ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດກິດຈະກຳໂຄງການ‘‘ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດຂັ້ນແຂວງ ໂດຍສານຕໍ່ຂໍ້ລິເລີ່ມການອໍານວຍຄວາມສະດວກຂັ້ນແຂວງຕໍ່ກັບການຄ້າ ແລະ ການລົງທຶນ 2024’’
By Miss Phetpakai SISOMBOUN On 8 Aug, 2024 At 08:07 PM | Categorized As ຂ່າວພາຍໃນ, ຂ່າວ | With 0 Comments

 

7E1D7E9A-2033-423A-81C4-C82C590FA9F3_1_201_a 

              ສະຖາບັນອຸດສາຫະກຳ ແລະ ການຄ້າໂດຍ ຮ່ວມກັບມູນນິທິເອເຊຍ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດກິດຈະກຳໂຄງການ‘‘ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດຂັ້ນແຂວງ ໂດຍສານຕໍ່ຂໍ້ລິເລີ່ມການ ອໍານວຍຄວາມສະດວກຂັ້ນແຂວງຕໍ່ກັບການຄ້າ ແລະ ການລົງທຶນ 2024’’  ໃນວັນທີ 06 ສິງຫາ 2024, ທີ່ ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ. ໂດຍອີງຕາມ ແຜນການຈັດຕັ້ງປະຕິບັດໂຄງການແມ່ນມີ 3 ກິດຈະກໍາຄື: 1) ການສໍາຫຼວດຫົວໜ່ວຍທຸລະກິດ ແລະ ການສໍາຫຼວດພາກລັດ (ເຊິ່ງພວກເຮົາຈະໄດ້ຮັບຟັງການລາຍງານໃນໄລຍະຕໍ່ໄປ), 2) ການຂຽນບົດລາຍງານຈາກຜົນການສໍາຫຼວດ ແລະ ການເຜີຍແຜ່ຜົນຂອງບົດສຶກສາ ແລະ 3) ການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ແລະ ອົງກອນທ້ອງຖິ່ນທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ (ໂດຍອີງໃສ່ຜົນຂອງການສຶກສາເປັນພື້ນຖານ). ກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ຄືລັດຖະບານເຫັນໄດ້ຄວາມສໍາຄັນຂອງໂຄງການໂດຍມີເປົ້າໝາຍເພື່ອສ້າງສະພາບແວດລ້ອມທາງດ້ານການຄ້າ ແລະ ການລົງທຶນພາຍໃນປະເທດທີ່ດີ ຜ່ານການສຶກສາຄົ້ນຄວ້າຢ່າງມີວິທະຍາສາດ ເພື່ອເປັນຫຼັກຖານອັນສໍາຄັນໃຫ້ແກ່ລັດຖະບານ ໃນການກໍານົດນະໂຍບາຍ ໃນແຕ່ລະໄລຍະໃຫ້ສອດຄອງກັບສະພາບການພັດທະນາເສດຖະກິດ-ສັງຄົມ. ນອກຈາກນັ້ນ, ໂຄງການຍັງຈະໄດ້ຊ່ວຍສ້າງຄວາມອາດສາມາດໃຫ້ແກ່ພະນັກງານ ແລະ ອົງກອນທີ່ຢູ່ທ້ອງຖິ່ນ ເປັນການປະກອບສ່ວນໃນການສ້າງສະພາບແວດລ້ອມທີ່ດີຕໍ່ກັບພາກທຸລະກິດ.

ເຊິ່ງຈຸດປະສົງຂອງກອງປະຊຸມ ແມ່ນເພື່ອລາຍງານຜົນການຈັດຕັ້ງປະຕິບັດໂຄງການ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການໃນ 6 ເດືອນທ້າຍ 2024; ລາຍງານຂອງຊ່ຽວຊານ ກ່ຽວຂໍ້ກັບການເກັບຂໍ້ມູນພາກທຸລະກິດ ແລະ ການລາຍງານການສໍາຫຼວດຂໍ້ມູນພາກລັດ.

WhatsApp Image 2024-08-07 at 14.57.59

ໃນໂອກາດທີ່ດີດັ່ງກ່າວນີ້, ປະທານກອງປະຊຸມ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຍັງໄດ້ເນັ້ນ ບາງບັນຫາສິ່ງທ້າທາຍຈໍານວນໜຶ່ງ ທີ່ຕ້ອງໄດ້ສືບຕໍ່ແກ້ໄຂຄື:

-       ສຸມໃສປັບປຸງບົດລາຍງານຂອງການສໍາຫຼວດພາກທຸລະກິດ ແລະ ພາກລັດ ໃຫ້ສໍາເລັດໂດຍໄວເພື່ອເປັນບ່ອນອີງໃນການກໍານົດກຸ່ມເປົ້າໝາຍ ແລະ ຫົວຂໍ້ໃນການສ້າງຄວາມອາດສາມາດໃຫ້ແກ່ທ້ອງຖິ່ນ;

-       ໃຫ້ປະສານສົມທົບກັນລະຫວ່າງ ສອຄ ແລະ ມູນນິທິເອເຊຍ ໂດຍນໍາໃຊ້ຊັບພະຍາກອນພາຍໃນສະຖາບັນ ທີ່ມີຢູ່ ແລະ ໄດ້ເຮັດການຝຶກອົບຮົມໃຫ້ແກ່ພະນັກງານຂະແໜງການ ອຄ;

-       ໃຫ້ສົມທົບກັບບັນດາຂະແໜງການກ່ຽວຂ້ອງທີ່ໄດ້ລົງເຮັດວຽກນໍາ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນຄວາມສອດຄ່ອງ ແລະ ສະໜັບສະໜູນກັນກ່ຽວກັບກິດຈະກໍາຕ່າງໆທີ່ຈະກໍານົດໃນການສ້າງຄວາມອາດສາມາດໃຫ້ມີປະສິດທິຜົນສູງ ພ້ອມທັງນໍາໃຊ້ຊັບພະຍາກອນທີ່ມີ, ຖ້າມີຄວາມຈຳເປັນກໍ່ອາດຈະໄດ້ນໍາໃຊ້ທາງນອກ ເພື່ອໃຫ້ບັນລຸຕາມຈຸດປະສົ່ງຂອງໂຄງການ;

-       ການເຄື່ອນໄຫວວຽກງານມັນຕິດພັນກັບແຜນງານ, ແຜນຄົນ ແລະ ງົບປະມານ ເຮັດແນວໃດໃຫ້ສາມາດຈັດຕັ້ງປະຕິບັດໄດ້ ແລະ ຖືກຕ້ອງຕາມລະບຽບການ ແມ່ນໃຫ້ປະສານກັນ ແລະ ເຮັດໃຫ້ໄວ ໃຫ້ສອດຄ່ອງ ແລະ ແທດເໝາະກັບສະພາບເສດຖະກິດຕືມ;

-    ຖ້າມີຄວາມຈໍາເປັນທີ່ຈະໄດ້ປຶກສາຫາລື ຫຼື ລາຍງານຂໍທິດຊີ້ນໍາ ກໍ່ໃຫ້ພວກເຮົາສະເໜີໃຫ້ຄະນະຄຸ້ມຄອງການຈັດຕັ້ງປະຕິບັດໂຄງການຂອງພວກເຮົາໄດ້.

ຂ່າວ-ພາບ: ສະຖາບັນ ອຄ

ເຜີຍແຜ່: ເພັດປະກາຍ ສີສົມບູນ