ລັດຖະມົນຕີ ອຄ ເຄື່ອນໄຫວຢ້ຽມຢາມເຮັດວຽກຢູ່ແຂວງຜົ້ງສາລີ
By ໄພວັນ On 7 Jul, 2024 At 12:27 PM | Categorized As ອື່ນໆ, ຂ່າວສຳຄັນ | With 0 Comments

IMG_0834

ໃນວັນທີ 28 ມິຖຸນາ 2024 ຜ່ານມາ, ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະ ແລະ ເຮັດວຽກຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຜົ້ງສາລີ ຢູ່ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີ ໂດຍການຕ້ອນຮັບຂອງທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງແຂວງຜົ້ງສາລີ ມີພະນັກງານຂອງພະແນກອຸດສາຫະກໍາ ແລະ ການຄ້າ, ບັນດາຫ້ອງການອຸດສາຫະກໍາ ແລະ ການຄ້າ 7 ເມືອງ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

IMG_0908IMG_0908

ທ່ານຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ  ໄດ້ລາຍງານຫຍໍ້ການຈັດຕັ້ງ ແລະ ເຄື່ອນໄຫວ 6 ເດືອນ ຕົ້ນປີຂອງພະແນກ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງສະພາບພົ້ນເດັ່ນທີ່ຍາດມາໄດ້ຄື: ວຽກງານການເຊື່ອມໂຍງເຊື່ອມຈອດກັບພາພື້ນ ແລະ ສາກົນ ເພື່ອຊອກຫາຕະຫຼາດຈາໜ່າຍສິນຄ້າລາວ ແລະ ສະເໜີກະຊວງອຸດສາຫະກໍາ ແລະ ການຄ້າ ປະສານກັບພາກສ່ວນກ່ຽວຂ້ອງເພື່ອສົ່ງອອກພຶດລະດູແລ້ງຂອງແຂວງຜົ້ງສາລີເຊັ່ນ: ຖົ່ວເບີ, ຖົ່ວຂົນ ແລະ ຖົ່ວແປບ ຊຶ່ງບັນຫາດັ່ງກ່າວໄດ້ຮັບການແກ້ໄຂ ແລະ ໄດ້ສົ່ງອອກປົກກະຕິແລ້ວ, ວຽກງານການພັດທະນາສົ່ງເສີມສົ່ງອອກສິນຄ້າ ຕິດພັນການຜະລິດ ແລະ ການຕະຫລາດ ໄດ້ປະສານກັບກະຊວງ ອຄ ສົ່ງເສີມການປຸງແຕ່ງພຶດອຸດສາຫະກໍາ, ກະຊິກໍາ ແລະ ຫັດຖະກໍາປຸງແຕ່ງເປັນສິນຄ້າ ທີ່ມີທ່າແຮງບົ່ງຊ້ອນຢູ່ແຕ່ລະເມືອງ, ມອບໂຮງງານປຸງແຕ່ງກະສິກໍາ ແລະ ປ່າໄມ້ ຂັ້ນຕົ້ນສາມກິດຈະການ ຕາມການຕົກລົງຂອງກະຊວງ ມອບໃຫ້ພະແນກກະສິກໍາ ແລະ ປ່າໄມ້ ພ້ອມທັງຊຸກຍູ້ຕິດຕາມໃຫ້ບັນດາໂຮງງານອຸດສາຫະກໍາປຸງແຕ່ງປະຕິບັດຕາມລະບຽບການຂອງກະຊວງກ່ຽວຂ້ອງ, ເຜີຍແຜ່ແນະນໍາ ແລະ ບໍລິການໃຫ້ຄໍາປຶກສາຫົວໜ່ວຍຈຸລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອເຂົ້າຫາແຫຼ່ງທຶນ  ບ້ວງເງິນກອງທຶນ ແລະ ສົ່ງເສີມຈຸລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຶນສົມທົບກອງທຶນສົ່ງເສີມ MSMEs ໃນການຍົກລະດັບເຄື່ອງຈັກເຕັກໂນໂລຊີ ໃຫ້ກຸ່ມລູກຄ້າເປົ້າໝາຍຈໍານວນ 4 ຄັ້ງມີ 4 ຫົວໜ່ວຍ, ສ້າງຄວາມເຂັ້ມແຂວງ ແລະ ສະພາບແວດລ້ອມເອື້ອອໍານວຍໃຫ້ແກ່ພາກທຸລະກິດ ໄດ້ປະຕິບັດຕາມ 7 ມາດຕະການຍຸດທະສາດ ແລະ 13 ວິທີການ ໃນການຈັດຕັ້ງປະຕິບັດດ້ວຍການອໍານວຍຄວາມສະດວກ ຕາມຂັ້ນຕອນ ຂັ້ນຂອດການນໍາເຂົ້າ-ສົ່ງອອກສິນຄ້າໃຫ້ມີຄວາມສະດວກວ່ອງໄວ ໂດຍສົມທົບກັບພາກສ່ວນກ່ຽວຂ້ອງປະຕິບັດຂັ້ນຕອນປະກອບເອກະສານການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຈາກ 3 ຫາ 4 ມື້ມາເປັນ 1 ຫາ 2 ມື້, ຫຼຸດຂັ້ນຂອດການແຈ້ງຂື້ນທະບຽນວິສາຫະກິດຈາກ 9 ຂັ້ນ ເຫຼືອພຽງ 3 ຂັ້ນ ແລະ ການຂື້ນທະບຽນວິສາຫະກິດຈາກ 2 ຫາ 3 ເດືອນ ມາເປັນ 5 ວັນລັດທະການ. ການຈັດຕັ້ງປະຕິບັດວຽກງານເຄັ່ງຮ້ອນຂອງລັດຖະບານ ໄດ້ຜັນຂະຫຍາຍອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໂດຍມອບໝາຍໃຫ້ຄະນະພະແນກຮັບຜິດລົງເລິກນໍາພາຈັດຕັ້ງປະຕິບັດແຕ່ລະມາດຕະການ ໂດຍກໍານົດເປັນກິດຈະກໍາ, ໂຄງການ ແລະ ສ້າງແຜນດໍາເນີນງານໃນແຕ່ລະໄລຍະພ້ອມທັງນໍາພາຈັດຕັ້ງປະຕິບັດມີຈຸດສຸມ ແລະ ມີຜົນສໍາເລັດຢ່າງພົ້ນເດັ່ນ.

IMG_0801

ພ້ອມນີ້ ທ່ານຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ໄດ້ສະເໜີໃຫ້ທ່ານ ລັດຖະມົນຕີ ກະຊວງ ອຄ ຊ່ວຍເຈລະຈາລັດຖະບານ ສປ ຈີນ ເປີດນໍາໃຊ້ດ່ານປ່າຄ່າ ບ້ານຈອມ ໃຫ້ສາມາດດໍາເນີນການຄ້າຊາຍແດນໄດ້ປົກກະຕິ ໃຫ້ທາງກະຊວງ ອຄ ຊ່ວຍຄົ້ນຄວ້ານໍາເອົາລາຍການສິນຄ້າ ຊາ, ໝາກແໜ່ງ, ໝາກເດືອຍ, ພຶດສະໝຸດໄພ ທີ່ຍັງບໍ່ໄດ້ຮັບຮອງລົງນາມໃນອະນຸສັນສອງຝ່າຍ ລາວ-ຈີນ ເພື່ອເຈລະຈາເຂົ້າແຜນຮັບຮອງລົງນາມຕາມລະບຽບການ,  ສະເໜີໃຫ້ກົມມາດຕະຖານ ແລະ ວັດແທກ ຊ່ວຍຄົ້ນຄວ້າສະໜອງອຸປະກອນໃນການວັດແທກທີ່ຈໍາເປັນເປັນຕົ້ນ: ເຄື່ອງກວດຄຸນນະພາບນໍ້າມັນເຊື້ອໄຟ, ແມ່ແບບວັດແທກກົງເຕີນໍ້າປະປາ, ກົງເຕີໄຟຟ້າ 3 ເຟດ ແລະ ບັນຫາອື່ນໆຈໍານວນໜຶ່ງ. ໃນກອງປະຊຸມບັນດາທ່ານທີ່ເຂົ້າຮ່ວມປະຊຸມຈາກສູນກາງ ແລະ ທ້ອງຖິ່ນ ໄດ້ປະກອບຄວາມຄິດເຫັນ ແລກປ່ຽນເຊິ່ງກັນ ແລະ ກັນ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ຕໍກັບປະເດັນທີ່ແຕ່ລະຝ່າຍໃຫ້ຄວາມສົນໃຈ ເປັນຕົ້ນແມ່ນບັນຫາຂໍ້ຍຸ້ງຍາກທີ່ພົບພໍ່ ແລະ ຊອກຫາແນວທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີຄວາມເປັນເອກະພາບ ລະຫວ່າງສູນກາງ ແລະ ທ້ອງຖິ່ນ.

IMG_0868IMG_0868

ໃນໂອກາດດັ່ງກ່າວໄດ້ເຊັນບັດບັນທຶກການຮ່ວມມືລະຫວ່າງ ກົມມາດຕະຖານ ແລະ ວັດແທກ, ກົມຊັບສິນທາງປັນຍາ ແລະ ກົມການຄ້າຕ່າງປະເທດ ແລະ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຜົ້ງສາລື.

ຂ່າວ: ວິທະຍຸ ແລະ ໂທລະພາບແຂວງຜົ້ງສາລີ

ພາບ: ພະແນກ ອຄ ແຂວງຜົ້ງສາລີ

About -