ເປີດໂຕ ແພລັດຟອມການຄ້າເອເລັກໂຕຣນິກສຳລັບຜະລິດຕະພັນກະສິກຳລາວ
By ໄພວັນ On 15 May, 2024 At 04:22 PM | Categorized As ຂ່າວສຳຄັນ | With 0 Comments

IMG_0159.jpg 1

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ເປີດໂຕ ແພລັດຟອມການຄ້າເອເລັກໂຕຣນິກສຳລັບຜະລິດຕະພັນກະສິກຳລາວ  www.laoproduct.com.la ທີ່ເປັນແພລັດຟອມພາຍໃນ ແລະ www.laoproduct.com.cn ທີ່ເປັນແພລັດຟອມຂ້າມແດນ ສໍາລັບຊື້ຂາຍສິນຄ້າລະຫວ່າງ ລາວ ແລະ ຈີນ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 13 ພຶດສະພາ 2024 ທີ່ໂຮງແຮມດອນຈັນພາເລດ, ສປປ ລາວ ເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ, ທ່ານ ທ່ານ ຫວາງສ້າງ ອຸປະທູດຊົ່ວຄາວ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ປະຈຳ ສປປ ລາວ, ມີຮອງລັດຖະມົນຕີ, ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

IMG_0086.jpg 1

ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງ ອຄ ໄດ້ກ່າວວ່າ: ໂຄງການ​ຊ່ວຍ​ເຫຼືອກໍ່ສ້າງລະບົບການຄ້າຜ່ານທາງເອເລັກໂຕຣນິກ ໄດ້ຮັບການຊ່ວຍເຫຼືອລ້າຈາກ ລັດຖະບານ ແລະ ປະຊາຊົນ ສປ ຈີນ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ. ພາຍຫຼັງໄດ້ເຊັນສັນຍາວ່າດ້ວຍ ການຊ່ວຍເຫລືອກໍ່ສ້າງໂຄງການ ໃນວັນທີ 19 ພະຈິກ 2020, ກະຊວງ ອຄ ໄດ້ແຕ່ງຕັ້ງຄະນະກໍາມະການປະເມີນວຽກງານ ການບໍລິການອີຄອມເມີສ ແລະ ບຳລຸງຮັກສາ ໂດຍໄດ້ເຮັດວຽກຄັດເລືອກເອົາ ບໍລິສັດທີ່ປຶກສາ EST Consulting ຈໍາກັດ  ແລະ  ບໍລິສັດດຳເນີນງານ ALO Technology ຈໍາກັດ ທີ່ເປັນບໍລິສັດພັດທະນາລະບົບໄອຊີທີ

ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ໄດ້ເລີ່ມຕົ້ນຮ່ວມມືກັບ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ໃນການສຶກສາຄວາມເປັນໄປໄດ້ ສ້າງຈຸດບໍລິການການຄ້າເອເລັກໂຕຣນິກ 20 ແຫ່ງໃນທົ່ວປະເທດ. ຈາກນັ້ນ ຈຶ່ງສາມາດ​ລົງ​ນາມເປັນທາງການ ໃນ​​ແຜນ​ການ​ຊ່ວຍ​ເຫລືອທາງ​ດ້ານ​ເຕັກ​ນິກ​ຂອງ​ໂຄງ​ການ ຮ່ວ​ມກັບ​ ບໍລິສັດ ອ່ານຫຸ່ຍອີ້ຊ່າງ ເຕັກໂນໂລຊີ ດິຈິຕອນ ຈໍາກັດ, ໃນ​ວັນ​ທີ 25 ເມ​ສາ 2022, ເຊິ່ງຖືວ່າເປັນມືເປີດໂຕໂຄງການຢ່າງເປັນທາງການ ແລະ ສືບຕໍ່ຮ່ວມກັນສຸມໃສ່ຈັດຕັ້ງປະຕິບັດ ບັນດາໜ້າວຽກທີ່ໄດ້ກຳນົດໄວ້. ຕົ້ນຕໍກໍແມ່ນ ການປຶກສາຫາລື ແລະ ປະສານກັບຂະແໜງການ ເພື່ອເກັບກຳຂໍ້ມູນທີ່ຈຳເປັນ, ນຳເອົາຊ່ຽວຊານດ້ານເຕັກນິກເຂົ້າມາປະຈຳໂຄງການ, ສ້າງແຜນການເຮັດວຽກເພື່ອຕິດຕັ້ງ ລະບົບເຊີເວີ, ນຳເຂົ້າອຸປະກອນຮັບໃຊ້ໂຄງການ, ປັບປຸງຫ້ອງດຳເນີນງານ, ສຳຫຼວດຈຸດບໍລິການ e-commerce ທົ່ວປະເທດ,  ພ້ອມທັງ ເຮັດວຽກຮ່ວມກັບ ຂະແໜງການທີ່ກ່ຽວຂ້ອງ ເພື່ອເກັບກຳຂໍ້ມູນເພື່ອມາອອກແບບສ້າງ ລະບົບ ແພລັດຟອມການຄ້າເອເລັກໂຕຣນິກ ທັງ ພາຍໃນປະເທດ ແລະ ຂ້າມແດນໄປຈີນ ໃຫ້ສອດຄ່ອງກັບສະພາບເງື່ອນໄຂຂອງລາວ. ແພລັດຟອມ ຢູ່ເທິງເວບໄຊ ທີ່ມີຊື່ວ່າ www.laoproduct.com.la ທີ່ເປັນແພລັດຟອມພາຍໃນ ແລະ www.laoproduct.com.cn ທີ່ເປັນແພລັດຟອມຂ້າມແດນ.

ມາຮອດປະຈຸບັນການກໍ່ສ້າງແມ່ນສໍາເລັດສົມບູນ ແລະ ກ້າວເຂົ້າສູ່ ໄລຍະການຕິດຕາມ ແລະ ບໍາລຸງຮັກສາ ເປັນເວລາ 2 ປີ, ເລີ່ມແຕ່ປີ 2024 ນີ້ ຈົນໝົດປີ 2025, ໄລຍະດັ່ງກ່າວ ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ສືບຕໍ່ຮ່ວມມືກັບ ບໍລິສັດດໍາເນີນງານ ອາໂລ ເຕັກໂນໂລຊີ ເປັນຜູ້ດຳເນີນການບໍລິຫານ ແລະ ໃຫ້ບໍລິການ ເວບໄຊທີ່ສ້າງຂຶ້ນ, ສ່ວນທາງ ບໍລິສັດ ອ່ານຫຸ່ຍອີ້ຊ່າງ ເຕັກໂນໂລຊີ ດິຈິຕອນ ແມ່ນປະກອບຊ່ຽວຊານປະຈຳການ ຕິດຕາມບຳລຸງຮັກສາລະບົບຊ່ວຍ ຈົນສິ້ນສຸດໂຄງການ.

IMG_0161.jpg ຢ

ປະຈຸບັນສາມາດເຮັດທຸລະກໍາດ້ານເງິນ ຫຼືການຊໍາລະເງິນ ຈາກການສັ່ງຊື້-ຂາຍ ໃນເວບໄຊ. ສໍາເລັດການເຊື່ອມຕໍ່ລະບົບຂົນສົ່ງ ກັບບໍລິສັດຮຸ່ງອາລຸນ ໂລຈິສຕິກ ສຳເລັດການຕິດຕັ້ງປ້າຍຈຸດ ຫຼື ໜ່ວຍບໍລິການ ທັງໝົດ 20 ຈຸດ, ຢູ່ໃນນະຄອນຫຼວງວຽງຈັນ ຈຳນວນ 3 ຈຸດ ຄື: ວິວມໍ, ທາດຫຼວງ ແລະ ສີໄຄ; ແຂວງຈຳປາສັກ 2 ຈຸດ ຄື: ບ້ານໂພນງາມ ແລະ ແຟຣນຊີບມໍ; ແຂວງ ຄຳມ່ວນ 1 ຈຸດ ຢູ່ບ້ານສັນຕິສຸກ; ແຂວງ ວຽງຈັນ 2 ຈຸດ ຢູ່ ວັງວຽງ ແລະ ໂພນໂຮງ; ແຂວງຊຽງຂວາງ 1 ຈຸດ ຢູ່ບ້ານໂພນຄໍາ, ຫຼວງພະບາງ 2 ຈຸດ ຢູ່ ບ້ານພະບາດໃຕ້ ແລະ ນາສ້າງເຫວີຍ;ແຂວງ ອັດຕະປື 1 ຈຸດ ຢູ່ບ້ານຫຼັກ 3; ແຂວງ ອຸດົມໄຊ 2 ຈຸດ ຢູ່ບ້ານປ່າສັກ ແລະ ໜອງແມງດາ;ແຂວງ ຫຼວງນໍ້າທາ 2 ຈຸດ ຢູ່ ບ້ານໜອງບົວວຽງ ແລະ ໂພນໄຊສະຫວ່າງ; ແລະ ແຂວງ ໄຊຍະບູລີ 1 ຈຸດ ຢຸ່ບ້ານສີເມືອງ.​

ເປີດຮ້ານຄ້າ ຫຼື ຫ້ອງວາງສະແດງສິນຄ້າລາວໃນ ເວັບໄຊ໌ JD.com ນັບແຕ່ເດືອນມັງກອນ 2024 ເປັນຕົ້ນມາໄດ້ມີສິນຄ້າ ປະເພດຊາ ໄປວາງຂາຍຈຳນວນໜຶ່ງ ແລະ ກໍໄດ້ຮັບການຕອບສະໜອງ ໂດຍໄດ້ມີການສັ່ງຊື້ ແລະ ຂາຍໄປແລ້ວ. ປະຈຸບັນທາງບໍລິສັດ ອາໂລ ກຳລັງຈະເພີ່ມລາຍການສິນຄ້າທີ່ມີມາດຖານເງື່ອນໄຂ ໄປວາງຂາຍໃນ JD ຕື່ມອີກ 20 ກວ່າລາຍການເຊັນ: ເຂົ້າ, ເບຍລາວ, ກາເຟດາວ, ກາເຟ ແລະ ອື່ນໆ.

