ຜົນປະໂຫຍດຂອງການເຂົ້າເປັນພາຄີຂອງສັນຍາເຮັກ ວ່າດ້ວຍການຈົດທະບຽນສາກົນ ກ່ຽວກັບແບບອຸດສາຫະກໍາ
By phaikhame evilay On 2 Jul, 2024 At 03:58 PM | Categorized As ຂ່າວພາຍໃນ | With 0 Comments

IMG_0389

      ໃນວັນທີ 2 ກໍລະກົດ 2024 ທີ່ໂຮງແຮມ ເມືອງແທັງ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ອົງການຊັບສິນທາງປັນຍາໂລກ WIPO, ຈັດກອງປະຊຸມສຳມະນາ ໃຫ້ແກ່ພາກລັດ ແລະ ຜູ້ປະກອບການເອກະຊົນ ໃນຫົວຂໍ້ “ຜົນປະໂຫຍດຂອງການເຂົ້າເປັນພາຄີຂອງສັນຍາເຮັກ ວ່າດ້ວຍການຈົດທະບຽນສາກົນ ກ່ຽວກັບແບບອຸດສາຫະກໍາ, ໃຫ້ກຽດເປັນປະທານຮ່ວມກອງປະຊຸມໂດຍ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ Päivi LÄHDESMÄKI ທີ່ປຶກສາອາວຸໂສ ສໍານັກງານສັນຍາເຮັກ ອົງການຊັບສິນທາງປັນຍາໂລກ.

IMG_0405

        ກອງປະຊຸມຄັ້ງນີ້ໄດ້ດຳເນີນເປັນເວລາ 1 ວັນ, ມີ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາ, ບັນດາແຂກທີ່ຖີກເຊີນຈາກ ສະພາແຫ່ງຊາດ, ສຳນັກງານນາຍົກລັດຖະມົນຕີ, ກະຊວງການຕ່າງປະເທດ , ກະຊວງການເງິນ, ຈາກບັນດາກົມ, ສະຖາບັນອ້ອມຂ້າງກະຊວງ, ຜູ້ປະກອບການເອກະຊົນ ແລະ ພະນັກງານ ກົມຊັບສິນທາງປັນຍາ ທີ່ກ່ຽວຂ້ອງ ຈໍານວນ 60 ທ່ານເຂົ້າຮ່ວມ.

ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ໄດ້ກ່າວເປີດກອງປະຊຸມສຳມະນາໃນຄັ້ງນີ້ ວ່າ: ການປົກປ້ອງແບບອຸດສາຫະກຳ ແມ່ນໜ້າທີ່ໜຶ່ງທີ່ສຳຄັນທີ່ຈະຕ້ອງໄດ້ປະຕິບັດ ຂອງບັນດາປະເທດສະມາຊິກ ອົງການຊັບສິນທາງປັນຍາໂລກ. ນອກຈາກນັ້ນ, ເພື່ອແນ່ໃສ່ຮັບປະກັນໃນການຈັດຕັ້ງປະຕິບັດແຜນງານ ດ້ານຊັບສິນທາງປັນຍາອາຊຽນ (ASEAN Working Group on Intellectual Property Cooperation: AWGIPC) ທີ່ກຳນົດໃຫ້ບັນດາປະເທດສະມາຊິກອາຊຽນ ຕ້ອງເຂົ້າເປັນພາຄີຂອງສັນຍາເຮັກ ວ່າດ້ວຍການຈົດທະບຽນສາກົນ ກ່ຽວກັບແບບອຸດສາຫະກຳ ແລະ ເພື່ອປະກອບສ່ວນເຂົ້າໃນເປົ້າໝາຍຂອງການເຊື່ອມໂຍງທາງດ້ານເສດຖະກິດໃນພາກພື້ນ ແລະ ສາກົນ.

IMG_0418

          ສັນຍາເຮັກແມ່ນສົນທິສັນຍາທີ່ຖືກຮັບຮອງ ແລະ ຄຸ້ມຄອງໂດຍອົງການຊັບສິນທາງປັນຍາໂລກ ເພື່ອຫຼຸດຜ່ອນຂັ້ນຕອນ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ຮ້ອງຂໍ ທີ່ຕ້ອງການປົກປ້ອງແບບອຸດສາຫະກໍາໃນຫຼາຍປະເທດ ໂດຍຜູ້ຮ້ອງຂໍສາມາດຍື່ນສຳນວນຄຳຮ້ອງຂໍຊຸດດຽວ ແລະ ຈ່າຍຄ່າທຳ ນຽມພຽງແຕ່ເທື່ອດຽວຫາຫ້ອງການຕົ້ນທາງ ຫຼື ຍື່ນຫາສຳນັກງານທະບຽນສາກົນ (International Bureau) ໂດຍກົງ ໂດຍບໍ່ເສຍເວລາ ແລະ ເປັນການປະຢັດຄ່າໃຊ້ຈ່າຍໃນການໄປຍື່ນສຳນວນຮ້ອງຂໍຢູ່ຫຼາຍປະເທດ.

IMG_0416

        ທ່ານ ກ່າວຕື່ມອີກວ່າ: ໃນປັດຈຸບັນຈຳນວນປະເທດທີ່ເປັນພາຄີຂອງສັນຍາເຮັກ ມີທັງໝົດ 79  ຄູ່ສັນຍາ ລວມມີ 96 ປະເທດ (ສໍາລັບປະເທດສະມາຊິກອາຊຽນແມ່ນມີ 4 ປະເທດ ທີ່ເຂົ້າຮ່ວມເປັນພາຄີຂອງສັນຍາດັ່ງກ່າວແລ້ວ ປະກອບມີຄື: ສິງກະໂປ (2005), ບລູໄນ (2013), ກຳປູເຈຍ (2017), ແລະ ຫວຽດນາມ (2019) ແລະ ຍັງມີອີກ 3 ປະເທດ ທີ່ກໍາລັງກະກຽມເຂົ້າເປັນພາຄີຂອງສັນຍາດັ່ງກ່າວໃນມໍ່ໆນີ້ຄຶ: ລາວ (2024-2025), ຟີລິບປິນ (2024-2025) ແລະ ໄທ (2025-2026). ໃນການຈົດທະບຽນສາກົນພາຍໃຕ້ອະນຸສັນຍາເຈນີວາ ສາມາດຂະຫຍາຍການປົກປ້ອງໄປອີກໄດ້ເຖິງ 90 ປະເທດ.

ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ ກະຊວງ ອຄ.