ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ນະຄອນຫຼວງວຽງຈັນ ມອບຮັບເງິນເພຶ່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ນະຄອນຫຼວງວຽງຈັນ
By ໄພວັນ On 15 Sep, 2024 At 04:53 PM | Categorized As ຂ່າວສຳຄັນ | With 0 Comments

IMG_0180

ໃນຕອນບ່າຍວັນທີ 15 ກັນຍາ 2024 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ນໍາພາ 3 ອົງການຈັດຕັ້ງມະຫາຊົນ ມອບເງິນ ມູນຄ່າ 120.000.000 ກີບ ແລະ ນໍ້າອັດລົມ ຈໍານວນ 100 ແພັກ ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ນະຄອນຫຼວງວຽງຈັນ ຮັບໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີພະນັກງານນໍາພາຂອງສອງພາກສ່ວນເຂົ້າຮ່ວມເປັນສັກຂີພະຍານ.

IMG_0147

ໃນໂອກາດດັ່ງກ່າວ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ຍາມໃດກໍ່ເປັນຫ່ວງເປັນໄຍ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ  ກໍຄືພໍ່ແມ່ປະຊາຊົນບັນດາເມືອງ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດໃນຄັ້ງນີ້ ທັງເປັນການປະກອບສ່ວນສຳຄັນຕໍ່ການພັດທະນານະຄອນຫຼວງ ແນໃສ່ເຮັດໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

About -