ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ III ກຳມະບານຮາກຖານກົມຊັບສິນທາງປັນຍາ
By ໄພວັນ On 10 Jul, 2024 At 10:40 AM | Categorized As ຂ່າວການເຄື່ອນໄຫວ | With 0 Comments

IMG_2223

ກອງປະຊຸມໃຫ່ຍ ຄັ້ງທີ III ຂອງໜ່ວຍກຳມະບານຮາກຖານ ກຊປ ໄດ້ເປີດຂຶ້ນໃນຕອນແລງຂອງວັນ 5 ກໍລະກົດ 2024. ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ເປັນປະທານຮ່ວມຂອງ ສະຫາຍ ໄຊສົມເພັດ ນໍລະສິງ, ຄະນະພັກກະຊວງ, ເລຂາໜ່ວຍພັກກົມຊັບສິນທາງປັນຍາ, ສະຫາຍ ສົມຫວາດ ໂພທິສັດ ຄະນະບໍລິຫານງານກໍາມະບານກະຊວງອຸດສາຫະກຳ ແລະ ການຄ້າ, ສະຫາຍ ນ.ວິລົມພອນ ພິມພິສານ ປະທານກຳມະບານຮາກຖານກົມຊັບສິນທາງປັນຍາ (ກຊປ) ມີຜູ້ຕາງໜ້າໜ່ວຍກຳມະບານ ຮາກຖານ ຂອງບັນດາກົມອ້ອມຂ້າງກະຊວງ ແລະ ສາມອົງການຈັດຕັ້ງຂອງ ກຊປ ເຂົ້າຮ່ວມ.

ສະຫາຍ ນ. ວິລົມພອນ ພິມພິສານ ໄດ້ກ່່າວເປີດກອງປະຊຸມວ່າ: ວຽກງານກໍາມະບານ ຖືເປັນອີກໜຶ່ງວຽກງານທີ່ສໍາຄັນ ທີ່ໄດ້ປະກອບສ່ວນ ແລະ ຍູ້ແຮງຕໍ່ຂະບວນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເພື່ອເຮັດໃຫ້ມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກກົມຊັບສິນທາງປັນຍາ ກໍຄືຂອງສະຫະພັນກໍາມະບານກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ວາງອອກແຕ່ລະໄລຍະນັ້ນ ໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍ. ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະກໍາມະບານຮາກຖານກົມຊັບສິນທາງປັນຍາ ຕະຫຼອດໄລຍະເວລາ 5 ປີ (2019-2024) ກໍໄດ້ບັນລຸຜົນສໍາເລັດວຽກງານຫຼາຍດ້ານ ໃນການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບຂະບວນການ “ຮັກຊາດ ແລະ ພັດທະນາ”. ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການສະຫຼຸບ, ລາຍງານ ຕໍ່ກັບຜົນການເຄື່ອນໄຫວວຽກງານຕ່າງໆຂອງກໍາມະບານຮາກຖານກົມຊັບສິນທາງປັນຍາ ໃນໄລຍະ 5 ປີຜ່ານມາ ເພື່ອຊີ້ໃຫ້ເຫັນໄດ້ເຖິງຜົນສໍາເລັດ, ຂໍ້ຄົງຄ້າງ, ວິທີການແກ້ໄຂ ແລະ ທິດທາງເຄື່ອນໄຫວໃນຕໍ່ໜ້າ.

IMG_2425

ຜູ້ແທນເຂົ້າຮ່ວມກອງປະຊຸມຈະໄດ້ໃຊ້ສິດປະຊາທິປະໄຕ ບ່ອນບັດຄັດເລືອກເອົາຄະນະກໍາມະບານຮາກຖານຊຸດໃໝ່ ສະໄໝທີ III ເພື່ອສືບຕໍ່ນໍາພາ-ຊີ້ນໍາກໍາມະບານຮາກຖານກົມຊັບສິນທາງປັນຍາ ຊຶ່ງຜົນຂອງການປ່ອນບັດລົງຄະແນນ ແລະ ກອງປະຊຸມຄັ້ງປະຖົມໄດ້ຄົ້ນຄ້ວາພິຈາລະນາເອົາ 5 ສະຫາຍຄື: 1. ສະຫາຍ ໄຊບັນດິດ ໄຊຍະວົງຄໍາດີ     ເປັນປະທານ; ສະຫາຍ ບຸນເມກ ນັກພູມິນ ຮອງປະທານ; ສະຫາຍ ນ. ລິດດາວັນ ທີລະກູນ ເປັນຄະນະກໍາມະການ ຮັບຜິດຊອບວຽກງານກວດກາ; ສະຫາຍ ນ. ວິລົມພອນ ພິມພິສານ ເປັນຄະນະ; ສະຫາຍ ນ. ແຕງຄໍາ ພອນນາວົງ ເປັນຄະນະ.

IMG_2301IMG_2413

ປະທານ ໄດ້ຕີລາຄາສູງຕໍ່ໜ້າທີ່ການເມືອງຂອງສະມາຊິກກໍາມະບານຂອງ ກຊປ ທີ່ມີຄວາມຮັບຜິດຊອບສູງ ແລະ ສາມາດຍາດມາໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ ເປັນຕົ້ນ ກໍາມະບານຮາກຖານກົມ ໄດ້ຮັບການຢັ້ງຢືນ ນາມມະຍົດຮັບຮອງກໍາມະບານ 5 ເປັນເຈົ້າໄດ້ ນັບແຕ່ປີ 2021, 2022 ແລະ 2023 ລຽນຕິດ 3 ປີ ຄຽງຄູ່ກັບສະຫະພັນກໍາມະບານກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມນັ້ນ ສະມາຊິກກໍາມະບານກໍໄດ້ຮັບໃບຍ້ອງຍໍຈາກຂັ້ນເທິງໃນການເປັນແບບຢ່າງນຳພາຂະບວນການມະຫາຊົນ, ການປະຕິບັດວຽກງານວິຊາສະເພາະ ແລະ ອື່ນໆ. ເພື່ອຮັກສາໄດ້ບັນດາຜົນງານຂ້າງເທິງ ໃຫ້ສະມາຊິກກໍາມະບານສືບຕໍ່ສຶກສາແນວດ້ານແນວຄິດການເມືອງ, ຮັກສາມູນເຊື້ອຄວາມສາມັກຄີພາຍໃນກຳມະບານຮາກຖານ ກຊປ ກໍ່ຄືຄວາມສາມັກຄີກັບພາຍນອກ, ຍົກສູງດ້ານຄຸນສົມບັດ, ພັດທະນາຕົນເອງ ແລະ ຄວາມເປັນແບບຢ່າງຊົນຊັ້ນກໍາມະກອນ ນໍາໜ້າພາທາງມະຫາຊົນ, ສ້າງໂອກາດໃຫ້ບັນດາສະມາຊິກໄດ້ຮັບການພັດທະນາຕົນເອງໃຫ້ທັນກັບສະພາບການ ໂດຍສະເພາະການສ້າງລັດດິຈິຕອນ ແລະ ຕ້ອງເປັນກອນນໍາໜ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ຫຼາຍຂື້ນ ໂດຍສະເພາະວຽກງານສ້າງຊ່ອງທາງໃນການຈົດທະບຽນຊັບສິນທາງປັນຍາ ຢ່າງມີລະບົບທັນສະໄໝ ຮັບປະກັນການບໍລິການວຽກງານ ເອກະພາບໃນຂອບເຂດທົ່ວປະເທດ.

IMG_2212IMG_2432

ຄະນະກໍາມະບານຮາກຖານຊຸດໃໝ່ ພ້ອມດ້ວຍສະມາຊິກກໍາມະບານ ຕ້ອງກໍາໃຫ້ໄດ້ເນື້ອໃນມາດຖານຂໍ້ແຂ່ງຂັນ 5 ເປັນເຈົ້າຄື: ເປັນເຈົ້າການ ຝຶກຝົນຫຼໍ່ຫຼອມທາງດ້ານການເມືອງ-ແນວຄິດ, ເປັນເຈົ້າການປະຕິບັດກົດໝາຍ ແລະ ລະບຽບການຂອງລັດ, ເປັນເຈົ້າການພັດທະນາຕົນເອງ ແລະ ການຈັດຕັ້ງ, ເປັນເຈົ້າການປົກປ້ອງສິດ ແລະ ຜົນະໂຫຍດອັນຊອບທໍາ, ເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະ ຢ່າງປະດິດສ້າງ.

ຂ່າວ-ພາບ: ໄພວັນ

About -