ນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ລະບົບ 03 ເດືອນ ຮຸ່ນທີ I ຂອງກະຊວງ ອຄ ລົງເຄື່ອນໄຫວທັດສະນະ ຢູ່ ແຂວງບໍລິຄຳໄຊ
By Miss Phetpakai SISOMBOUN On 28 Jun, 2024 At 02:01 PM | Categorized As ຂ່າວພາຍໃນ | With 0 Comments

75FFAC86-279E-4C5F-AD00-2A2DBDFC2AB8_1_201_a

ໃນລະຫວ່າງວັນທີ 17-18 ມິຖຸນາ 2024 ນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ລະບົບ 03 ເດືອນ ຮຸ່ນທີI ປີ 2024 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຄື່ອນໄຫວທັດສະນະສຶກສາ ທີ່ ເມືອງປາກຊັນ ແຂວງບໍລິຄຳໄຊ  ໂດຍການນຳພາຂອງທ່ານ ນາງ ສົມໝາຍ ພົມມຸນີວົງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມດວ້ຍຄະນະຮັບຜິດຊອບທີ່ກ່ຽວຂ້ອງ, ຕາງໜ້າອາຈານຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ນັກສຳມະນາກອນ ລວມທັງໝົດ 39 ທ່ານ.

ຈຸດປະສົງໃນການເຄື່ອນໄຫວໃນຄັ້ງນີ້ ເພື່ອແລກປ່ຽນຖອດຖອນບົດຮຽນ ກ່ຽວກັບການກໍ່ສ້າງຮາກຖານການເມືອງ ແລະ ເກັບກຳຂໍ້ມູນກັບບັນດາຫົວໜ່ວຍການຜະລິດ ຂອງແຂວງ.  ເຊິ່ງໄດ້ພົບປະຮັບຟັງການລາຍງານໂດຍສັງເຂບ ກ່ຽວກັບສະພາບລວມການພັດທະ ນາເສດຖະກິດ-ສັງຄົມຂອງເມືອງປາກຊັນ ແຂວງບໍລິຄຳໄຊ ປະຈໍາປີ 2023 ແລະທິດທາງ ປີ 2024 ທີ່ຫ້ອງວ່າການປົກຄອງເມືອງປາກຊັນ ໂດຍການເປັນປະທານຂອງ ທ່ານ ແສງອາລຸນ ແສງອາພອນ ຮອງເລຂາຄະນະພັກເມືອງ, ຮອງເຈົ້າເມືອງປາກຊັນ ພາຍຫຼັງຈາກນັ້ນກໍ່ໄດ້ມີການແລກປ່ຽນບົດຮຽນຂອງນັກສຳມະນາກອນ ທີ່ຕິດພັນກັບຂົງເຂດວຽກງານເສດຖະກິດ, ວຽກງານປ້ອງກັນຄວາມສະຫງົບ, ວຽກງານແຮງງານ ແລະ ວຽກງານການສຶກສາ ເປັນຕົ້ນ.

FA8AC2A8-76CF-4B5C-918B-E380246020D0_1_201_a

ຈາກນັ້ນກໍ່ໄດ້ລົງພົບປະຢ້ຽມຢາມໂຮງງານຜະລິດໝໍ້ແປງ ຫຍີ່ຫໍ້ SK ແລະ ບໍລິສັດ ເອັດອີເອັດ ກໍ່ສ້າງຄົບວົງຈອນ ຈຳກັດ ໂດຍເປັນກຽດຕ້ອນຮັບຂອງທ່ານ ນາງ ເພັດພູວັນ ຈັນທິສອນ ຮອງອຳນວຍການບໍລິສັດ  ພ້ອມດຽວກັນນັ້ນ, ຍັງມີໂອກາດຢ້ຽມຢາມໂຄງການພັດທະນາໂຄງລ່າງ ຂົວມິດຕະພາບ ແຫ່ງທີ V ໂດຍເປັນກຽດຕ້ອນຮັບຂອງທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການ ກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V.

ໂດຍລວມແລ້ວ, ສະແດງໃຫ້ເຫັນໄດ້ວ່າ ການລົງທັດສະນະສຶກສາຄັ້ງນີ້ຜູ້ບໍລິຫານ ທັງ 3 ບ່ອນກໍ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄວາມຮ່ວມມືໃນການຕອບຄຳຖາມແລກປ່ຽນຂອງນັກສຳມະນາກອນຢ່າງກົງໄປກົງມາ ເຮັດໃຫ້ການພົບປະດັ່ງກ່າວມີຄວາມຝົດຟື້ນ ພ້ອມທັງສາມາດຮັບຮູ້ໄດ້ເຖິງບັນຫາ, ສະພາບ ແລະ ສາມາດຖອດຖອນບົດຮຽນ ເພື່ອມາໝູນໃຊ້ເຂົ້າໃນວຽກງານໃນຕໍ່ໜ້າໄດ້.

332BF606-96D1-49E3-A3AA-169207B963A8_1_201_a

ຂາວ-ພາບ: ເພັດປະກາຍ ສີສົມບູນ