈົດທະບຽນຂອງນັກປັບປຸງພັນພືດ. ເຖິງແມ່ນວ່າ ລະບົບການປົກປ້ອງພັນພືດໃໝ່ ຈະໃຫ້ສິດແກ່ນັກປັບປຸງພັນພືດ ເພື່ອສະແຫວງຫາຜົນປະໂຫຍດຈາກການລົງທຶນເຂົ້າໃສ່ການຄົ້ນຄວ້າ-ວິໄຈຂອງຕົນ ເພື່ອບໍ່ໃຫ້ຜູ້ອື່ນນຳໃຊ້ ຫຼື ສົ່ງອອກພັນພືດດັ່ງກ່າວ ໂດຍບໍ່ໄດ້ຮັບອະນຸຍາດ, ແຕ່ໃນສົນທິສັນຍາ ແລະ ກົດໝາຍ ກໍໃຫ້ສິດສຳລັບ ຊາວກະສິກອນທີ່ຈະນຳໃຊ້ເພາະປູກໃນເນື້ອທີ່ດິນຂອງຕົນທີ່ບໍ່ແມ່ນເພື່ອຈຸດປະສົງທາງການຄ້າ ໂດຍບໍ່ຈຳເປັນຕ້ອງຂໍອະນຸຍາດ, ພ້ອມນັ້ນ, ນັກປັບປຸງພັນພືດ ຍັງສາມາດນຳໃຊ້ພັນພືດທີ່ໄດ້ຮັບການຈົດທະບຽນແລ້ວ ມາປັບປຸງພັນເພີ່ມຕື່ມອີກໄດ້ ໂດຍບໍ່ຕ້ອງຂໍອະນຸຍາດຈາກເຈົ້າຂອງສິດ.
ນອກເໜືອຈາກການສົ່ງເສີມການລົງທຶນເຂົ້າໃນການປັບປຸງພັນພືດໃໝ່, ການເຂົ້າເປັນພາຄີຂອງສົນທິສັນ ຍາດັ່ງກ່າວ ຈະເປັນຊ່ອງທາງໜຶ່ງໃນການສ້າງລາຍໄດ້ເຂົ້າງົບປະມານ ໂດຍຜ່ານການຈົດທະບຽນພັນພືດໃໝ່, ການສ້າງຂີດຄວາມສາມາດໃຫ້ແກ່ໜ່ວຍງານ ຫຼື ສະຖາບັນການຈັດຕັ້ງທີ່ເຮັດການຄົ້ນຄວ້າ-ວິໄຈ, ສະຖາບັນກວດສອບ DUS ສຳລັບບາງພັນພືດ ທີ່ເຫັນວ່າ ເປັນທ່າແຮງໃນການສົ່ງອອກສິນຄ້າກະສິກໍາຂອງ ສປປ ລາວ.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ
ໂພດສ໌ໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກຜຮ