ສໍາມະນາວິທະຍາສາດ ການຄົ້ນຄ້ວານະໂຍບາຍສົ່ງເສີມພັດທະນາ ແລະ ການລົງທຶນ ໃນນິຄົມອຸດສາຫະກຳ
By ໄພວັນ On 18 Feb, 2025 At 04:49 PM | Categorized As ຂ່າວສຳຄັນ | With 0 Comments

DSC_8826.jpg1

ລັດຖະບານ ແລະ ສະພາແຫ່ງຊາດ ຈັດກອງປະຊຸມ ສໍາມະນາວິທະຍາສາດ ການຄົ້ນຄ້ວານະໂຍບາຍສົ່ງເສີມພັດທະນາ ແລະ ການລົງທຶນ ໃນນິຄົມອຸດສາຫະກຳ  ຂຶ້ນໃນວັນທີ 18 ກຸມພາ 2025 ທີ່ໂຮງແຮມ ລາດຊະວົງ ວັນດາວິສຕ້າ ເປັນປະທານຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ, ມີປະທານ ກໍາມະທິການທີ່ກ່ຽວຂ້ອງ ຂອງສະພາແຫ່ງຊາດ,  ຮອງລັດຖະມົນຕີ ກະຊວງກ່ຽວຂ້ອງ, ບັນດາທ່ານ ຮອງເຈົ້າແຂວງ ແລະ ປະທານ, ຮອງປະທານສະພາປະຊາຊົນແຂວງ ຄຳມ່ວນ, ຫຼວງນໍ້າທາ ແລະ ອຸດົມໄຊ, ມີຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າ ບໍລິສັດຜູ້ພັດທະນາ ແລະ ປຶກສາໂຄງການເຂົ້າຮ່ວມ.

DSC_8540.jpg1

ທ່ານ ສົມມາດ ພົນເສນາ ໄດ້ກ່າວວ່າ: ກອງປະຊຸມສຳມະນາຄັ້ງນີ້ ມີຄວາມໝາຍຄວາມສຳຄັນ, ເພາະເປັນກອງປະຊຸມຄົ້ນຄວ້າ ແລະ ປຶກສາຫາລືນະໂຍບາຍ ແລະ ນິຕິກຳທີ່ສຳຄັນ ແນໃສ່ແກ້ໄຂບັນຫາ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ການເງີນ ທັງໃນສະເພາະໜ້າ, ໄລຍະກາງ ແລະ ຍາວນານ ຂອງປະເທດເຮົາ.

ສະພາຮັບຮູ້ ແລະ ຊົມເຊີຍ ຕໍ່ຄວາມພະຍາຍາມຂອງລັດຖະບານ ໃນການຄົ້ນຄວ້ານະໂຍບາຍ, ນິຕິກຳ ແລະ ມາດຕະການເພື່ອປັບປຸງ ແລະ ສ້າງການຫັນປ່ຽນໃນໂຄງປະກອບເສດຖະກິດແຫ່ງຊາດ, ພະຍາຍາມຫຼຸດຜ່ອນການເອື່ອຍອີງໃສ່ການສ້າງລາຍຮັບຈາກການຂາຍຊັບພະຍາກອນທຳມະຊາດໄປສູ່ການຍູ້ແຮງການສ້າງ ແລະ ພັດທະນາອຸດສາຫະກໍາ ເຊິ່ງປະກອບພື້ນຖານໃຫ້ແກ່ການສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດຂອງປະເທດໃນໄລຍະຍາວ. ໃນນີ້, ການສ້າງດຳລັດນິຄົມອຸດສາຫະກໍາ ກໍເປັນໜຶ່ງໃນຄວາມພະຍາຍາມທີ່ສຳຄັນຂອງລັດຖະບານ.

ເຖິງຢ່າງໃດກໍຕາມ, ດໍາລັດວ່າດ້ວຍນິຄົມອຸດສາຫະກໍາ ຍັງຖືເປັນນິຕິກໍາໃໝ່. ໃນນັ້ນອັນສຳຄັນແມ່ນຮ່າງດຳລັດສະບັບດັ່ງກ່າວສະເໜີນະໂຍບາຍສົ່ງເສີມທີ່ສູງກວ່າກົດໝາຍໄດ້ກຳນົດ ເຊິ່ງບັນຫາດັ່ງກ່າວນີ້ ຈຳເປັນຕ້ອງໄດ້ຄົ້ນຄວ້າຢ່າງເລິກເຊິ່ງດ້ວຍເຫດນີ້, ພາຍຫຼັງລັດຖະບານໄດ້ນຳສະເໜີຮ່າງດຳລັດວ່າດ້ວຍນິຄົມອຸດສາຫະກໍາຕໍ່ສະພາໃນເດືອນ ພະຈິກ 2024 ຄະນະປະຈໍາສະພາໄດ້ຈັດກອງປະຊຸມຄົ້ນຄວ້າ ປຶກສາຫາລື ແລະ ສະເໜີໃຫ້ລັດຖະບານນໍາໄປປັບປຸງ ແລະ ຈັດປະຊຸມສຳມະນາ ເພື່ອຄົ້ນຄວ້າໃຫ້ເລີກເຊິ່ງຕື່ມອີກກ່ອນນຳສະເໜີຄືນໃຫ້ຄະນະປະຈຳສະພາພິຈາ ລະນາ.

ດັ່ງນັ້ນ, ໃນມື້ນີ້, ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນຕໍ່ຮ່າງດຳລັດວ່າດ້ວຍນິຄົມອຸດສາຫະກໍາ 3 ສະບັບ ເຊິ່ງປະກອບດ້ວຍ ດຳລັດວ່າດ້ວຍນິຄົມອຸດສາຫະກໍາ, ດຳລັດວ່າດ້ວຍນິຄົມອຸດສາຫະກໍາອຳມະຕະ ແລະ ດຳລັດວ່າດ້ວຍນິຄົມອຸດສາຫະກໍາເອເຊຍໂປຕາດ ເຊິ່ງຈະໃຊ້ເວລາ 1 ວັນເຕັມ. ຂ້າພະເຈົ້າສະເໜີບັນດາທ່ານຄົ້ນຄວ້າ ແລະ ມີຄໍາເຫັນແບບສ້າງສັນ, ແກ້ບັນຫາແບບຮອບດ້ານ, ຊັງຊາດ້ານໄດ້-ດ້ານເສຍ ແລະ ມີຄໍາສະເໜີ ເພື່ອໃຫ້ລັດຖະບານນຳໄປຄົ້ນຄວ້າ ແລະ ປັບປຸງຮ່າງດຳລັດ 3 ສະບັບດັ່ງກ່າວ ໃຫ້ມີຄວາມຄົບຖ້ວນສົມບູນ ແລະ ກາຍເປັນເຄື່ອງມືທາງດ້ານນິຕິກໍາ ທີ່ສຳຄັນໃນການດຶງດູດເອົາການລົງທຶນພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ການຫັນເປັນອຸດສາຫະກຳ, ສ້າງວຽກເຮັດງານທຳ ແລະ ພັດທະນາເສດຖະກິດ, ສົ່ງເສີມການສົ່ງອອກ ແລະ ແກ້ໄຂບັນຫາຂາດດຸນການຄ້າ, ເສີມສ້າງຖານລາຍຮັບງົບປະມານ ກໍ່ຄືການສ້າງ ແລະ ພັດທະນາ ພື້ນຖານເສດຖະກິດແຫ່ງຊາດ ໃຫ້ເຂັ້ມແຂງ, ສາມາດແຂ່ງຂັນໄດ້ ແລະ ມີຄວາມຍືນຍົງ.

DSC_8620.jpg1

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ກ່າວວ່າ: ການຫັນເປັນອຸດສາຫະກໍາ ເເລະ ທັນສະໄໝ ເເມ່ນເເນວທາງນະໂຍບາຍພື້ນຖານ ຂອງການພັດທະນາເສດຖະກິດ ຂອງປະເທດເຮົາ. ພັກໄດ້ສະເໜີນະໂຍບາຍດັ່ງກ່າວ ນັບເເຕ່ກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ ໃນປີ 1982. ນັບເເຕ່ນັ້ນມາ,ໃນມະຕິກອງປະຊຸມໃຫຍ່ທຸກສະໄໝ ພັກກໍໄດ້ເຫັນຄວາມສໍາຄັນ ຂອງບັນຫາດັ່ງກ່າວ.

DSC_8648.jpg1

ດຳລັດວ່າດ້ວຍນິຄົມອຸດສາຫະກຳ ທີ່ນຳມາສະເໜີສະເໜີໃນກອງປະຊຸມສຳມະນາໃນມື້ນີ້ ແມ່ນມີຄວາມພະ ຍາຍາມ ແລະ ຖືເປັນມາດຕະການ ທີ່ລັດຖະບານເລັ່ງຄົ້ນຄວ້າ ເພື່ອແກ້ໄຂບັນຫາເສດຖະກິດ-ການເງີນ ທີ່ປະເທດເຮົາກຳລັງປະເຊີນຢູ່. ພວກເຮົາກໍຕ້ອງການທີ່ຈະເບິ່ງບັນຫາຢ່າງເລິກເຊິງຕົວຈິງ, ບໍ່ຄຳພີຕາຍຕົວ, ກ້າທີ່ຈະຄົ້ນຄວ້າ ແລະ ສະເໜີແນວຄິດໃໝ່-ທິດທາງໃໝ່, ນິຕິກຳໃໝ່ ແລະ ມາດຕະການໃໝ່ ເພື່ອແກ້ໄຂບັນຫາ ຮ່າງດຳລັດວ່າດ້ວຍນິຄົມອຸດສາຫະກຳ ສະບັບນີ້ ເປັນການຜັນຂະຫຍາຍມາດຕາ 64 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນຕ່າງປະເທດ ທີ່ສະພາໄດ້ຮັບຮອງໃນທ້າຍປີ 2024, ແຕ່ກໍມີບາງນະໂຍບາຍ ທີ່ໄດ້ສະເໜີສູງກວ່າບາງກົດໝາຍທີ່ກ່ຽວຂ້ອງໄດ້ກຳນົດ. ດັ່ງນັ້ນ, ຂ້າພະເຈົ້າ ຈຶ່ງເຫັນດີກັບການເນັ້ນໜັກ ຂອງ ທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດ, ປະທານຮ່ວມ  ທີ່ໄດ້ກ່າວວ່າ: ພວກເຮົາຕ້ອງໄດ້ມີຄໍາເຫັນຢ່າງສ້າງສັນ, ເບິ່ງບັນຫາຢ່າງຮອບດ້ານ ເເລະ ບັນລຸໄດ້ຄໍາເຫັນ ທີ່ຈະຊ່ວຍໃຫ້ຄະນະ ຮ່າງດໍາລັດ ສາມາດນໍາໄປປັບປຸງ ເເລະ ກ້າວໄປເຖິງສາມາດໃຫ້ຄະນະຈໍາສະພາເເຫ່ງຊາດ ສາມາດຮັບຮອງໄດ້ໂດຍໄວ.

ຂ່າວ-ພາບ: ໄພວັນ

About -