ຮ່ວມມືພັດທະນາ ແລະ ການບໍລິການສູນວາງສະແດງຮ່ວມມືເສດຖະກິດ ແລະ ການຄ້າ
By ໄພວັນ On 14 May, 2024 At 11:27 AM | Categorized As ຂ່າວຕ່າງປະເທດ | With 0 Comments

IMG_0073.jpg 1

ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ເຊັນສັນຍາກັບບໍລິສັດ ຊວນເຢ ລາວຈໍາກັດຜູ້ດຽວ ເພື່ອສືບຕໍ່ໃຫ້ວຍກງານການຮ່ວມມືພັດທະນາ ແລະ ການບໍລິການສູນວາງສະແດງຮ່ວມມືເສດຖະກິດ ແລະ ການຄ້າ ຂອງ ສປປ ລາວ ທີ່ ເມືອງຢາງຟຸ, ນະຄອນຊຽງໄຮ, ສປ ຈີນ. ຮັບປະກັນການສ້າງເວທີດ້ານການຮ່ວມມືສົ່ງເສີມການຄ້າ ແລະ ເສດຖະກິດ ທີ່ລາວ-ຈີນ ໃຫ້ມີໝາກຜົນ ແລະ ບັນລຸໄດ້ຕາມເປົ້າໝາຍ.

          ພິທີເຊັນສັນຍາ ໄດ້ຈັດຂຶ້ນໃນວັນທີ 10 ພຶດສະພາ 2024 ທີ່ຫ້ອງປະຊຸມສຳນັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງ ອຄ ໂດຍການລົງນາມເຊັນສັນຍາ ລະຫວ່າງ ທ່ານ ວິທູນ ສິທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ແລະ ທ່ານ ໂຈ ເຈິ້ງ ຢູ ຕາງໜ້າບໍລິສັດ ຊວນເຢ ລາວ  ເຂົ້າຮ່ວມເປັນສັກຂີພິຍານມີ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງ ອຄ ແລະ ທ່ານ ຈ້າວ ເຫວີນ ຢູ ທີ່ປຶກສາເສດຖະກິດ-ການຄ້າ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ຊຸນ ກວາ ຫວູ ປະທານບໍລິສັດ ຊວນເຢ ລາວ ພ້ອມດ້ວຍບັນດາທ່ານຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

IMG_0040.jpg 1

ໃນພິທີ, ທ່ານ ວິທູນ ສິທິມໍລະດາ ໄດ້ໃຫ້ຮູ້ວ່າ: ສູນວາງສະແດງການຮ່ວມມືເສດຖະກິດ ແລະ ການຄ້າ ລາວ ແຫ່ງນີ້ ເປັນການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການປົກຄອງປະຊາ ຊົນເຂດຢາງຟູ ກັບ ກົມສົ່ງເສີມການຄ້າ ໃນການສ້າງເວທີດ້ານການຮ່ວມມືສົ່ງເສີມການຄ້າ ແລະ ເສດຖະ ກິດ ທີ່ໄດ້ລົງນາມກັນໃນວັນທີ 6 ພະຈິກ 2022 ໃນເວລາເຂົ້າຮ່ວມງານວາງສະແດງສິນຄ້ານໍາເຂົ້າສາກົນຈີນ CIIE ຄັ້ງທີ 5 ຢູ່ທີ່ນະຄອນຊຽງໄຮ້; ອີງຕາມໜັງສື ສະບັບລົງວັນທີ 30 ຕຸລາ 2023 ຈາກອົງການປົກຄອງປະຊາຊົນເຂດຢາງຟູ ໃນການຄັດເລືອກສະຖານທີ່ສ້າງຕັ້ງເປັນສູນວາງສະແດງການຮ່ວມມືເສດຖະກິດ ແລະ ການຄ້າ ລາວ, ໂດຍການລົງທຶນປັບປຸງການກໍ່ສ້າງ, ການຕົບແຕ່ງ ແມ່ນອົງການປົກຄອງປະຊາ ຊົນເຂດຢາງຟູເປັນຜູ້ຮັບຜິດຊອບທັງໝົດ ເພື່ອມອບໃຫ້ກະຊວງ ອຄ ຂອງລາວ ນໍາໃຊ້ ແລະ ຍົກເວັ້ນຄ່າເຊົ່າໃນໄລຍະ 5 ປີ. ບໍລິສັດ ຊວນເຢ ລາວ ເປັນຜູ້ປະສານງານ, ອຳນວຍຄວາມສະດວກ, ເຮັດວຽກໃນການອອກແບບຕົບແຕ່ງ ແລະ ໄດ້ຮັບການແຕ່ງຕັ້ງຈາກກະຊວງ ອຄ ໃນວັນທີ 21 ພະຈິກ 2023 ໃນນາມຜູ້ຕາງໜ້າດຳເນີນງານສູນວາງສະແດງ. ການປັບປຸງກໍ່ສ້າງ, ຕົບແຕ່ງສູນວາງສະແດງ ໄດ້ເຮັດສຳເລັດ ໂດຍໃຊ້ເວລາພຽງແຕ່ 49 ວັນ ແລະ ໄດ້ຈັດພິທີເປີດໂຕເປັນທາງການໃນວັນທີ 17 ພະຈິກ 2023. ສູນວາງສະແດງ ມີ 7 ຫ້ອງ ໃນເນື້ອທີ 765 ຕາແມັດ, ຕັ້ງຢູ່ບໍລິເວນຂອງ ຊຽງໄຮ້ ແຟຊັນ ເຊັນເຕີ ຊຶ່ງເປັນເຂດທ່ອງທ່ຽວ ແລະ ກຳລັງມີການພັດທະນາຕົວເມືອງ, ມີຄວາມເໝາະສົມໃນການຈັດງານ ຫຼື ກິດຈະກຳສຳຄັນໄດ້ຕະຫຼອດປີ.

