ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີຣົບ ປະຈໍາ ສປປ ລາວ ເຂົ້າຢ້ຽມອໍາລາ
By ໄພວັນ On 21 Jul, 2024 At 03:02 PM | Categorized As ຂ່າວສຳຄັນ | With 0 Comments

IMG_4541

ວັນທີ 18 ກໍລະກົດ 2024 ທີ່ກະຊວງອຸດສາັະກໍາ ແລະການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນ ຕີກະຊວງ ອຄ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ ນ. ອິນາ ມາຈູລໍນິແຕ Ms. Ina MARCIULIONYTE, ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີຣົບ ປະຈໍາ ສປປ ລາວ ມີທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຄະນະກົມ ພ້ອມດ້ວຍພະນັກງານທັງສອງພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງແມ່ນເພື່ອເຂົ້າຢ້ຽມຂ່ໍານັບອໍາລາ ໃນໂອກາດສໍາເລັດໜ້າທີ່ການທູດຢູ່ ສປປ ລາວ ແລະ ເພື່ອລາຍງານຄວາມຄືບໜ້າໃຫ້ທ່ານລັດຖະມົນຕີກະຊວງ ອຄ ຊາບກ່ຽວກັບການຈັດຕັ້ງປະຕິບັດໂຄງການໃໝ່ໃນປີ                                                   2025 ແລະ ເພື່ອແຈ້ງໃຫ້ຊາບກ່ຽວກັບ EU Deforestation-free Regulations: (EUDR) ທີ່ເປັນນະໂຍ ບາຍດ້ານການຄ້າ/ສິ່ງແວດລ້ອມ (ກົດໝາຍ ທີ່ກ່ຽວກັບການຫຼຸດການຜະລິດ ແລະ ການບໍລິໂພກສິນຄ້າ ທີ່ໄດ້ຈາກການຕັດໄມ້ທໍາລາຍປ່າ ແລະ ການກໍ່ໃຫ້ເກີດຄວາມເຊື່ອມໂຊມຂອງປ່າ).

ໂອກາດນີ້ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ ກໍ່ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ການປະກອບສ່ວນຂອງ ທ່ານທູດ ແລະ ສະຫະພາບເອີຣົບ ຕໍ່ການພັດທະນາເສດຖະກິດ-ສັງຄົມ ສປປ ລາວ ໃນໄລຍະປະຕິບັດໜ້າທີ່ຂອງທ່ານ; ຂອບໃຈຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອດັ່ງກ່າວຂອງ ສະຫະ ພາບ ເອີຣົບ ທີ່ມີຕໍ່ ສປປ ລາວ ແລະ ຕໍ່ຂະແໜງອຸດສາຫະກໍາ ແລະ ການຄ້າ ຂອງທ່ານ ນ. ອິນາ ມາຈູລໍນິແຕ (Ms. Ina MARCIULIONYTE), ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີຣົບ ປະຈໍາ ສປປ ລາວ

IMG_4553

ການຮ່ວມມືດ້ານການຄ້າ ລາວ-ອີຢູ ​ໃນ​ໄລຍະ​ຜ່ານ​ມາ ​ແມ່ນ​ຈັດ​ຕັ້ງ​ປະຕິບັດ​ຕາມເງື່ອນໄຂສິດທິພິເສດທາງການຄ້າເຊັ່ນ: EBA (Everything But Arms) ແລະ GSP  (Generalized System of Preference) ທີ່ EU ໄດ້ໃຫ້ແກ່ບັນດາປະເທດດ້ອຍພັດທະນາ, ຊຶ່ງໄລຍະ 05 ປີ (2019-2023) ມູນຄ່າການຄ້າສອງຝ່າຍ ລາວ-ອີຍູ ບັນລຸໄດ້  2,737.2 ລ້ານໂດ​ລາ​ສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກບັນລຸໄດ້ 1,961.5 ລ້ານໂດ​ລາ​ສະຫະລັດ ແລະ ມູນຄ່າການນໍາເຂົ້າບັນລຸ 775.7 ລ້ານໂດລາສະຫະລັດ; ສິນຄ້າ​ຫລັກ​ທີ່​ ສປປ ລາວ ສົ່ງ​ອອກ​ໄປ ອີຢູ: ​ເຄື່ອງ​ນຸ່ງ​ຫົ່ມ; ເກີບ; ກາ​ເຟ (ບໍ່​ທັນ​ໄດ້ປຸງ​ແຕ່ງ); ເພັດ; ເຂົ້າ; ເຄື່ອງ​ຫຼີ້ນ​ກິ​ລາ; ເຄື່ອງ​​ຊຸບ​ຫົວ (ໝວກ, ຜ້າ​ຄຸມ​ຫົວ); ເຄື່ອງ​ສຳ​ລັບ​ການ​ເດີນ​ທາງ; ພ​ລາສະ​ຕິກ ແລະ ເຄື່ອງ​ໃຊ້​ທີ່​ເຮັດ​ດ້ວຍ​ພ​ລາ​ສະ​ຕິກ ແລະ ອື່ນໆ, ສິນຄ້າຫລັກທີ່ ສປປ ລາວ ນໍາເຂົ້້າຈາກ ອີຢູ: ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ); ເຫຼົ້າ, ເບຍ, ວາຍ; ເຍື່ອໄມ້ ແລະ ເສດເຈ້ຍ; ເພັດ; ພາຫະນະທາງບົກ (ນອກຈາກລົດຈັກ, ​ລົດໄຖ); ຜະລິດຕະພັນການຢາ (ເພສັດຊະກໍາ); ແກ້ວປະເສີດ ຫຼື ເຄິ່ງປະເສີດ; ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…); ເສັ້ນໄຍສັງເຄາະ; ເຄື່ອງມື ແລະ ອຸປະກອນທັດສະນະສາດ ແລະ ອື່ນໆ.

ການຊ່ວຍເຫຼືອຂອງອີຢູ ແຕ່​ປີ 2008 ເປັນ​ຕົ້ນ​ມາ, ສະ​ຫະ​ພາບ​ເອີ​ຣົບ (EU) ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອຂະແໜງອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ທີ່​ພົ້ນ​ເດັ່ນ​ແມ່ນ EU ​ເປັນຜູ້​ປະ​ສານ​ງານ​ຕາງ​ໜ້າ​ຝ່າຍ​ຄູ່​ຮ່ວມ​ພັດ​ທະ​ນາໃນ​ກອບ​ການ​ເຊື່ອມ​ໂຍງ​ເຂົ້າ​ສາ​ກົນ​ດ້ານ​ການ​ຄ້າ ຫຼື ເອີ້ນ​ວ່າ: Enhanced Integrated Framework Donor Facilitator, ຊຶ່ງ​ເປັນ​ໂຄງ​ການ​ທີ່​ສະ​ໜັບ​ສະ​ໜູນ​ດ້ານ​ພັດ​ທະ​ນາ​ການ​ຄ້າ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ໃນ​ທົ່ວ​ໂລກ. ສຳ​ລັບ ສ​ປ​ປ ລາວ ໂຄງ​ການ​ດັ່ງກ່າວ ໄດ້​ສ້າງ​ຄວາມ​ເປັນ​ເຈົ້າ​ການ​ຂອງ​ພາກ​ລັດ​ໃນ​ການ​ສ້າງ​ບົດ​ວິ​ໄຈ​ການ​ເຊື່ອມ​ໂຍງ​ເຂົ້າສາກົນດ້ານການ​ຄ້າ​ໃນ​ປີ 2012 (DTIS 2012), ບົດ​ດັ່ງ​ກ່າວ ແມ່ນ​ໄດ້​ກຳ​ນົດຂະ​ແໜງ​ການ​ບູ​ລິ​ມະ​ສິດ​ໃນ​ການ​ພັດ​ທະ​ນາ​ການ​ຄ້າ ແລະ ພາກເອ​ກະ​ຊົນ​ ໂດຍຜັນ​ຂະ​ຫຍາຍ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມຄັ້ງ​ທີ 7 NSEDP ຂອງ​ລັດ​ຖະ​ບານ ແລະ ສອດ​ຄ່ອງ​ກັບ​ກອບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ວຽງ​ຈັນ ວ່າ​ດ້ວຍ​ຄວາມ​ມີ​ປະ​ສິດ​ທິ​ພາບ​ໃນ​ການ​ນຳ​ໃຊ້​ທຶນ​ຊ່ວຍ​ເຫຼືອ​ຈາກ​ຄູ່​ຮ່ວມ​ພັດ​ທະ​ນາ (Vientiane Declaration on Aid Effectiveness), ນອກນັ້ນ, EU ​ຍັງເປັນ​ປະ​ທານ​ຮ່ວມ​ຂອງ​ໜ່ວຍ​ງານຂະ​ແໜງ​​ການ​ຄ້າ ແລະ ພາກ​ເອ​ກະ​ຊົນ (Trade and Private Sector Working Group).

IMG_4574

ຂໍສະແດງຂອບໃຈ ທ່ານ ນ. ອິນາ ມາຈູລໍນິແຕ Ms. Ina MARCIULIONYTE, ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີຣົບ ປະຈໍາ ສປປ ລາວ ທີ່ໃຫ້ກຽດມາພົບປະຢ້ຽມອໍາລາ ກະຊວງອຸດສາຫະກໍາ ແລະ ການຄ້າອວຍພອນໃຫ້ທ່ານພ້ອມດ້ວຍຄອບຄົວຈົງມີຄວາມສຸກ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ສືບຕໍ່ເສີມຂະ ຫຍາຍການ​ພົວພັນຮ່ວມ​ມື​ລະຫວ່າງ ສປປ ລາວ ​ແລະ  ສະ​ຫະ​ພາບ​ເອີ​ຣົບ.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -