ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ຄັ້ງທີ 3/55 ແລະ ກອງປະຊຸມກ່ຽວຂ້ອງ
By ໄພວັນ On 11 Jul, 2024 At 10:40 AM | Categorized As ຂ່າວພາຍໃນ | With 0 Comments

IMG_2606

ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ທັງໝົດ 14 ກອງປະຊຸມ ປະກອບດ້ວຍ ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດປະເທດ CLMV ຄັ້ງທີ 27, ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ຄັ້ງທີ 3/55 (SEOM), ກອງປະຊຸມປຶກສາຫາລືລະຫວ່າງເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ແລະ ຄູ່ຮ່ວມເຈລະຈາຄື: ສປ ຈີນ, ສ. ເກົາຫຼີ, ຍີ່ປຸ່ນ, ອາຊຽນ+3, ຮົງກົງ, ອິນເດຍ, ອົດສະຕາລີ-ນິວຊີແລນ, ສະຫະພາບເອີຣົບ, ຣັດເຊຍ, ອັງກິດ, ການາດາ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊີຕາເວັນອອກ ເຊິ່ງເລີ່ມແຕ່ວັນທີ 09 ກໍລະກົດ 2024 ແລະ ຈະສືບຕໍ່ດໍາເນີນໄປຈົນເຖິງວັນທີ 14 ກໍລະກົດ 2024, ທີ່ ນະຄອນຫລວງວຽງຈັນ, ສປປ ລາວ. ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ຂອງ ສປປ ລາວ. ກອງປະຊຸມຄັ້ງນີ້ ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ, ເຈົ້າໜ້າທີ່ອາວຸໂສເສດຖະກິດປະເທດຄູ່ຮ່ວມເຈລະຈາ, ເຈົ້າໜ້າທີ່ອາວຸໂສເສດຖະກິດຕີມໍແລັດສະເຕ (ໃນຖານະປະເທດສັງເກດການ), ຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມຫຼາຍກວ່າ 300 ທ່ານ.

IMG_2680IMG_2761

ຈຸດປະສົງ ຂອງກອງປະຊຸມແມ່ນ ເພື່ອປຶກສາຫາລືກະກຽມດ້ານເນື້ອໃນໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ແລະ ກອງປະຊຸມທີ່ກ່ຽວຂ້ອງເວົ້າລວມ ເວົ້າສະເພາະ ແມ່ນເພື່ອຕິດຕາມການຈັດຕັ້ງປະຕິບັດວຽກງານທີ່ປິ່ນອ້ອມເສົາຄໍ້າເສດຖະກິດອາຊຽນ, ການຜັນຂະຫຍາຍຜົນຂອງກອງປະຊຸມລັດຖະມົນຕີເສດຖະກິດອາຊຽນແບບວົງແຄບ ຄັ້ງທີ 30, ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນຄັ້ງທີ 2/55, ຄວາມຄືບໜ້າການຈັດຕັ້ງປະຕິບັດແຜນວຽກບູລິມະສິດ (PEDs) ສໍາລັບປີ 2024 ເພື່ອສະເໜີໃຫ້ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 56 ພິຈາລະນາ.

IMG_2766IMG_2767

ນອກຈາກນັ້ນ, ກອງປະຊຸມໄດ້ປຶກສາຫາລືບັນດາໜ້າວຽກທີ່ສໍາຄັນຂອງເສົາຄໍ້າປະຊາຄົມເສດຖະກິດອາຊຽນ ໂດຍສະເພາະຄວາມຄືບໜ້າໃນການຮ່າງຖະແຫລງການອາຊຽນວ່າດ້ວຍການເພີ່ມທະວີການເຊື່ອມຈອດຕ່ອງໂສ້ການສະໜອງ (ASEAN Declaration on Enhancing Supply Chain Connectivity) ເຊິ່ງເປັນໜຶ່ງໃນແຜນວຽກບູລິມະສິດປີ 2024 ເພື່ອໃຫ້ຜູ້ນໍາອາຊຽນຮັບຮອງໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ໃນຕົ້ນເດືອນ ຕຸລາ 2024, ຄວາມຄືບໜ້າການເຈລະຈາຂອບສັນຍາເສດຖະກິດດິຈິຕອນອາຊຽນ, ກົນໄກສົ່ງເສີມການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດອາຊຽນ, ຍຸດທະສາດປະຊາຄົມເສດຖະກິດອາຊຽນ 2026-2030, ກົນໄກການແກ້ໄຂຂໍ້ຂັດແຍ່ງດ້ານເສດຖະກິດອາຊຽນ, ການເຂົ້າເປັນສະມາຊິກອາຊຽນຂອງ ຕິມໍແລັດສະເຕ, ການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ແລະ ກອງປະຊຸມທີ່ກ່ຽວຂ້ອງ, ການກະກຽມເອກະສານເສົາຄໍ້າປະຊາຄົມເສດຖະກິດອາຊຽນເພື່ອສະເໜີໃຫ້ກອງປະຊຸມສຸດຍອດອາຊຽນພິຈາລະນາຮັບຮອງ. ກອງປະຊຸມຄັ້ງນີ້ຍັງໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າການການຈັດຕັ້ງປະຕິບັດແຜນວຽກການຮ່ວມມືລະຫວ່າງອາຊຽນ ແລະ ຄູ່ຮ່ວມມືພາຍນອກ ແລະ ປຶກສາຫາລືແຜນວຽກການຮ່ວມມືໃນຕໍ່ໜ້າ ເພື່ອສະເໜີໃຫ້ກອງປະຊຸມປຶກສາຫາລືລະຫວ່າງລັດຖະມົນຕີເສດຖະກິດອາຊຽນ ແລະ ຄູ່ຮ່ວມເຈລະຈາພິຈາລະນາຮັບຮອງ.

IMG_2640IMG_2807

ຄຽງຄູ່ກັບການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍກັບ 6 ປະເທດຄື: ການາດາ, ສປ. ຈີນ, ອັງກິດ, ສ.ອາເມລິກາ, ຍີ່ປຸ່ນ ແລະ ສະຫະພາບເອີຣົບ. ຈຸດປະສົງແມ່ນເພື່ອປຶກສາຫາລືການສົ່ງເສີມການຄ້າການລົງທຶນຂອງທັງສອງຝ່າຍ ແລະ ການຈັດຕັ້ງປະຕິບັດບັນດາແຜນວຽກບູລິມະສິດດ້ານເສດຖະກິດອາຊຽນ ປີ 2024 ໃນໄລຍະ ສປປ ລາວ ເປັນປະທານອາຊຽນ.

IMG_2972

ໃນໂອກາດນີ້, ປະທານກອງປະຊຸມ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ແຈ້ງກ່ຽວກັບສະພາບຈຸດພິເສດຂອງ ນະຄອນຫລວງວຽງຈັນ ຊຶ່ງມີ ສະຖານທີ່ທ່ອງທ່ຽວ ດ້ານວັດທະນາທໍາ ແລະ ປະຫວັດສາດ ທີ່ໜ້າສົນໃຈ ພ້ອມທັງເຊີນຊວນບັນດາ ເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ແລະ ບັນດາຄະນະຜູ້ແທນທີ່ມາຮ່ວມປະຊຸມໃນຄັ້ງນີ້ ຫາໂອກາດໄປທ່ຽວຊົມສະຖານທີ່ທ່ອງທ່ຽວຕ່າງໆທີ່ສວຍງາມໃນນະຄອນຫລວງວຽງຈັນ. ພ້ອມກັນນັ້ນ, ກໍໄດ້ສະແດງຄວາມຂອບໃຈຕໍ່ການໃຫ້ການສະໜັບສະໜູນຂອງບັນດາປະເທດສະມາຊິກອາຊຽນ ຊຶ່ງຈະເຮັດໃຫ້ການເປັນເຈົ້າພາບ ແລະ ເປັັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ໂດຍສະເພາະການຈັດຕັ້ງປະຕິບັດແຜນວຽກບູລິມະສິດດ້ານເສດຖະກິດອາຊຽນ ປີ 2024 ໃຫ້ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ຂ່າວ: ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ

ພາບ: ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -