ການຖະແຫຼງຜົນສຳເລັດ ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ແລະ ກອງປະຊຸມກ່ຽວຂ້ອງ
By ໄພວັນ On 26 Sep, 2024 At 11:31 AM | Categorized As ອື່ນໆ, ຂ່າວສຳຄັນ | With 0 Comments

66

ໃນລະຫວ່າງວັນທີ 16 ກັນຍາ ເຖີງ ວັນທີ 22 ກັນຍາ 2024 ໄດ້ມີກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ແລະ ກອງປະຊຸມກ່ຽວຂ້ອງ (the 56th Meeting of the ASEAN Economic Ministers and related meetings) ທີ່ນະຄອນຫຼວງວຽງຈັນ, ສປປ ລາວ. ກອງປະຊຸມໄດ້ດໍາເນີນໄປ ພາຍໃຕ້ການເປັນປະທານໂດຍທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ, ຊຶ່ງມີຄະນະຜູ້ແທນຈາກບັນດາປະເທດອາຊຽນ, ປະເທດສັງເກດການ ຕີມໍເລດເຕ, ບັນດາປະເທດຄູ່ຮ່ວມເຈລະຈາຂອງອາຊຽນ, ບັນດາປະເທດຄູ່ຮ່ວມພັດທະນາຂອງອາຊຽນ ແລະ ບາງອົງການຈັດຕັ້ງສາກົນ ເຂົ້າຮ່ວມ.

5

ພາຍຫຼັງສໍາເລັດກອງປະຊຸມ, ໃນວັນທີ 22 ກັນຍາ 2024, ທີ່ ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວກ່ຽວກັບຜົນສຳເລັດຂອງກອງປະຊຸມດັ່ງກ່າວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ຖະແຫຼງບາງຕອນວ່າ: ກອງປະຊຸມລັດຖະມົນຕີອາຊຽນ ແມ່ນກອງປະຊຸມປະຈຳປີຂອງບັນດາລັດຖະມົນຕີເສດຖະ ກິດຂອງອາຊຽນເພື່ອປຶກສາຫາລືແຜນວຽກເສດຖະກິດທີ່ເປັນບູລິມະສິດຂອງປີນີ້, ກວດກາຄວາມຄືບຫນ້າຂອງບັນດາຂໍ້ລິເລີ່ມດ້ານເສດຖະກິດ ພ້ອມທັງວາງທິດທາງຍຸດທະສາດສຳລັບການເຊື່ອໂຍງເສດຖະກິດໃນພາກພື້ນ, ລັດຖະມົນຕີເສດຖະກິດອາຊຽນ ໄດ້ພົບປະກັບບັນດາຄູ່ຮ່ວມພັດທະນາເພື່ອທົບທວນຄືນແຜນວຽກການຮ່ວມມືທາງດ້ານເສດຖະກິດໃນປັດຈຸບັນ ແລະ ຈັດວາງບູລິມະສິດໃຫ້ກັບຊຸມປີຕໍ່ໜ້າ.

99

ໝາກຜົນຂອງກອງປະຊຸມໃນອາທິດທີ່ຜ່ານມາແມ່ນປະກອບມີ: 1. ແຜນວຽກເສດຖະກິດທີ່ເປັນບູລິມະສິດ ເຊິ່ງເປັນຂໍ້ລິເລີ່ມຕົ້ນຕໍທາງດ້ານເສດຖະກິດອາຊຽນໂດຍການປະສົມປະສານເອົາຄຳຂວັນຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້: “ອາຊຽນເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ” ແມ່ນຍັງສືບຕໍ່ມີຄວາມຄືບໜ້າ, ໂດຍສະເພາະລັດຖະມົນຕີເສດຖະກິດອາຊຽນແມ່ນໄດ້ຮັບຮອງເອົາຖະແຫຼງການອາຊຽນ ວ່າດ້ວຍ ການເຊື່ອມຈອດຕ່ອງໂສ້ການສະຫນອງ (ASEAN Declaration on Supply Chain Connectivity). ຍ້ອນສະພາບອາກາດຂອງໂລກໃນປັດຈຸບັນ ແລະ ການແຜ່ລະບາດຂອງພະຍາດໃນໄລຍະຜ່ານມານັ້ນ ມັນເຮັດໃຫ້ເຫັນເຖີງຄວາມສໍາຄັນຢ່າງສູງຂອງຕ່ອງໂສ້ການສະຫນອງ ທີ່ຕ້ອງມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງ. ຊຶ່ງຖະແຫຼງການນີ້ຈະເປັນການຢືນຢັນຄຳໝັ້ນສັນຍາຂອງອາຊຽນຄືນໃໝ່ ເພື່ອສົ່ງເສີມນະວັດຕະກຳ, ການແຂ່ງຂັນ, ແລະ ຄວາມເຂັ້ມແຂງຂອງຕ່ອງໂສ້ການສະໜອງໃນພາກພື້ນ. ພ້ອມດຽວກັນ ແຜນວຽກເສດຖະກິດທີ່ເປັນບູລິມະສິດຂອງ ສປປ ລາວ ໃນນາມເປັນປະທານລັດຖະມົນຕີເສດຖະກິດອາຊຽນໃນປີ 2024 ນີ້ ກໍ່ຍັງສືບຕໍ່ດຳເນີນການໃຫ້ສຳເລັດພາຍໃນທ້າຍປີ; 2. ລັດຖະມົນຕີເສດຖະກິດໄດ້ຮັບຮອງເອົາຄຳແນະນຳໃນການປັບປຸງ ສັນຍາແຜນວຽກຂອງອາຊຽນ ວ່າດ້ວຍ ການຮ່ວມມືທາງດ້ານຊັບສິນທາງປັນຍາ (ASEAN Framework Agreement on Intellectual Property Cooperation – AFAIPC), ແລະ ຄາດວ່າການເຈລະຈາປັບປຸງສັນຍາດັ່ງກ່າວຈະສາມາດເລິ່ມຕົ້ນໄດ້ໃນປີ 2025. ຕໍ່ກັບ ການເຈລະຈາປັບປຸງສັນຍາເຂດການຄ້າເສລີອາຊຽນ-ສປ ຈີນ (ASEAN-China FTA 3.0) ນັ້ນກໍ່ມີຄວາມຄືບຫນ້າອັນສຳຄັນທີ່ຈະນຳໄປສູ່ການສະຫຼຸບການເຈລະຈາ, ເຊີ່ງເປັນການຢືນຢັນຄຳໝັ້ນສັນຍາຮ່ວມກັນກັບ ສປ ຈີນ ຄືນໃໝ່ເພື່ອໃຫ້ສາມາດບັນລຸການສະຫຼຸບທີ່ມີເນື້ອໃນສຳຄັນຂອງການເຈລະຈາພາຍໃນປີນີ້, ເຊິ່ງຈະເປັນການຍົກລະດັບການພົວພັນທາງດ້ານເສດຖະກິດ ແລະ ກາຄ້າ ລະຫວ່າງອາຊຽນ ແລະ ສປ ຈີນ ໄປສູ່ລະດັບທີ່ສູງຂຶ້ນ; 3. ໃນວຽກງານປັບປຸງການຄ້າພາຍໃນອາຊຽນນັ້ນ ລັດຖະມົນຕີຮັບຊາບການຄວາມຄືບໜ້າໃນການປັບປຸງສັນຍາສັນຍາການຄ້າດ້ານສິນຄ້າຂອງອາຊຽນ (ASEAN Trade in Goods Agreement – ATIGA) ເພື່ອແນ່ໃສ່ໃຫ້ມີລັກສະນະທັນສະໄໝ, ກວ້າງຂວາງ, ເປັນສັນຍາທີ່ກວມເອົາອົງປະກອບດັ້ງເດີມ ແລະ ອົງປະກອບທີ່ເກີດຂຶ້ນມາໃໝ່ເຊິ່ງຈະເປັນການຕອບສະໜອງຕໍ່ກັບການພັດທະນາໃນພາກພື້ນ ແລະ ສາກົນ. ຄາດໝາຍວ່າການເຈລະຈາປັບປຸງສັນຍາດັ່ງກ່ວນີ້ຈະສາມາດສຳເລັດພາຍໃນປີ 2025; 4. ໃນວຽກງານການປັບປຸງສະພາບແວດລ້ອມການລົງທຶນໃນພາກພື້ນນັ້ນ ແມ່ນໄດ້ເລີ່ມຕົ້ນລົງນາມໃຫ້ກັບອານຸສັນຍາລຳດັບທີ 5 ເພື່ອປັບປຸງສັນຍາການລົງທຶນຮອບດ້ານອາຊຽນ (Fifth Protocol to Amend the ASEAN Comprehensive Investment Agreement – ACIA), ເຊິ່ງຈະເປັນການເພິ່ມຄວາມແນ່ນອນ ແລະ ຄວາມໂປ່ງໃສໃຫ້ກັບນັກລົງທຶນຢູ່ໃນອາຊຽນ ພ້ອມທັງເປັນການຮັບປະກັນວ່າສັນຍາລົງທຶນພາຍໃນອາຊຽນຈະສືບຕໍ່ມີບົດບາດ ທັງພາຍໃນ ແລະ ພາຍນອກອາຊຽນ; 5. ໃນວຽກງານການແຂ່ງຂັນ ກໍ່ມີຄວາມກ້າວໜ້າໃນການສະຫຼຸບສັນຍາຂອບວຽກອາຊຽນວ່າດ້ວຍການແຂ່ງຂັນ (ASEAN Framework Agreement on Competition – AFAC) ເຊິ່ງມັນເປັນການສະແດງໃຫ້ເຫັນເຖິງການຂະຫຍາຍຕົວ ຂອງການຮ່ວມມືໃນຂົງເຂດຕ່າງໆພາຍໃຕ້ເສດຖະກິດອາຊຽນ; 6. ໃນວຽກງານເສດຖະກິດດິຈີຕອນ ກໍ່ມີຄວາມຄືບໜ້າທີ່ດີໃນການເຈລະຈາສັນຍາ ຂອບວຽກເສດຖະ ກິດດິຈິຕອນອາຊຽນ (ASEAN Digital Economy Framework Agreement – DEFA) ຊຶ່ງຈະເປັນການວາງພື້ນຖານໃຫ້ກັບເສດຖະກິດດິຈິຕອນໃນພາກພື້ນ ເພື່ອໃຫ້ສາມາດຂັບເຄື່ອນເສດຖະກິດໃຫ້ມີຄວາມທັນສະໄໝ, ມີຄວາມຮອບດ້ານ, ແລະ ຮັບປະກັນໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງເສດຖະກິດໃນອານາຄົດ. ໂດຍຄາດໝາຍວ່າໃຫ້ສາມາດສະຫຼຸບການເຈລະຈາໄດ້ໃນປີ 2025;

22

7. ລັດຖະມົນຕີອາຊຽນຍັງໄດ້ ດັດສະນີນະໂຍບາຍວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງ ອາຊຽນ ສໍາລັບປີ 2024 (ASEAN SME Policy Index 2024) ເຊີ່ງເປັນການປະເມີນນະໂຍບາຍ SME ທົ່ວອາຊຽນແບບຮອບດ້ານ ແລະ ເປັນປະໂຫຍດຕໍ່ຜູ້ວາງນະໂຍບາຍ, ພາກທຸລະກິດ, ແລະ ນັກລົງທຶນ ໃນການວາງແຜນຊອກຫາທິດທາງໃນການພັດທະນາ SME ໃນພາກພື້ນ ທີ່ມີຄວາມຊັບຊ້ອນໄດ້ຢ່າງ     ເໝາະສົມ; 8. ໃນໄລຍະກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງນີ້ ກໍ່ມີກອງປະຊຸມລັດຖະມົນຕີເສດຖະກິດ CLMV ຄັ້ງທີ 16 ຊຶ່ງໄດ້ປຶກສາຫາລືກັນຕໍ່ກັບການຫຼຸດຜ່ອນຄວາມແຕກໂຕນຂອງການພັດທະນາ, ຕິດຕາມຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນກິດຈະກໍາຂອງບັນດາປະເທດ CLMV ໄລຍະປີ 2023 – 2024 ແລະ ໄດ້ຮັບຮອງເອົາ ແຜນກິດຈະກໍາຂອງບັນດາປະເທດ CLMV ໄລຍະປີ 2025–2026 ຊຶ່ກວາມເອົາ 6 ຂົງເຂດ: ການຮ່ວມມືການຄ້າ ແລະ ການລົງທຶນ, ເສດຖະກິດດິຈິຕອນ, ການຈັດຕັ້ງພັນທະຕ່າງໆຂອງພາກພື້ນ, ແຜນຟື້ນຟູຈາກການແຜ່ລະບາດຂອງພະຍາດ, ການຈັດຕັ້ງປະຕິບັດແຜນຂອບວຽກການພັດທະນາ CLMV, ແລະ ການພັດທະນາຊັບພະຍາກອນມະນຸດ; 8. ໃນວຽກງານກ່ຽວກັບຄວາມຍືນຍົງນັ້ນ ອົງປະກອບໜຶ່ງທີ່ສໍາຄັນແມ່ນພະລັງານທີ່ມີຄວາມຍືນຍົງ, ຊຶ່ງບັນດາລັດຖະມົນຕີໄດ້ປຶກສາຫາລືກັນຕໍ່ກັບ ຕາໜ່າງພະລັງງານອາຊຽນ (ASEAN Power Grid) ຊຶ່ງເຫັນວ່າຂໍ້ລິເລີ່ມນີ້ຈະເປັນໃຈກາງໃນການບັນລຸພະລັງງານທີ່ຍືນຍົງ ແລະ ເຂັ້ມແຂງ ຂອງ ອາຊຽນໃນອານາຄົດ, ວຽກງານດັ່ງກ່າວຈະຖືກນໍາໄປສືບຕໍ່ປຶກສາຫາລາກັນອີກຕື່ມໃນໄລຍະກອງປະຊຸມລັດຖະມົນຕີ ພະລັງງານອາ ຊຽນ;

11

 

9. ໃນວຽກງານຊັບສິນທາງປັນຍາ ບັນດາລັດຖະມົນຕີ ຮ່ວມກັບ ທ່ານ Daren Tang ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (World Intellectual Property Organisation – WIPO) ໄດ້ຕິດຕາມການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ (MOU) ທີ່ອາຊຽນ ແລະ WIPO ໄດ້ຮ່ວມກັນລົງນາມໃນປີຜ່ານມາ ຊຶ່ງເຫັນໄດ້ວ່າມີຄວາມຄືບໜ້າອັນສໍາຄັນໂດຍສະເພາະຕໍ່ກັບ MSMEs; 10. ໃນວຽກງານ ສັນຍາຄູ່ຮ່ວມເສດຖະກິດແບບຮອບ ດ້ານລະດັບພາກພື້ນ (Regional Comprehensive Economic Partnership – RCEP) ແມ່ນໄດ້ສ້າງຕັ້ງ ໜ່ວຍງານສະໜັບສະໜູນ RCEP (RCEP Support Unit – RSU) ພ້ອມທັງການຮັບເອົາຜູ້ອໍານວຍການບໍລິຫານຂອງໜ່ວຍງານດັ່ງກ່າວ, ຊຶ່ງຈະເປັນສະຖາບັນສະໜັບສະໜັບສະໜູນໃນການຈັດຕັ້ງປະຕິບັດສັນຍາ RCEP. ພ້ອມດຽວກັນກໍ່ຮັບຊາບຄວາມສົນໃຈຂອງ ຮົງກົງ ສປ ຈີນ, ສີລັງກາ, ແລະ ຊິເລ ທີ່ມີຄວາມສົນໃຈໃນການເຂົ້າຮ່ວມເປັນສະມາຊິກສັນຍາ RCEP.

ຂ່າວ-ພາບ: ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

About -