ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີກອງປະຊຸມວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຂັ້ນສູນກາງ
By phaikhame evilay On 29 Jul, 2024 At 10:01 AM | Categorized As ຂ່າວສຳຄັນ | With 0 Comments

 IMG_0001

     ໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2024 ຜ່ານມາ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີກອງປະຊຸມວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ (ຂັ້ນສູນກາງ) ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານຂອງຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຕາມຂໍ້ຕົກລົງ ເລກທີ 126/ນຍ ພາຍໃຕ້ການເປັນປະທານຂອງ   ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນປະທານຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຕາມຂໍ້ຕົກລົງ 126/ນຍ, ໂດຍມີຕາງໜ້າຈາກ ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງພະລັງງານ ແລະ ບໍ່ແຮ່, ການເງິນ, ທະຄານແຫ່ງ ສປປ ລາວ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ ແລະ ບັນດາທ່ານຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ໃນຄະນະຊີ້ນໍາ ແລະ ກອງເລຂາຊ່ວຍວຽກຄະນະຊີ້ນຳ ແລະ ບັນດາກົມອອ້ມຂ້າງກະຊວງອຸດສາຫະກໍາ ແລະ ການຄ້າ ລວມທັງໝົດ 57 ທ່ານ.

IMG_0029

      ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂອງຄະນະ 126/ນຍ ເປັນຕົ້ນແມ່ນ ບັນຫາ ແລະ ຂໍ້ຫຍຸ້ງຍາກ ໃນການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂອງຄະນະ 126/ນຍ ໃນໄລຍະຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ. ນອກຈາກນີ້ ຍັງໄດ້ປຶກສາຫາລື ກ່ຽວກັບການຄົ້ນຄວ້າ ເຫດຜົນ ແລະ ຄວາມຈຳເປັນ ໃນການປັບປຸງ ຂໍ້ຕົກລົງ 126/ນຍ, ລົງວັນທີ 08 ທັນວາ 2022 ວ່າດ້ວຍຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ພ້ອມທັງເປັນການທົບທວນຄືນ ແລະ ເພີ່ມທະວີຄວາມເຂົ້າໃຈດ້ານນິຕິກໍາກ່ຽວກັບວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຕາມດຳລັດ 474/ນຍ ໃນການຈັດຕັ້ງປະຕິບັດຕົວຈິງ ແລະ ສ້າງກົນໄກການປະສານງານກ່ຽວກັບວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ລະຫວ່າງ ຂະແໜງການທີ່ກ່ຽວຂ້ອງ ໄດ້ຮັບປະສິດທິຜົນດີຂຶ້ນເທື່ອລະກ້າວ.

  ພາຍຫຼັງທ່ານປະທານໄດ້ກ່າວຈຸດປະສົງ ແລະ ເປີດກອງປະຊຸມ ແລ້ວໄດ້ມອບໃຫ້ ທ່ານ ສັນຕິສຸກ ພູນສະຫວັດ     ຫົວໜ້າກົມການຄ້າພາຍໃນ ໃນນາມ ເປັນຫົວໜ້າກອງເລຂາ ລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານຂອງຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຕາມຂໍ້ຕົກລົງ ເລກທີ 126/ນຍ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ແລະ ນຳສະເໜີ ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງຂໍ້ຕົກລົງ 126/ນຍ.

ໃນວາລະກອງປະຊຸມ ທ່ານປະທານກອງປະຊຸມ ໄດ້ຕັ້ງຄໍາຖາມເຈາະຈິ້ມ ໂດຍສະເໜີໃຫ້ກອງປະຊຸມສຸມໃສ່ ຂໍ້ຕົກລົງ ເລກທີ 126/ນຍ ເຮົາຄວນປັບປຸງ ຫຼື ບໍ່? ຄວນປັບປຸງແນວໃດ?, ຊຶ່ງໃນນັ້ນ, ທ່ານປະທານ ກໍໄດ້ສະເໜີໃຫ້ຜູ້ເຂົ້າຮ່ວມຈາກແຕ່ລະພາກສ່ວນ ປະກອບຄໍາຄິດເຫັນຊຶ່ງກຳນົດມີ 03 ທາງເລືອກ ຄື:

IMG_0017

  1. 1.      ທາງເລືອກທີ 01: ປັບປຸງ ຂໍ້ຕົກລົງ ວ່າດ້ວຍຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໂດຍໄດ້ສະເໜີ ຍົກລະດັບຂັ້ນຂອງປະທານຄະນະຊີ້ນຳຂຶ້ນ ຈາກລັດຖະມົນຕີ ເປັນນາຍົກ ຫຼື ຮອງນາຍົກ ເພື່ອຊີ້ນໍາຄະນະດັ່ງກ່າວ ສາມາດເຄື່ອນໄຫວວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຢ່າງມີປະສິດທິພາບ ແລະ ປະສິດທີຜົນຂຶ້ນກວ່າເກົ່າ, ພ້ອມດຽວກັນ ກໍຄວນປັບປຸງ ແລະ ກຳນົດພາລະບົດບາດ ຂອງບັນດາຂະແໜງການ ໃຫ້ລະອຽດ ແລະ ຈະແຈ້ງຂຶ້ນຕື່ມ.
  2. 2.      ທາງເລືອກທີ 02: ສ້າງຂໍ້ຕົກລົງ ວ່າດ້ວຍຄະນະປະສານງານ ຫຼື ກອງເລຂາ ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ລະຫວ່າງຂະແໜງການທີ່ກ່ຽວຂ້ອງ ຊຶ່ງຄະນະດັ່ງກ່າວນີ້ ຈະບໍ່ມີສິດຊີ້ນຳ ພຽງແຕ່ເປັນຄະນະປະສານງານຕິດຕາມການຈັດຕັ້ງປະຕິບັດ ແລະ ລາຍງານລັດຖະບານເພື່ອຂໍທິດຊີ້ນໍາ ກ່ຽວກັບວຽກຄຸ້ມຄອງລາຄາ ໂດຍມີກະຊວງອຸດສາຫະກຳ ແລະ ການຄ້າ ເປັນຈຸດປະສານງານຫຼັກ ແລະ ມີຈຸດປະສານງານຂອງຂະແໜງການກ່ຽວຂ້ອງປະກອບເຂົ້ານຳຄະນະດັ່ງກ່າວ.
  3. 3.      ທາງເລືອກທີ 03:  ສ້າງ ຂໍ້ຕົກລົງ ວ່າດ້ວຍສະພາທີ່ປຶກສາ ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຊຶ່ງສະພາດັ່ງກ່າວຈະລວມມີຜູ້ທີ່ມີຄຸນນະວຸດທິໃນຫຼາຍສາຂາເພື່ອປະກອບເປັນສະພາທີ່ປຶກສາໃຫ້ແກ່ລັດຖະ ບານ ກ່ຽວກັບວຽກງານຄຸ້ມຄອງລາຄາ.

ເຊິ່ງການປະກອບຄໍາເຫັນສ່ວນໃຫຍ່ຂອງຜູ້ເຂົ້າຮ່ວມກອງປະຊຸມ ແມ່ນເຫັນດີໃຫ້ສະເໜີຮັບເອົາທາງເລືອກທີ 1 ແລະ 2 (ສ່ວນທາງເລືອກທີ 3 ແມ່ນບໍ່ເຫັນດີ) ເພາະເຫັນວ່າມີຄວາມເປັນໄປໄດ້ໃນການຈັດຕັ້ງປະຕິບັດ ແຕ່ຕ້ອງໄດ້ກໍານົດລະອຽດຕື່ມ ກ່ຽວກັບ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງກອງເລຂາ ແລະ ຂະແໜງການ ທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງລາຄາ. ສິ່ງທີ່ສຳຄັນ ແມ່ນຄວນເນັ້ນໜັກໃສ່ກົນໄກການປະສານງານທີ່ເປັນລະບົບກົມກຽວຂອງຄະນະກຳມະການຄຸ້ມຄອງລາຄາທຸກຂັ້ນທັງສູນກາງ ແລະ ທ້ອງຖິ່ນ.

ໃນຕອນທ້າຍຂອງກອງປະຊຸມ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ປະທານກອງປະຊຸມ) ໄດ້ສະຫຼຸບສັງລວມເນັ້ນໜັກບາງບັນຫາ ເຊັ່ນ:

IMG_0015

  1. 1.    ເຫັນດີສະເໜີເອົາທາງເລືອກທີ 01 ແລະ 02 ຄື: 1) ປັບປຸງ ຂໍ້ຕົກລົງ ວ່າດ້ວຍຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, 2)ສ້າງ ຂໍ້ຕົກລົງ ວ່າດ້ວຍຄະນະປະສານງານ ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເພື່ອສະເໜີຕໍ່ ນາຍົກລັດຖະມົນຕີ ແລະ ມອບໃຫ້ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ຄົ້ນຄວ້າຢ່າງລະອຽດ.
  2. 2.    ກະຊວງ ອຄ ຈະໄດ້ເຮັດໜັງສືສະເໜີລັດຖະບານສຳລັບ ທາງເລືອກທີ 01 ແລະ 02 ທີ່ກ່າວມາຂ້າງເທິງນັ້ນ ເພື່ອສະເໜີ ທ່ານນາຍົກ ລັດຖະມົນຕີ ພິຈາລະນາຮັບຮອງ ຮ່າງຂໍ້ຕົກລົງດັ່ງກ່າວຕາມຂັ້ຕອນ.
  3. 3.    ສໍາລັບບັນດາມາດຕະການ ກໍຄືແຜນວຽກງານຈຸດສຸມຂອງຄະນະ 126/ນຍ (ມີ 12 ຂໍ້) ນັ້ນ, ສະເໜີໃຫ້ບັນດາທ່ານ ກັບໄປຄົ້ນຄວ້າລາຍງານ ທ່ານຮອງລັດຖະມົນຕີຂອງແຕ່ລະຂະແໜງການ ທີ່ປະກອບໃນຄະນະ 126/ນຍ ເຊັນຢັ້ງຢືນເປັນລາຍລັກອັກສອນ ແລ້ວສົ່ງໃຫ້ກອງເລຂາຄະນະ 126/ນຍ (ກົມການຄ້າພາຍໃນ) ເພື່ອສັງລວມລາຍງານລັດຖະບານ.

 ພາບ-ຂ່າວ: ໄພຄໍາອີ ຫ້ອງການກະຊວງ ອຄ.