ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ
By phaikhame evilay On 8 Aug, 2024 At 03:41 PM | Categorized As ຂ່າວສຳຄັນ | With 0 Comments

IMG_0193

         ຕອນເຊົ້າ ເວລາ 10: 00 ໂມງ ຂອງວັນທີ 8 ສິງຫາ 2024 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ  KOIZUMI Tsutomu, ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະ​ຈຳ ສປປ ລາວ ພ້ອມດ້ວຍຄະນະມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 15 ທ່ານ.

         ໂອກາດນີ້  ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ແດງຄວາມຍິນດີຕ້ອນຮັບຕໍ່ ທ່ານ KOIZUMI Tsutomu, ທີ່ໄດ້ມາ​ດຳ​ລົງ​ຕຳ​ແໜ່ງເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນ​​​ຜູ້ທີ່​ມີ​ອຳ​ນາດ​ເຕັມແຫ່ງ ຍີ່ປຸ່ນ ປະຈໍາສປປ ລາວ ເພື່ອເຮັດໃຫ້​​ສອງ​ປະ​ເທດ ລາ​ວ-ຍີ່ປຸ່ນ ໄດ້ພົວພັນຮ່ວມມື ແລະເສີມສ້າງສາຍພົວພັນທີ່ດີ ຊຶ່ງກັນ ແລະ ກັນໃນໄລຍະຜ່ານມາ, ທັງສອງຝ່າຍໄດ້ປຶກສາຫາລື ຄວາມເຂົ້າໃຈຮ່ວມກັນຫຼາຍດ້ານ ເປັນ​ຕົ້ນ​ການລົງທຶນ, ໂຄງການຊ່ວຍເຫຼືອຫລ້າ ໃຫ້ແກ່ ສປປ ລາວ ໃນວຽກ​ງານ​ຕ່າງໆ​ ແລະ ດ້ານການພັດທະນາຊັບພະຍາກອນມະນຸດ​ໃຫ້​ແກ່ລາວ​  ລັດຖະບານຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນທາງດ້ານວິຊາການ ແລະ ທຶນຮອນຕໍ່ຂະແໜງອຸດສາຫະກຳ ແລະ ການຄ້າ, ທາງດ້ານການຄ້າ ປີ 2023 ມູນຄ່າການຄ້າລະຫວ່າງ ລາວ-ຢີ່ປຸ່ນ ສາມາດປະຕິບັດໄດ້ 263 ລ້ານກວ່າໂດລາສະຫາລັດ,  ມູນຄ່າການນໍາເຂົ້້າປະຕິບັດໄດ້ 158 ລ້ານກວ່າໂດລາສະຫາລັດ ແລະ ມູນຄ່າການສົ່ງອອກ ປະຕິບັດໄດ້ 104 ລ້ານກວ່າໂດລາສະຫາລັດ (​ດູນການຄ້າ 54 ລ້ານກວ່າ​ໂດ​ລາ).

IMG_0191

            ສິນຄ້າທີ່ລາວສົ່ງອອກຍີ່ປຸ່ນ ຕົ້ນຕໍປະກອບມີ: ໄມ້ ແລະ ຜະລິດຕະພັນໄມ້, ​ເຄື່ອງເຟີນິເຈີ, ແຜ່ນແພ ແລະ ເຄື່ອງນຸ່ງຮົ່ມ,​ ເຄື່ອງຫັດຖະກໍາ, ກາເຟ ແລະ ເຄື່ອງກະສິກໍາອື່ນໆ, ໂລຫະ ແລະ ອື່ນໆ.

ສິນຄ້າທີ່ລາວນໍາເຂົ້າຈາກຍີ່ປຸ່ນປະກອບມີ: ພາຫານະ, ເຄື່ອງກົນຈັກ ແລະ ອຸປະກອນ, ອຸປະກອນໄຟຟ້າ ແລະ ເຄື່ອງອີເລັກໂຕນິກ, ເຄື່ອງປຣັດສະຕິກ ແລະ ເຄື່ອງໃຊ້ສອຍປະຈໍາວັນ ແລະ ອື່ນໆ.

 ທ່ານ  D KOIZUMI Tsutomu, ເອກອັກຄະລັດຖະທູດກໍ່ໄດ້ສະເໜີໃນຕໍ່ໜ້າຈະເພີ່ມທະວີການຮ່ວມມື ລະຫວ່າງ ສະ​ຫະ​ລັດ ອາ​ເມ​ລິ​ກາ ແລະ ສປປ ລາວ ​ພ້ອມທັງໃຫ້​ຄຳ​ປຶກ​ສາ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກໃນວຽກງານຫຼາຍດ້ານທີ່ມີປະໂຫຍດສູງສຸດ.

IMG_0209

        ທ່ານ KOIZUMI Tsutomu, ກໍ່ສະແດງຄວາມຂອບໃຈມາຍັງທ່ານລັດຖະມົນຕີ ທີ່ໃຫ້ຄໍາປຶກສາຫາລືຢ່າງກົງໄປກົງມາເປັນປະໂຫຍດໃຫ້ແກ່ສອງປະເທດ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະໃຫ້ການຮ່ວມມື ລະຫວ່າງ ສປປ ລາວ – ຍີ່ປຸ່ນ ​ແລະ ​ອຳ​ນວຍ​ຄວາມ​ສະ​ດວກໃນວຽກງານຫຼາຍດ້ານ ເພື່ອໃຫ້ເກີດຜົນປະໂຫຍດໃຫ້ແກ່ສອງປະເທດໃນຕໍ່ໜ້າ.

ພາບ-ຂ່າວ: ໄພຄໍາອີ ກະຊວງ ອຄ.