IMG_0129.jpg 1

ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ຂ້າພະເຈົ້າຮູ້ສຶກປິຍິນດີ ເປັນພິເສດ ເພາະຜົນສຳເລັດດັ່ງກ່າວນີ້ຈະເປັນບາດກ້າວໃຫມ່ທີ່ສຳຄັນ ທີ່ຈະສົ່ງເສີມ ແລະ ເພີ່ມບໍລິມາດການຄ້າ ລະຫວ່າງ ລາວ-ຈີນ ທັງຈະເປັນແມ່ແຮງສຳຄັນ ໃນການສົ່ງເສີມການຜະລິດ, ການສົ່ງອອກ ແລະ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຂອງ ສປປ ລາວ ໃນຕໍ່ໜ້າ ໝາກຜົນທີ່ຈະໄດ້ຕາມມາຈາກການຈັດຕັ້ງປະຕິບັດໂຄງການນີ້ແກ່ ສປປ ລາວ ມີມະຫາສານ, ບໍ່ວ່າຈະເປັນການສົ່ງເສີມການຜະລິດ ເປັນສິນຄ້າ, ການສົ່ງເສີມການຄ້າ ແລະ ການລົງທຶນ, ການສ້າງວຽກເຮັດງານທຳ, ການສ້າງເສັ້ນທາງເຊື່ອມໂຍງ-ເຊື່ອມຈອດລະຫວ່າງຜູ້ຜະລິດ ແລະ ຜູ້ບໍລິໂພກ ພາຍໃນ ແລະ ຕ່າງປະເທດ, ການກະຕຸກຊຸກຍູ້ ໃຫ້ມີການຫັນປ່ຽນ ຮູບແບບ ແລະ ຄວາມຊິນເຄີຍໃນການຜະລິດແບບເກົ່າໄປສູ່ແບບໃຫມ່ ແລະ ອື່ນໆ. ເຊີ່ງທັງຫມົດນີ້ ຈະເປັນການປະກອບອັນສຳຄັນໃຫ້ແກ່ການພັດທະນາເສດຖະກິດ ແລະ ຍົກລະດັບຊີວິດການເປັນຢູ່ຂອງ ປະຊາຊົນລາວໃຫ້ດີຂຶ້ນ ໄປເລື່ອຍໆ.

IMG_0116.jpg 1

ທ່ານ ຫວາງສ້າງ ໄດ້ກ່າວວ່າ:  ພາຍໃຕ້ການຊີ້ນຳນຳພາຂອງການນຳຂັ້ນສູງລະຫວ່າງລາວ-ຈີນ, ການພົວພັນສອງປະເທດໄດ້ກ້າວເຂົ້າສູ່ຍຸກໃໝ່, ໂດຍມີການຂະຫຍາຍຄວາມຮ່ວມມື ແລະ ພັດທະນາຢ່າງຕໍ່ເນື່ອງ. ໂຄງການກໍ່ສ້າງລະບົບການຄ້າເອເລັກໂຕຣນິກສຳລັບຜະລິດຕະພັນກະສິກລາວ ເປັນໜຶ່ງໃນ “8 ໂຄງການໃຫຍ່” ທີ່ລັດຖະບານຈີນໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ, ຖືເປັນມາດຕະການສຳຄັນໃນການປະຕິບັດແຜນການດຳເນີນງານດັ່ງ ກ່າວ, ພ້ອມທັງນຳໃຊ້ປະສົບການການພັດທະນາການຄ້າເອເລັກໂຕຼນິກຂອງຈີນເພື່ອຊຸກຍູ້ການສົ່ງອອກຜະລິດຕະພັນກະສິກຳ ແລະ ເຄື່ອງຫັດຖະກຳອຸດສາຫະກຳຂອງລາວໄປຍັງຈີນໃຫ້ຫຼາຍກວ່າເກົ່າ ແລະ ເສີມຂະຫຍາຍການພົວພັນທາງດ້ານການຄ້າດີຈີຕອນລະຫວ່າງ ລາວ -ຈີນ ໃຫ້ດີຂຶ້ນຢ່າງມີປະສິດທິຜົນ ເຊິ່ງຈະຊ່ວຍໃຫ້ລາວພັດທະນາເສດຖະກິດ ແລະ ສ້າງລາຍຮັບໃຫ້ປະຊາຊົນເພີ່ມຂຶ້ນ.

     ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -