ໃນວັນທີ 17 ກຸມພາ 2025 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຕ້ອນຮັບການເຂົ້າ ພົບປະຂອງທ່ານ Mark Gallagher ເອກອັກຄະລັດຖະທູດສະຫະພາບເອີຣົບ ຄົນໃໝ່ປະຈໍາລາວ.
ໂອກາດນີ້ທ່ານ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຄ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບທ່ານ Mark Gallagher ທີ່ໄດ້ເຂົ້າມາພົບປະ ແລະ ແນະນຳຕົວ ພ້ອມທັງສະແດງຄວາມຂອບໃຈຕໍ່ການຮ່ວມມືໃນໄລຍະຜ່ານມາທີ່ສະຫະພາບເອີຣົບໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອລາວ ໂດຍສະເພາະ ກະ ຊວງອຸດສາຫະກຳ ແລະ ການຄ້າ ໃນໄລຍະການເປັນປະທານອາຊຽນຂອງລາວ ປີ 2024 ລວມທັງບັນດາກິດຈະກຳຕ່າງໆພາຍໃນຂອບການຮ່ວມມືອາຊຽນ-ສະຫະພາບເອີຣົບ ແລະ ສະແດງຄວາມຂອບໃຈສະຫະພາບເອີຣົບ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອລາວ ໃນດ້ານຕ່າງໆ ເວົ້າລວມ ເວົ້າສະເພາະແມ່ນຂະແໜງອຸດສາຫະກຳ ແລະ ການຄ້າ ອັ້ນພົ້ນເດັ່ນໃນຜ່ານມາ ເປັນຕົ້ນໂຄງການພັດທະນາການຄ້າ ໄລຍະທີ 1 ແລະ ໄລຍະທີ 2 (TDF 1 ແລະ TDF 2), ໂຄງການສ້າງຄວາມເຂັ້ມແຂງດ້ານການແຂ່ງຂັນການຄ້າ ຂອງ ສປປ ລາວ, ໂຄງການຊ່ວຍເຫຼືອວຽກງານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງເສດຖະກິດພາກພື້ນອາຊຽນ ARISE Plus Laos ແລະ ອື່ນໆຢ່າງຫຼວງຫຼາຍ
ພິເສດສະຫະພາບເອີຣົບ ໄດ້ເຫັນດີອະນຸມັດສືບຕໍ່ໂຄງການສົ່ງເສີມຈຸລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດເຊື່ອມຕໍ່ກັບຕະຫຼາດໃນຕ່ອງໂສອຸດສາຫະກຳການທ່ອງທ່ຽວລາວແບບຍືນຍົງ ຫຼື SUSTOUR LAOS PROJECT ທີ່ໄດ້ມີພິທີປິດໂຄງການໃນວັນທີ 16 ກໍລະກົດ 2024.
ພ້ອມນີ້ທ່ານຍັງໄດ້ສະເໜີສະຫະພາບເອີຣົບ ສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອລາວ ພາຍຫຼັງຫຼຸດພົ້ນອອກຈາກສະຖານະພາບປະເທດດ້ວຍພັດທະນາ ໂດຍສະເພາະການພິຈາລະນາສືບຕໍ່ໃຫ້ສິດທິພິເສດທາງດ້ານການຄ້າ (EBA) ໃຫ້ແກ່ລາວ ຂໍການສະໜັບສະໜູນໃນການເຈລະຈາ ແລະ ການປະເມີນລະບຽບການລາວຕໍ່ກັບເງື່ອໄຂໃນການຂໍ GSP plus ຫຼັງປີ 2029 ສະເໜີສະຫະພາບເອີຣົບສືບຕໍ່ຊຸກຍູ້ ແລະ ສະ ໜັບສະໜູນໃນການຈັດຕັ້ງປະຕິບັດບັນດາແຜນງານ ພາຍໃຕ້ໂຄງການ SUSTOUR LAOS PROJECT ໃຫ້ສໍາເລັດຕາມເປົ້າໝາຍທີ່ວາງໄວ້.
ສໍາລັບສິນຄ້າຫລັກທີ່ ສປປ ລາວ ສົ່ງອອກໄປ ເອີຣົບ: ມີເຄື່ອງນຸ່ງຫົ່ມ; ເກີບ; ກາເຟ (ບໍ່ທັນໄດ້ປຸງແຕ່ງ); ເພັດ; ເຂົ້າ; ເຄື່ອງຫຼີ້ນກິລາ; ເຄື່ອງຊຸບຫົວ (ໝວກ, ຜ້າຄຸມຫົວ); ເຄື່ອງສຳລັບການເດີນທາງ; ພລາສະຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ແລະ ສິນຄ້າຫລັກທີ່ ສປປ ລາວ ນໍາເຂົ້້າຈາກ ເອີຣົບ: ມີອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ); ເຫຼົ້າ, ເບຍ, ວາຍ; ເຍື່ອໄມ້ ແລະ ເສດເຈ້ຍ; ເພັດ; ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ); ຜະລິດຕະພັນການຢາ (ເພສັດຊະກໍາ); ແກ້ວປະເສີດ ຫຼື ເຄິ່ງປະເສີດ; ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…); ເສັ້ນໄຍສັງເຄາະ; ເຄື່ອງມື ແລະ ອຸປະກອນທັດສະນະສາດ ແລະ ອື່ນໆ.
ຂ່າວ-ພາບ: ໄພວັນ