ເອກອັກຄະລັດຖະທູດ ສ.ອາເມລິກາ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By phaikhame evilay On 18 Jul, 2024 At 02:21 PM | Categorized As ຂ່າວສຳຄັນ | With 0 Comments

IMG_0576

      ໃນຕອນ​ເຊົ້າເວລາ 8:30 ໂມງ ຂອງວັນທີ 18 ກໍລະກົດ 2024, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ  ແຮັດເຕີ  ວາເຣຍອາວາ (Heather Variava), ເອກອັກຄະລັດຖະທູດ ສ.ອາເມຣິກາ  ປະຈໍາ ສປປ ລາວ    ໃນ​ໂອ​ກາດ​ເຂົ້າພົບປະປຶກສາຫາລືທົບທວນຄືນດ້ານການຄ້າ-ການລົງທຶນພື້ນຖານໂຄງລ່າງ ຢູ່ ສປປ ລາວ; ເປັນກຽດເຂົ້າຮ່ວມມີບັນດາ ທ່ານຫົວໜ້າ-ຮອງຫົວໜ້າກົມ ກ່ຽວຂ້ອງອ້ອມຂ້າງກະຊວງ ເຂົ້າຮ່ວມທັງສອງຝ່າຍ ປະມານ 18 ທ່ານ.

IMG_0578

         ໂອກາດນີ້  ທ່ານ  ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ສະແດງຄວາມຍ້ອງຍໍຊົມເຊີຍຕໍ່  ທ່ານ ນາງ  ແຮັດເຕີ  ວາເຣຍອາວາ  (Heather Variava), ເອກອັກຄະລັດຖະທູດ ສ.ອາເມຣິກາ  ປະຈໍາ ສປປ ລາວ ,  ເອກອັກຄະລັດຖະທູດ ສ.ອາເມຣິກາ ປະຈໍາ ສປປ ລາວ ໃນໂອກາດເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເຊິ່ງ ທ່ານ ທູດ ໄດ້ສົນທະນາກ່ຽວກັບວຽກງານທາງດ້ານການຮ່ວມມື ລະຫວ່າງ ສປປ ລາວ- ສ.ອາເມຣິກາ  ພົວພັນເສີ່ມສ້າງທີ່ດີໃນໄລຍະຜ່ານມາ ດ້ານວັດທະນາທໍາ, ດ້ານສັງຄົມ ແລະ ດ້ານເສດຖະກິດເປັນຕົ້ນການຊ່ວຍເຫຼືອຫຼາຍດ້ານມີການພົບປະແລກປ່ຽນຄະນະຜູ້ແທນນຳກັນຢ່າງເປັນປະຈຳ ແລະ ຕໍ່ເນື່ອງ ໂດຍສະເພາະແມ່ນການຮ່ວມມື ເພື່ອສົ່ງເສີມໃຫ້ແກ່ວຽກງານການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ, ລວມທັງການຊ່ວຍເຫຼືອໃນການຈັດຕັ້ງປະຕິບັດສັນຍາການຄ້າສອງຝ່າຍທີ່ໄດ້ລົງນາມ ໃນປີ 2003 ແລະ ມີຜົນບັງຄັບໃຊ້ໃນປີ 2005 ນັ້ນໃຫ້ປະກົດດອກອອກຜົນ ແລະ ການຊຸກຍູ້ໃຫ້ ສປປ ລາວ ເຂົ້າເປັນສະມາຊິກອົງການການຄ້າໂລກ. ການ​ພົວພັນ​ດ້ານການ​ຄ້າ ລະຫວ່າງ ສປປ ລາວ ​ແລະ ສ.ອາເມຣິກາ ​ໃນ​ໄລຍະ​ຜ່ານ​ມາ ​ແມ່ນ​ຈັດ​ຕັ້ງ​ປະຕິບັດ​ຕາມຂອບຂໍ້ຕົກລົງວ່າດ້ວຍການຄ້າ ແລະ ການລົງທຶນ TIFA ແລະ ສິດທິພິເສດດ້ານການຄ້າປະເທດດ້ອຍພັດທະນາ, ຊຶ່ງໃນປີ 2023 ມູນຄ່າການຄ້າລະຫວ່າງ ສປປ ລາວ ແລະ ສ.ອາເມຣິກາ ສາມາດປະຕິບັດໄດ້ 340 ລ້ານໂດລາສະຫາລັດ (ຈັດ​ເປັນ​ຄູ່​ຄ້າ​ອັນ​ດັບ​ທີ 5 ຂອງ ສປປ ລາວ). ໃນນັ້ນ, ມູນຄ່າການນໍາເຂົ້້າປະຕິບັດໄດ້ 226 ລ້ານໂດລາສະຫາລັດ ແລະ ມູນຄ່າການສົ່ງອອກ ປະຕິບັດໄດ້ 114 ລ້ານໂດລາສະຫາລັດ.

IMG_0575

-ສິນຄ້າຫຼັກທີ່ ສປປ ລາວ ນໍາເຂົ້້າຈາກ ອາເມຣິກາໃນ ປີ 2023 ປະກອບມີ: ເຍື່ອໄມ້ ແລະ ເສດເຈ້ຍ; ຜະລິດຕະພັນການຢາ (ເພສັດຊະກໍາ); ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…); ກາກ ແລະ ສິ່ງ​ເສດ​ເຫຼືອ​ຈາກ​ອຸດ​ສາ​ຫະ​ກຳ​ຜະ​ລິດ​ອາ​ຫານ; ພາຫະນະທາງບົກ (ນອກຈາກລົດຈັກ,​ລົດໄຖ); ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ); ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ; ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ; ແກ້ວປະເສີດ ຫຼື ເຄິ່ງປະເສີດ; ເພັດ ແລະ ສິນຄ້າອື່ນໆ

ສິນຄ້າຫຼັກທີ່ ສປປ ລາວ ສົ່ງອອກໄປ ອາເມຣິກາ ໃນປີ 2023 ປະກອບມີ: ​ເກີບ; ເຄື່ອງ​​ຊຸບ​ຫົວ (ໝວກ, ຜ້າ​ຄຸມ​ຫົວ); ເຄື່ອງ​ນຸ່ງ​ຫົ່ມ; ແຮ່​ອື່ນໆ (​ນອກ​ຈາກ​ແຮ່​ທອງ, ເຫຼັກ, ກົ່ວ); ຕຽງ, ເສື່ອ, ເບາະ, ໂຄມ​ໄຟ ທີ່ບໍ່​ແມ່ນ​ເຄື່ອງ​ເຟີ​ນີ​ເຈີ; ເຄື່ອງ​ມື ແລະ ອຸ​ປະ​ກອນ​ທັດ​ສະ​ນະ​ສາດ; ເຄື່ອງ​ຫຼີ້ນ​ກິ​ລາ; ຜະ​ລິດ​ຕະ​ພັນ​ທາງ​ເຄ​ມີ; ໄຂ່​ມຸກ, ແກ້ວ​ປະ​ເສີດ; ເຄື່ອງ​ເຟີ​ນີ​ເຈີ; ຂົນ​ສັດ​ປີກ ແລະ ສິນຄ້າອື່ນໆ.

IMG_0592

    ຂໍສະແດງຂອບໃຈ ທ່ານເອກອັກຄະລັດຖະທູດ ສ.ອາເມຣິກາ ທີ່ໃຫ້ກຽດມາພົບປະຢ້ຽມຢາມກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຂໍອວຍພອນໃຫ້ທ່ານພ້ອມດ້ວຍຄອບຄົວຈົງມີຄວາມສຸກ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ສືບຕໍ່ເສີມຂະຫຍາຍການ​ພົວພັນ-ຮ່ວມ​ມື​ລະຫວ່າງ ສປປ ລາວ ​ແລະ ສ.ອາ​ເມ​ຣິກາ.

ພາບ-ຂ່າວ: ໄພຄໍາອີ ຫ້ອງການກະຊວງ