IMG_0076.jpg1

ການເຊັນສັນຍາຄັ້ງນີ້, ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ເຮັດໃຫ້ການດຳເນີນງານ ສູນວາງສະແດງມີລະບຽບແບບແຜນທີ່ຊັດເຈນ ໂດຍສັນຍາແມ່ນໄດ້ຜ່ານການປະກອບຄໍາເຫັນຈາກຄະນະນໍາກະຊວງ ແລະ ພາກສ່ວນກ່ຽວຂ້ອງຕາມຂັ້ນຕອນ, ຫຼັກການ ແລະ ປັບປຸງເປັນສະບັບສົມບູນ ຢ່າງເປັນເອກະພາບກັນ ແລະ ໄດ້ຮັບການຕົກລົງອະນຸມັດ ຈາກລັດຖະມົນຕີກະຊວງ ອຄ ຕາມລະບຽບການ. ກົມ ສຄຫ ແລະ ບໍລິສັດດັ່ງກ່າວ ວາງທິດທາງໜ້າວຽກຄື: ຮັບຮອງເອົາລະບຽບ ແລະ ບົດແນະນໍາສະເພາະຂອງສູນວາງສະແດງ ເພື່ອເປັນເຄື່ອງມືໃຫ້ກັບພະນັກງານ, ຜູ້ປະຈໍາການ, ຜູ້ເຂົ້າຮ່ວມງານໃນສູນວາງ ສະແດງ ໄດ້ປະຕິບັດຕາມລະບຽບຫຼັກການຢ່າງເຄັ່ງຄັດ; ຮັບຮອງແຜນວຽກງານປະຈໍາປີ 2024 ເພື່ອຈັດຕັ້ງປະຕິບັດ ແລະ ກຳນົດແຜນວຽກໃນແຕ່ລະໄລຍະຂອງສູນວາງສະແດງ; ຈັດຈ້າງພະນັກງານອາສາສະ ໝັກ (ນັກສຶກສາລາວຢູ່ຊຽງໄຮ້) ແລະ ຄັດເລືອກພະນັກງານກົມ ສຄຫ ໄປປະຈໍາການເຮັດວຽກຢູ່ສູນວາງສະແດງໃນແຕ່ລະໄລຍະ; ຈັດກິດຈະກຳໃນການສົ່ງເສີມການຄ້າ, ການລົງທຶນ, ທ່ອງທ່ຽວ ແລະ ອື່ນໆຕາມເງື່ອນໄຂ; ໃຫ້ຄວາມຊ່ວຍເຫຼືອ ແລະ ຄັດເລືອກເອົາສິນຄ້າທ່າແຮງ ແລະ ສິນຄ້າໂອດັອບຂອງລາວ ໄປໂຄສະນາ ແລະ ຈໍາໜ່າຍ; ປັບປຸງເນື້ອໃນ, ຮູບພາບ, ວີດີໂອ ກ່ຽວກັບລາວ ທີ່ນໍາສະເໜີພາຍໃນສູນ ໂດຍສະເພາະຕິດພັນກັບຂະແໜງການທີ່ ສປປ ລາວ ໃຫ້ຂໍ້ມູນອັບເດດເປັນປະຈໍາ.

IMG_0084.jpg1

ທັງນີ້, ເພື່ອເປົ້າໝາຍສ້າງເວທີໃນການເພີ່ມທະວີການຮ່ວມມືທາງການຄ້າ ແລະ ເສດຖະກິດ ໃຫ້ມີຄວາມໜັກແໜ້ນ, ສາມາດຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງຕາມຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໂດຍ ນໍາໃຊ້ສູນວາງສະແດງເປັນຈຸດເຊື່ອມຕໍ່ລະຫວ່າງພາກລັດ ແລະ ທຸລະກິດ ລາວ-ຈີນ; ໂຄສະນາຜະລິດຕະພັນ ແລະ ບໍລິການ, ສູນຈໍາໜ່າຍ ແລະ ກະຈາຍສິນຄ້າຂອງ ສປປ ລາວ ຢູ່ທີ່ນະຄອນຊຽງໄຮ້ ຊຶ່ງເປັນຕະຫຼາດທີ່ມີກຳລັງຊື້ສູງ, ສາມາດກະຕຸ້ນພາກການຜະລິດ ແລະ ສົ່ງອອກຂອງລາວໃຫ້ຫຼາຍຂຶ້ນ; ຈັດກອງປະຊຸມ, ສຳມະນາ, ກິດຈະກຳພົບປະທຸລະກິດ, ການຢ້ຽມຢາມ ເພື່ອແລກປ່ຽນບົດຮຽນ ແລະ ການຈັດຕັ້ງປະຕິບັດວຽກງານການຮ່ວມມືຮອບດ້ານ; ຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມ ສຄຫ ແລະ ຫ້ອງການການຄ້າ 4 ເມືອງຂອງ ສປ ຈີນ ເພີ່ມໂອກາດ ແລະ ສ້າງການຮ່ວມມືໃຫ້ຫຼາກຫຼາຍຂຶ້ນຕື່ມ ທັງໃຫ້ເກີດດອກອອກຜົນ ແລະ ໂຄສະນາປະຊາສຳພັນ ໃຫ້ປະຊາຊົນຊາວເຂດຢາງຟູ ກໍຄືປະຊາຊົນຈີນ ໄດ້ຮັບຮູ້ປະເທດລາວ ທັງດ້ານການເມືອງ, ວັດທະນະທໍາ, ເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ທັງສິນຄ້າ ແລະ ບໍລິການຂອງລາວ ໃຫ້ຫຼາຍຂຶ້ນ.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -