ທຳລາຍສິນຄ້າທີ່ລອກຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ
By ໄພວັນ On 18 Jul, 2024 At 03:21 PM | Categorized As ຂ່າວພາຍໃນ | With 0 Comments

IMG_0439.jpg 1

ວັນທີ 15 ກໍລະກົດ 2024 ຜ່ານມາ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ກະຊວງອຸດສາຫະກໍາ ແະ ການຄ້າ ຈັດພິທີ ທຳລາຍສິນຄ້າທີ່ລອກຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ ປະເພດເຄື່ອງສໍາອາງ ຄລີມທາຜິວ ເຂົ້່າຮ່ວມພິທີທຳລາຍ ຂອງ ທ່ານ ພູວຽງ ພົງສາ ຫົວໜ້າກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການ ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮວມ.

IMG_0448.jpg 3IMG_0455.jpg 8

ທ່ານ ແກ້ວພະໄທ ສູນນະລາດ ຫົວໜ້າພະແນກກວດການການຄ້າ ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ໄດ້ລາຍງານວ່າ:  ເພື່ອເປັນການສົ່ງເສີມການແຂ່ງຂັນທາງທຸລະກິດທີ່ເປັນທຳ, ສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ເປັນທຳ, ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ຕ້ານພຶດຕິກຳການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທຳ, ເຮັດໃຫ້ສັງຄົມໄດ້ຮັບຊາບຜົນເສຍຫາຍຈາກສິນຄ້າທີ່ລອກຮຽນແບບ, ສິນຄ້າລະເມີດເຄື່ອງໝາຍການຄ້າ, ສິນຄ້າບໍ່ໄດ້ມາດຕະຖານ, ສົ່ງຜົນກະທົບຕໍ່ໍຊີວິດ ແລະ ສຸຂະພາບຂອງຜູ້ຊົມໃຊ້.

IMG_0461.jpg 5IMG_0463.jpg 6

ໂດຍການເປັນປະທານພິທີທຳລາຍ ຂອງ ທ່ານ ພູວຽງ ພົງສາ ຫົວໜ້າກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ,  ເຈົ້າໜ້າທີ່ການຄ້າໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງຈັດພິທີທຳລາຍສິນຄ້າດັ່ງກ່າວ ຕາມເຕັກນິກວິຊາການເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ ໃນວຽກງານການຕ້ານ ແລະ ສະກັດກັ້ນການຄ້ານອກລະບົບ, ການຄ້າສິນຄ້າທີ່ລອກຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ ເຈົ້າໜ້າທີ່ການຄ້າ, ກົມແຂ່ງຂັ້ນທາງທຸລະກິດ ແລະ ກວດກາການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ  ໄດ້ເຄື່ອນໄຫວປະຕິບັດໜ້າທີ່ຕາມສິດ ແລະ ບົດບາດຂອງຕົນ ໂດຍມີການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເປັນຕົ້ນ: ກົມຕຳຫຼວດສິ່ງແວດລ້ອມ ກະຊວງປ້ອງກັນຄວາມສະຫງົບ, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ລົງກວດກາເປົ້າໝາຍຕາມເບາະແສ ທີ່ມີການຈຳໜ່າຍສິນຄ້າລອກຮຽນແບບເຄື່ອງໝາຍການຄ້າ ແລະ ບໍ່ໄດ້ຮັບອານຸຍາດຈາກຂະແໜງການກ່ຽວຂ້ອງປະເພດເຄື່ອງສຳອາງ ພາຍໃນນະຄອນຫຼວງວຽງຈັນ ຈຳນວນ: 4 ຈຸດ. ພາຍຫລັງກວດກາໄດ້ພົບເຫັນສິນຄ້າຮຽນແບບເຄື່ອງໝາຍການຄ້າ ປະເພດຄລີມທາຜິວ ຍີ່ຫໍ້: Vaseline (ໂດຍໃສ່ຊື່ວ່າ: Veseilina ຈຳນວນ: 923 ຕຸກ) ແລະ ຄລີມອາບນ້ຳຍີ່ຫໍ້: LUX (ໂດຍໃສ່ຊື່ວ່າ: LVX ຈຳນວນ: 987 ຕຸກ) ລວມມູນຄ່າທັງໝົດ: 33,425,000 ກີບ (ສາມສິບສາມລ້ານສີ່ແສນຊາວຫ້າພັນກີບ)  ຊຶ່ງເຈົ້້າຂອງສິນຄ້າດັ່ງກ່າວ ບໍ່ມີເອກະສານຢັ້ງຢືນແຫຼ່ງທີ່ມາຂອງສິນຄ້າ, ບໍ່ໄດ້ຮັບອານຸຍາດຈາກຂະແໜງການກ່ຽວຂ້ອງ, ບໍ່ໄດ້ຮັບຈົດແຈ້ງ ອຢ, ລະເມີດກົດໝາຍຊັບສິນທາງປັນຍາ (ເຄື່ອງໝາຍການຄ້າ), ກົດໝາຍປົກປ້ອງຜູ້ຊົມໃຊ້ (ບໍ່ຕິດສະຫຼາກເປັນພາສາລາວ), ດັ່ງນັ້ນເຈົ້າທີ່ການຄ້າຈຶ່ງໄດ້ກັກຢຶດສິນຄ້າດັ່ງກ່າວມາໄວ້ຢູ່ສາງຂອງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ໄດ້ເຊີນເຈົ້າຂອງສິນຄ້າເຂົ້າມາແກ້ໄຂຕາມກົດໝາຍ ແລະ ລະບຽບການ ຈົນສຳເລັດ. ຮອດປັດຈຸບັນ, ເພື່ອສືບຕໍ່ຕາມຂັ້ນຕອນ ແລະ ລະບຽບການ ຈຶ່ງໄດ້ຈັດພິທີທໍາລາຍສິນຄ້າດັ່ງກ່າວຂຶ້ນດ້ວຍວິທີການຖອກລົງຖັງລວມກັນແລ້ວຈັດທໍາລາຍຖີ້ມ.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -