ລັດຖະມົນຕີ ກະຊວງ ອຄ ລົງຢ້ຽມຢາມ ບໍລິສັດບໍລິສັດຢົງໄທ້ຢາງພາລາຈຳກັດ
By ໄພວັນ On 7 Jul, 2024 At 11:13 AM | Categorized As ຂ່າວສຳຄັນ | With 0 Comments

IMG_0740 (1)

ວັນທີ 27 ມິຖຸນາ 2024 ຜ່ານມາ, ທ່ານ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງບໍລິສັດ ຢົງໄທ້ຢາງພາລາ ຈຳກັດ ຢູ່ເມືອງບຸນໃຕ້, ແຂວງຜົ້ງສາລີ ໂດຍມີການນຳແຂວງ, ການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ.

IMG_0765

ທ່ານ ຕູເມົາເສີນ ອຳນວຍການບໍລິສັດ ຢົງໄທ້ຢາງພາລາ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດ ຢົງໄທ້ຢາງພາລາ ຈຳກັດ ດໍາເນີນເຄື່ອນໄຫວຢູ່ແຂວງຜົ້ງສາລີຕັ້ງແຕ່ປີ 2006 ເປັນຕົ້ນມາ ແລະ ໂຮງງານປຸງແຕ່ງຢາງພາລາໄດ້ເລີ່ມດໍາເນີນເຄື່ອນໄຫວແຕ່ປີ 2016 ເຊິ່ງເປັນໂຄງການປຸກພືດທົດແທນການປຸກຝີ່ນ ໂດຍການລົງທຶນຂອງຕ່າງປະເທດ 100%, ມີທຶນຈົດທະບຽນ 1,912,500 ໂດລາໃນເບື້ອງຕົ້ນ ແລະ ໄດ້ມີການສົ່ງເສີມປູກໃນຮູບແບບ 2+3 ແລະ ສໍາປະທານ ແລະ ເກັບຊື້ຢາງ ເພື່ອຜະລິດປຸງແຕ່ງເຄິ່ງສໍາເລັດຮູບສົ່ງອອກໄປຍັງ ສປ ຈີນ, ມີເນື້ອທີ່ຢາງພາລາລວມທັງໝົດ 7,780 ກ່ວາເຮັກຕາ ໃນນີ້ເນື້ອທີສຳປະທານຂອງບໍລິສັດມີ 698,76 ເຮັກຕາ, ກວມເອົາ 2 ກຸ່ມບ້ານ,ໂດຍສະເລ່ຍໄດ້ຮັບຜົນຜະລິດນໍ້າຢາງ 5,728 ໂຕນຕໍ່ປີ.

IMG_0773

ນອກຈາກນີ້ຍັງໄດ້ສົ່ງເສີມປະຊາຊົນທີ່ປູກເອງ ແລະ ເກັບຊື້ຈໍານວນໜື່ງ, ທັງພາຍໃນແຂວງ ແລະ ຈາກຕ່າງແຂວງ ເພື່ອສະໜອງໂຮງງານ. ມາຮອດຕົ້ນປີ 2023 ໄດ້ສະເໜີປະກອບເອກະສານເພື່ອຂໍອະນຸຍາດດັດແກ້ທະບຽນເພື່ອເພີ້ມທຶນ ແລະ ສ້າງຕັ້ງໂຮງງານໃໝ່ຕື່ມ ໃນມູນຄ່າ 50 ກ່ວາລ້ານຢວນ, ເພື່ອຮອງຮັບການຜະລິດການປຸງແຕ່ງ ແລະ ຍົກລະດັບໂຮງງານຂຶ້ນຕາມທິດຫັນເປັນໂຮງງານອຸດສາຫະກໍາທັນສະໄໝ, ປັດຈຸບັນທາງບໍລິສັດກຳລັງສ້າງຕັ້ງໂຮງງານໃໝ່ຍັງບໍ່ທັນສໍາເລັດ 100% ເທືອ ຖ້າກໍລະນີໂຮງງານໄດ້ສ້າງຕັ້ງສໍາເລັດແມ່ນມີກໍາລັງການຜະລິດ 2,132 ແຮງມ້າ ແລະ ຄວາມສາມາດໃນການຜະລິດ 30,000 ໂຕນຕໍ່ປີ. ປັດຈຸບັນບໍລິສັດ ຢົງໄທ້ ມີພະນັກງານທັງໝົດ 203 ຄົນ, ໃນນັ້ນແຮງງານພາຍໃນ 170 ຄົນ, ຍີງ 10 ຄົນ, ແຮ່ງງານຕ່າງປະເທດ 33 ຄົນ, ຍິງ 10 ຄົນ, ມີອາຄານ 10 ຫຼັງ, ມີເນື້ອທີ່ດິນໂຮງງານທັງໝົດ 60,800 ຕາແມັດ, ມີເຄື່ອງຈັກ ແລະ ກໍາລັງແຮງມ້າລວມ 2,354.98 ແຮງມ້າ, ຄາດຄະເນໃນປີ 2024 ແມ່ນຈະເກັບຊື້ຜົນຜະລິດນໍ້າຢາງເພື່ອມາປ່ອນເຂົ້າໂຮງງານຢາງພາລາໃຫ້ໄດ້ຈໍານວນ 70,000 ໂຕນ, ເກັບຊື້ຢາງພາລາຕາມລາຄາຕະຫຼາດ, ຈະສ້າງລາຍຮັບໃຫ້ປະຊາຊົນຄິດໄລ່ເປັນເງິນ 300 ກວ່າລ້ານຢວນ ແລະ ຈະເຮັດໃຫ້ລາຍຮັບຂອງປະຊາຊົນເພີ້ມຂຶ້ນໃນແຕ່ລະປີ,ຄາດຄະເນປີ 2024 ໂຮງງານຈະໄດ້ ມີຜົນຜະລິດຢາງເຄີ່ງສໍາເລັດຮູບສົ່ງອອກປະມານ 25,000 ໂຕນ.

ໃນນີ້ບໍລີສັດໄດ້ຮັບໂກຕາຈາກ ສປ ຈີນ ໂດຍຍົກເວັ້ນພາສີນຳເຂົ້າມີຈຳນວນ 11,392 ໂຕນ, ນອກຈາກນີ້ ບໍລິສັດຈະໄດ້ເສຍພາສີນຳເຂົ້າໄປ ສປ ຈີນ, ຈະມີມູນຄ່າການສົ່ງອອກປະມານ 47 ຕື້ກວ່າກີບ; ໂດຍລວມແລ້ວໂຮງງານດັ່ງກ່າວໄດ້ປະກອບສ່ວນອັນສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ຂອງເມືອງ ແລະ ໄດ້ສ້າງອາຊີບທີ່ໜັ້ນຄົງຕາມທ່າແຮງ ໂດຍໄດ້ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນພາຍໃນຕົວ ແລະ ມີລາຍຮັບເຂົ້າຄອບຄົວສາມາດແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເປັນກ້າວໆ.

ຂ່າວ: ວິທະຍຸ ແລະ ໂທລະພາບແຂວງຜົ້ງສາລີ

ພາບ: ເລຂາ

About -