ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດສໍາມະນາຜ່ານຮ່າງແຜນພັດທະນາອຸດສາຫະກໍາ ແລະ ການຄ້າ ແລະ ຮ່າງແຜນພັດທະນາຈຸລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ 5 ປີ (2026-2030) ໃນວັນທີ 17 ມີນາ 2025, ທີ່ໂຮງແຮມຮໍລິເດດອິນ, ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສາດສະດາຈານ Joo YoungSup ທີ່ເປັນແຂກກິດຕິມະສັກ ຂອງທ່ານລັດຖະມົນຕີ, ມີທ່ານຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ສໍານັກງານ, ສະຖາບັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງ ກອງປະຊຸມຄັ້ງນີ້ ແມ່ນເພື່ອເນັ້ນໃສ່ການປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນທາງດ້ານວິຊາການ ເພື່ອເປັນທິດທາງໃນການສືບຕໍ່ປັບປຸງແຜນພັດທະນາທັງ 2 ຮ່າງດັ່ງກ່າວ ແລະ ຄຳແນະນຳຈາກຊ່ຽວຊານຈາກ ສ ເກົາຫຼີ ທີ່ໄດ້ໃຫ້ຄຳແນະນຳ ແລະ ທິດທາງທີ່ສາມາດນຳມາໃຊ້ ເຂົ້າໃນການສືບຕໍ່ປັບປຸງແຜນພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ ກໍ່ຄື ແຜນພັດທະນາເສດຖະກິດສັງຄົມຄັ້ງທີ 10 ເພື່ອເຮັດໃຫ້ (ຮ່າງ) ແຜນພັດທະນາອຸດສາຫະກຳ ແລະ ການຄ້າ 5 ປີ 2026-2030 ແລະ (ຮ່າງ) ແຜນພັດທະນາຈຸລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ 5 ປີ 2026-2030 ທີ່ໄດ້ມີການກໍານົດວິໄສທັດ, ທິດທາງລວມ, ຕົວເລກຄາດໝາຍສູ້ຊົນ, ເປົ້າ ໝາຍ, ຄາດໝາຍ, ຕົວຊີ້ບອກ, ແຜນວຽກຈຸດສຸມ ແລະ ໂຄງການທີ່ຈະມີແຜນຈັດຕັ້ງປະຕິບັດໃນໄລຍະ ປີ 2026-2030 ທີ່ຕົນຮັບຜິດຊອບ.
ການກະກຽມຄົ້ນຄວ້າສ້າງແຜນພັດທະນາ 2 ຮ່າງຄັ້ງນີ້ ຖືເປັນວຽກງານບູລິມະສິດໜຶ່ງທີ່ສຳຄັນຫຼາຍ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອໃຫ້ສາມາດກໍານົດໄດ້ກ່ຽວກັບວິໄສທັດ, ເສັ້ນທາງເດີນ, ຄວາມມຸ້ງຫວັງ, ທິດທາງ, ເປົ້າໝາຍ ແລະ ຈຸດສຸມສໍາຄັນ ທີ່ຈະຕ້ອງການໃຫ້ບັນລຸຜົນສໍາເລັດໃນອີກ 5 ປີ ຕໍ່ໜ້າ ຕາມການມອບ ໝາຍຂອງພັກ ແລະ ລັດຖະບານ ໃນຄວາມຮັບຜິດຊອບຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ພ້ອມທັງຮັບປະກັນໃຫ້ເຊື່ອມສານ-ເຊື່ອມຈອດກັບແຜນພັດທະນາເສດຖະກິດ – ສັງຄົມຫ່ງຊາດ 5 ປີ ຄັ້ງທີ X (2026-2030).
ກອງປະຊຸມສໍາມະນາ ໃນຄັ້ງນີ້ ໄດ້ສະເໜີຜ່ານຮ່າງແຜນພັດທະນາອຸດສາຫະກຳ ແລະ ການຄ້າ ແລະ ສະເໜີແນວຄວາມຄິດໃນການສ້າງແຜນພັດທະນາອຸດສາຫະກໍາ ແລະ ການຄ້າ 5 ປີ 2026-2030 ທີ່ຊ່ຽວຊານ ADB ຄົ້ນຄວ້ານຳສະເໜີ ຈາກທ່ານ ປອ ບົວວັນ ວິລະວົງ, ຫົວໜ້າຫ້ອງການກະຊວງ. ພ້ອມກັນນັ້ນ, ກໍ່ຈະໄດ້ຮັບຟັງການນຳສະເໜີ ຜ່ານ (ຮ່າງ) ແຜນພັດທະນາຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ 5 ປີ 2026-2030 ຈາກຫົວໜ້າພະແນກ ສຳນັກງານສົ່ງເສີມ ຈນກ ແລະ ຮັບຟັງຄຳແນະນຳ ຈາກ ຊ່ຽວຊານ ທີ່ເປັນແຂກກິດຕິມະສັກ ແລະ ທີ່ປືກສາພິເສດຂອງທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍແມ່ນທ່ານ ສາດສະດາຈານ Joo YoungSup ແລະ ທ່ານ ປອ Lee Jeong Hyop.
ສະແດງຄວາມຂອບໃຈມາຍັງ ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ທີ່ສະໜັບສະໜູນຊ່ວຍເຫຼືອ ຈຶ່ງເຮັດໃຫ້ກອງປະຊຸມຄັ້ງນີ້ເກີດຂຶ້ນ ແລະ ADB ທີ່ສະໜັບສະໜູນດ້ານຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນການສືບຕໍ່ສ້າງແຜນພັດທະນາ ອຸດສາຫະກໍາ ແລະ ການຄ້າ ແລະ ຂໍຂອບໃຈ ກອງເລຂາ, ທີມງານທັງໝົດ ຂອງຫ້ອງການກະຊວງ ໃນນາມເປັນຈຸດປະສານງານການສ້າງແຜນພັດທະນາ 5 ປີ ແລະ ສຳນັກງານສົ່ງເສີມ ຈນກ ທີ່ໄດ້ຂົນຂວາຍທຶນຊ່ວຍເຫຼືອ, ສຳລັບຄວາມພະຍາຍາມໃນການປະສານງານ ແລະ ຈັດຕັ້ງປະຕິບັດວຽກງານທີ່ຕິດພັນກັບການສ້າງແຜນ ອັນໄດ້ເຮັດໃຫ້ມີຜົນສຳເລັດຢ່າງຫຼວງຫຼາຍ.
ຂ່າວ-ພາບ: ໄພວັນ