ກອງປະຊຸມໃຫຍ່ຄັ້ງທີ III ໜ່ວຍຮາກຖານກໍາມະບານກົມມາດຕະຖານ ແລະ ວັດແທກ ກະຊວງ ອຄ
By phaikhame evilay On 15 Aug, 2024 At 12:40 PM | Categorized As ຂ່າວພາຍໃນ | With 0 Comments

IMG_0264

ກໍາມະບານຮາກຖານ ກົມມາດຕະຖານ ແລະ ວັດແທກ (ກມວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ  III ຂຶ້ນ ໃນຕອນບ່າຍ ຂອງວັນທີ 13 ສິງຫາ 2024, ທີ່ຫ້ອງປະຊຸມໃຫຍ່ ຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານຮ່ວມ ຂອງສະຫາຍ ເກີທາວ ເຈີ່ເຈັງ, ຮອງປະທານ ຄະນະບໍລິຫານງານສະຫະພັນກໍາມະບານ, ປະທານກວດກາຄະນະບໍລິຫານງານສະຫະພັນກໍາມະບານກໍາມະບານ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະຫາຍ ສະຫາຍ ວຽງທອງ ວົງທະວິໄລ, ກໍາມະການພັກກະຊວງ, ເລຂາໝ່ວຍພັກ, ຫົວໜ້າກົມມາດຕະຖານ ແລະ ວັດແທກ ກອງປະຊຸມຄັ້ງນີ້ ໄດ້ມີສະມາຊິກກຳມະບານ ແລະ ຜູ້ແທນເຂົ້າຮ່ວມຫຼາຍກວ່າ 99 ສະຫາຍ, ພິເສດໄດ້ມີສະຫາຍເລຂາ ໜ່ວຍພັກກົມ, ສະຫາຍຕາງໜ້າໜ່ວຍແມ່ຍິງ ແລະ ສະຫາຍຕາງໜ້າໜ່ວຍຊາວໜຸ່ມຂອງກົມ ເຂົ້າຮ່ວມ, ນອກນັ້ນຍັງມີຜູ້ຕາງໜ້າໜ່ວຍກຳມະບານຮາກຖານ ຂອງບັນດາກົມອ້ອມຂ້າງກະຊວງເຂົ້າຮ່ວມ.

IMG_0357

                ກອງປະຊຸມຄັ້ງນີ້, ສະຫາຍປະທານກໍາມະບານຮາກຖານ ກົມມາດຕະຖານ ແລະ ວັດແທກ (ກມວ), ໄດ້ຂຶ້ນກ່າວເປີດພິທີ ພ້ອມທັງຜ່ານບົດສະຫຼຸບຕີລາຄາຜົນງານການເຄື່ອນໄຫວນໍາພາຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ທິດທາງແຜນການ 05 ປີຕໍ່ໜ້າ. ພ້ອມນັ້ນ, ກອງປະຊຸມຍັງໄດ້ຮັບຟັງ ການຜ່ານບົດສຳຫຼວດການນຳພາລວມ.ກອງປະຊຸມດັ່ງກ່າວໄດ້ດໍາເນີນເປັນເວລາເຄີ່ງວັນ ທີ່ເຕັມໄປດ້ວຍຄວາມຟົດຟຶ້ນ, ສ້າງສັນ ຂອງສະມາ ຊິກທີ່ເຂົ້າຮ່ວມກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບ, ມີລະບຽບວິໃນສຸມສະຕິປັນ ຍາຂອງຕົນເຮັດໃຫ້ກອງປະຊຸມປະສົບຜົນສຳເລັດຢ່າງສະຫງ່າງາມຕາມຈຸດປະສົງຄາດໝາຍທີ່ກຳ ນົດໄວ້, ຊື່ງຜົນຂອງກອງປະຊຸມສາມາດສັງລວມໄດ້ດັ່ງນີ້:

IMG_0370

       ກອງປະຊຸມໄດ້ເຫັນດີເປັນເອກະພາບຮັບຮອງເອົາບົດສະຫຼຸບລາຍງານການເມືອງ, ບົດສໍາຫຼວດການນຳພາ ຂອງ   ກຳມະບານຮາກຖານ ຂອງກົມມາດຕະຖານ ແລະ ວັດແທກ ແລະ ການຕີລາຄາຜົນງານການຈັດຕັ້ງປະຕິບັດການ ຊີ້ນຳ-ນໍາພາ ໄລຍະ 5 ປີຜ່ານມາ ຊຶ່ງສະແດງໃຫ້ເຫັນດ້ານດີທີ່ຈະຕ້ອງໄດ້ສືບຕໍ່ສົ່ງເສີມ ແລະ ດ້ານອ່ອນຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງ, ພ້ອມທັງເປັນການຖອດຖອນບົດຮຽນຈາກພຶດຕິກຳຕົວຈິງ ໃຫ້ເປັນເຂັ້ມທິດຊີ້ເຍືອງທາງໃນຕໍ່ໜ້າ, ພ້ອມດຽວກັນນີ້ ກອງປະ ຊຸມໄດ້ຮັບຮອງເອົາແຜນການເຄື່ອນໄຫວໃນຕໍ່ໜ້າ ເຊິ່ງປະກອບໄປດ້ວຍແນວຄິດການເມືອງການ ຈັດຕັ້ງ, ວິຊາສະເພາະ, ວຽກງານຂະຫຍາຍສະມາຊິກ ແລະ ການເພີ່ມທະວີບົດບາດໃນການນຳພາຂອງໜ່ວຍກຳມະບານ ໃນການປົກປ້ອງສິດຜົນປະໂຫຍດຂອງສະມາຊິກອີກດ້ວຍ.

      ໃນໂອກາດດັ່ງກ່າວ, ກອງປະຊຸມຍັງໄດ້ຮັບຟັງຄໍາເຫັນໂອ້ລົມຂອງ ສະຫາຍ ວຽງທອງ ວົງທະວິໄລ, ກໍາມະການພັກກະຊວງ, ເລຂາໝ່ວຍພັກ, ຫົວໜ້າກົມ ມາດຕະຖານ ແລະ ວັດແທກ. ຊຶ່ງມີຄວາມໝາຍສໍາຄັນຢ່າງຍິ່ງ ແລະ ເປັນການຢັ້ງຢືນເຖິງການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ທັງເປັນການຕອບສະໜອງຄວາມມຸ້ງໝັ້ນປາດຖະໜາ ຂອງສະມາຊິກກຳມະບານ, ພະນັກງານ-ລັດຖະກອນ ຂອງ ກມວ ທີ່ຈະໄດ້ມີການປັບປຸງການຈັດຕັ້ງກຳມະບານຮາກຖານ ແລະ ບຸກຄະລາກອນ ເພື່ອໃຫ້ຮັບປະກັນການປະຕິບັດໜ້າທີ່ວຽກງານໃນໄລຍະໃໝ່ ໃຫ້ມີຜົນສຳເລັດເປັນຢ່າງດີ. ສະຫາຍຍັງໄດ້ໜັກໃຫ້ສະມາຊິກກໍາມະບານທຸກສະຫາຍ ຍົກສູງຄວາມສາມັກຄີທັງພາຍໃນ ແລະ ພາຍນອກ ພ້ອມທັງສຸມທຸກສະຕິປັນຍາຄົ້ນຄວ້າ ປະກອບຄຳຄິດຄຳເຫັນຕໍ່ຮ່າງບົດລາຍງານການເມືອງ ຂອງຄະນະກຳມະບານຮາກຖານ ກມວ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ເພື່ອສະຫຼຸບຕີລາຄາຜົນງານໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ທິດທາງເຄື່ອນໄຫວວຽກງານໃນຊຸມປີຕໍ່ໜ້າ.

       ຫຼັງຈາກນັ້ນ, ບັນດາສະມາຊິກກຳມະບານ ກໍໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເລືອກເອົາຄະ ນະກໍາມະບານຮາກຖານຊຸດໃໝ່ ຊຶ່ງມີຜູ້ລົງສະໝັກເລືອກຕັ້ງ 07 ສະຫາຍ, ເລືອກໄດ້ 05 ສະ ຫາຍ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄົບຄະນະປະທານ ໄດ້ເຫັນດີເປັນເອກະສັນເລືອກເອົາ:

  1. 1.        ສະຫາຍ ສູນທອນ ຈັນທະເດດ ເປັນປະທານ;
  2. 2.      ສະຫາຍ ອົ້ມ ແກ້ວບຸດດາ ເປັນຮອງປະທານ ພ້ອມທັງເປັນປະທານກວດກາ;
  3. 3.      ສະຫາຍ ນ. ມະນີພອນ ວິໄລຫານ  ເປັນຄະນະ;
  4. 4.      ສະຫາຍ ພອນຈິດ ບຸນມີໄຊ         ເປັນຄະນະ;
  5. 5.      ສະຫາຍ ພິມມະຈັນ ຄໍາພັນໄມ      ເປັນຄະນະ.

IMG_0365

        ຕອນທ້າຍຂອງກອງປະຊຸມ ຍັງໄດ້ເປັນກຽດຮັບຟັງຄໍາເຫັນໂອ້ລົມຂອງ ສະຫາຍ ເກີທາວ ເຈີ່ເຈັງ ຮອງປະທານ ຄະນະບໍລິຫານງານສະຫະພັນກໍາມະບານ, ປະທານກວດກາຄະນະບໍລິຫານງານສະຫະພັນກໍາມະບານກໍາມະບານ ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ບັນດາສະມາຊິກກໍາມະບານ ອັນໄດ້ເຮັດໃຫ້ກອງປະຊຸມຄັ້ງນີ້ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນຢ່າງຍິງ ໂດຍໃຫ້ເອົາໃຈໃສ່ບາງບັນຫາດັ່ງນີ້: u ວຽກງານສຶກສາອົບຮົມການເມືອງແນວຄິດ, v ການເປັນແບບຢ່າງນຳພາຂະບວນການມະຫາຊົນ ລວມທັງການປະຕິບັດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ w ການເປັນເຈົ້າການໃນການປົກປ້ອງສິດຂອງສະມາຊິກກໍາມະບານ  ຍົກສູງຄວາມສາມັກຄີທັງພາຍໃນ ແລະ ພາຍນອກ     ການປະຕິບັດວຽກງານວິຊາສະເພາະເປັນ ຕົ້ນແມ່ນເປັນເຈົ້າການໃນການຄຸ້ມຄອງຕິດຕາມກວດກາມາດຕະຖານ ແລະ ຄຸນນະພາບ ຂອງຜະ ລິດຕະພັນສິນຄ້າ ທີ່ຜະລິດ, ປຸງແຕ່ງ, ນໍາເຂົ້າ-ສົ່ງອອກ ແລະ ບໍລິການຈໍາໝ່າຍຢູ່ ສປປ ລາວ.

ພາບ-ຂ່າວ: ໄພຄໍາອີ ຫ້ອງການກະຊວງ ອຄ.