ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ
By ໄພວັນ On 10 Aug, 2024 At 10:37 AM | Categorized As ຂ່າວສຳຄັນ | With 0 Comments

IMG_5094.jpg 3

ສະຫະພັນແມ່ຍິງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ໃນວັນທີ 8 ສິງຫາ 2024 ທີ່ ໂຮງແຮມ ຄາວພາຊ້າ ເຂົ້າຮ່ວມຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ, ທ່ານ ແຟຼງ ທີບີທ້ານ ຫົງໜ້າໂຄງການ COMPETE II, ທ່ານ ນາງ ສົມໝາຍ ພົມມຸນິວົງ ປະທານສະຫະພັນແມ່ຍິງ ກະຊວງ ອຄ, ມີຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ບັນດາທ່ານຫົວໜ້າ, ຮອງຫົວໜ້າກົມ, ຫ້ອງການ, ສຳນັກງານ, ສະຖາບັນ, ​ຜູ້ຕາງໜ້າສະພາ​ການ​ຄ້າ ​ແລະ ອຸດສາຫະກຳ, ຕາງໜ້າລັດວິສາຫະກິດ, ບໍລິສັດ, ພັນ​ລະ​ຍາ​ການ​ນຳ​ກະຊວງ ອຄ, ຕ່າງໜ້າອົງການ​ຈັດ​ຕັ້ງ​ກຳມະບານ, ອົງການ​ຈັດ​ຕັ້ງຊາວ​ໜຸ່ມ, ສະມາຊິກສະຫະພັນແມ່ຍິງບັນດາໜ່ວຍ, ຜູ້ຕາງໜ້າ​ໂຄງການ  GIZ, ສະມາຄົມນັກທຸລະກິດແມ່ຍິງນັກວິທະຍາກອນ​ຈາກ​ ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະວັດທະນະທຳ ແລະ ສາມອົງການຈັດຕັ້ງ ເຂົ້າຮ່ວມ.

IMG_5243.jpg 5

ທ່ານ ນາງ ຈັນສຸກ ແສງພະຈັນ ກ່າວວ່າ: ວັນສ້າງຕັ້ງສະຫະພັນແມ່ຍິງລາວ ໃນປີນີ້ ເຊິ່ງວຽນມາບັນຈົບຄົບຮອບ 69 ປີ (ວັນທີ 20 ກໍລະກົດ 1955-20 ກໍລະກົດ 2024) ຖືໄດ້ວ່າເປັນວັນທີ່ມີຄວາມໝາຍຄວາມສຳຄັນ ໃນປະຫວັດສາດຂອງຊາດ ເພື່ອລະນຶກເຖິງຄຸນງາມຄວາມດີຂອງແມ່ຍິງລາວ ທີ່ໄດ້ປະກອບສ່ວນຕໍ່ສູ້ກູ້ຊາດ ໃຫ້ຫຼຸດພົ້ນອອກຈາກການກົດຂີ່ຂົ່ມເຫັງຂອງພວກລ່າເມືອງຂຶ້ນ ແລະ ຈັກກະພັດຜູ້ຮຸກຮານ ເຊິ່ງໃນມື້ນີ້ ສະຫະພັນຍິງກະຊວງ ອຄ ໄດ້ພ້ອມກັນຈັດຕັ້ງຂະບວນການສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນ ໂດຍເຕັມໄປດ້ວຍບັນຍາກາດຟົດຟື້ນ, ມີຫຼາກຫຼາຍກິດຈະກຳ ເປັນຕົ້ນ: ໃນກອງປະຊຸມຈະໄດ້ມີການລາຍງານຜົນສຳເລັດ ແລະ ຄວາມຄືບໜ້າຂອງການສ້າງແຜນປະຕິບັດງານການເຊື່ອມສານບົດບາດ ຍິງ-ຊາຍ ເຂົ້າໃນຂະແໜງອຸດສາຫະກໍາ ແລະ ການຄ້າ ແລະ ພ້ອມນີ້ຈະມີການນຳສະເໜີ ຫົວຂໍ້: ເສີມຂະຂະຫຍາຍເສດຖະກິດການດູແລເບິ່ງແຍງ ແລະ ຄວາມເຂັ້ມແຂງ ເພື່ອນຳໄປສູ່ປະຊາຄົມອາຊຽນຫຼັງປີ 2025 ຈາກສູນກາງສະຫະພັນແມ່ຍິງລາວ; ສະເໜີ ຫົວຂໍ້: ຫັດຖະກຳພື້ນເມືອງພູມປັນຍາການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວທີ່ຖືກຮັບຮອງເປັນມໍລະດົກໂລກ ຈາກກະຊວງຖະແຫຼງຂ່າວ ແລະ ວັດຖະນາທໍາ, ຊ່ຽວຊານດ້ວຍມໍລະດົກວັດທະນາທໍາ ແລະ ສະເໜີ ຫົວຂໍ້: ພິທີການ ແລະ ມາລະຍາດທາງສັງຄົມ ຈາກສະຖາບັນອຸດສາຫະກໍາ ແລະ ການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ.

IMG_5484.jpg 17IMG_5327.jpg 10

ໃນດືອນກໍລະກົດ ທີ່ຜ່ານມາ ສະຫະພັນແມ່ຍິງກະຊວງ ອຄ ກໍໄດ້ມີການຈັດກິດຈະກຳວາງຂາຍສິນຄ້າ ອຸປະ ໂພກ-ບໍລິໂພກ ໃນລາຄານະໂຍບາຍຕໍ່ພະນັກງານ; ເອື້ອຍນ້ອງແມ່ຍິງກະຊວງ ອຄ ໄດ້ນຳເອົາຜະລິດຕະພັນຫັດຖະກຳ, ກະສິກຳ, ອາຫານ, ເຄື່ອງດື່ມ ແລະ ອື່ນໆ, ພ້ອມນີ້ໄດ້ມີກິດຈະກຳຊ່ວຍເຫຼືອແມ່ຍິງໃນກະຊວງ ແລະ ສັງຄົມ ເຊັ່ນ: ໄດ້ມອບປັດໃຈຊ່ວຍເຫຼືອພະນັກງານແມ່ຍິງທີ່ໄດ້ຮັບຜົນກະທົບຈາກພະຍຸທຳລາຍເຮືອນຊານ ແລະ ຜູ້ເຈັບເປັນປິ່ນປົວຍາວນານ; ຊ່ວຍເຫຼືອແມ່ຍິງ ແລະ ເດັກເກີດໃໝ່ຂອງຄອບຄົວທີ່ມີລາຍຮັບໜ້ອຍ ຢູ່ໂຮງໝໍແມ່ ແລະ ເດັກເກີດໃໝ່.

IMG_5136.jpg 4

ກອງປະຊຸມຂອງພວກເຮົາໃນມື້ນີ້ ໄດ້ຈັດຕັ້ງຂຶ້ນໃນຂອບແຜນການເຄື່ອນໄຫວກິດຈະກຳ ເພື່ອລະນຶກເຖິງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ, ຊຶ່ງເປັນເຫດການສໍາຄັນໜຶ່ງ ທີ່ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະ ເທດໄດ້ໃຫ້ຄວາມເຄົາລົບ-ນັບຖື; ສະນັ້ນ, ພັກ ແລະ ລັດຖະບານຂອງພວກເຮົາ ຍາມໃດກໍເຫັນໄດ້ຄວາມສຳຄັນ ແລະ ຍົກສູງບົດບາດຂອງແມ່ຍິງໃນທຸກຂົງເຂດວຽກງານ ເພື່ອສູ້ຊົນໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງອົງ ການສະຫະປະຊາຊາດ ໂດຍສະເພາະເປົ້າໝາຍທີ 5 ໃຫ້ບັນລຸຄວາມສະເໝີພາບລະຫວ່າງ ຍິງ-ຊາຍ, ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງທຸກຄົນ.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -