ກອງປະຊຸມ ຄະນະຊີ້ນໍາ ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ (ຄະນະ126/ນຍ) ໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2025 ທີ່ສໍານັກງານນາຍົກ, ໃຫ້ກຽດເປັນປະທານໂດຍທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແລະ ມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍບັນດາຮອງລັດຖະມົນຕີ ຂອງຂະແໜງການກ່ຽວຂ້ອງ, ຫົວໜ້າກົມ, ຮອງກົມ ພະນັກງານກະຊວງອ້ອມຂ້າງເຂົ້າຮ່ວມ ຈຳນວນ ຫລາຍກວ່າ 50 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອ: 1. ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ປະຈຳປີ 2024 ແລະ ແຜນວຽກຈຸດສຸມ ປະຈຳປີ 2025 ຂອງຄະນະ 126/ນຍ.
2. ເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງ ຂໍ້ຕົກລົງ 126/ນຍ, ລົງວັນທີ 08 ທັນວາ 2022 ວ່າດ້ວຍຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ພ້ອມທັງລາຍງານຜົນຂອງການສະເໜີໂຮມ 02 ຄະນະເຂົ້າກັນ (ຄະນະ 126/ນຍ ແລະ ຄະນະ 145/ນຍ ຄະນະອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ).
3. ປຶກສາຫາລື ກ່ຽວກັບການສ້າງຄັງແຮເຂົ້າ ເພື່ອແຊກແຊງລາຄາ ແລະ ດັດສົມຕະຫຼາດ (ບ້ວງໃໝ່) ຕາມແຈ້ງການ ສະບັບເລກທີ 2042/ຫສນຍ, ລົງວັນທີ 03 ຕຸລາ 2024 ແລະ ປຶກສາຫາລື ບັນຫາອື່ນໆທີ່ປິ່ນອ້ອມ. ທ່ານປະທານກອງປະຊຸມໄດ້ເນັ້ນຫນັກໃຫ້ເຫັນຄວາມສຳຄັນຂອງວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ແນໃສ່ການຈັດຕັ້ງປະຕິບັດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານດັ່ງກ່າວຂອງບັນດາຂະແໜງການໃຫ້ເປັນລະບົບ ເວົ້າລວມ, ເວົ້າສະເພາະ ກໍແມ່ນການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ສະບັບເລກທີ 474/ນຍ ໃຫ້ມີປະສິດທິຜົນ.
ຂ່າວ-ພາບ: ໄພວັນ